ເລີ່ມສ້າງແລ້ວ! ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ບໍລິຄຳໄຊ-ບຶງການ ຄາດສຳເລັດພາຍໃນ 3 ປີ


ໃນວັນທີ 7 ມັງກອນ 2021 ທີ່ຜ່ານມາ ໂຄງການກໍ່ສ້າງຂົວຂ້າມແມ່ນຳ້ຂອງແຫ່ງທີ 5 ທີ່ເຊື່ອມລະຫວ່າງປະເທດລາວ ແລະ ປະເທດໄທ ເລີ່ມຕົ້ນຂຶ້ນຫຼັງມີການລົງນາມຂໍ້ຕົກລົງການກໍ່ສ້າງໃນເດືອນທັນວາ 2020 ທີ່ຜ່ານມາ.

ປັດຈຸບັນມີຂົວມິດຕະພາບແມ່ນຳ້ຂອງເຊື່ອມລະຫວ່າງລາວແລະໄທແລ້ວທັງໝົດ 4 ແຫ່ງ ໂດຍຂົວແຫ່ງທຳອິດເຊື່ອມລະຫວ່າງນະຄອນຫຼວງວຽງຈັນກັບຈັງຫວັດໜອງຄາຍ, ຂົວແຫ່ງທີ 2 ເຊື່ອມແຂວງສະຫວັນນະເຂດກັບຈັງຫວັດມຸກດາຫານ.

ຂະນະທີ່ຂົວແຫ່ງທີ 3 ເຊື່ອມລະຫວ່າງແຂວງຄຳມ່ວນກັບຈັງຫວັດນະຄອນພະນົມ ແລະ ແຫ່ງທີ 4 ເຊື່ອມລະຫວ່າງແຂວງບໍ່ແກ້ວກັບຈັງຫວັດຊຽງຣາຍໃນທາງພາກເໜືອ ແລະ ຂົວລະຫວ່າງບໍລິຄຳໄຊກັບບຶງການແຫ່ງຈະນີ້ຈະກາຍເປັນຂົວມິດຕະພາບແຫ່ງທີ 5.

ຂົວຂ້າມແມ່ນຳ້ຂອງດັ່ງກ່າວຈະໄດ້ເວລາກໍ່ສ້າງ 36 ເດືອນ ເຊິ່ງຈະເຊື່ອມລະຫວ່າງແຂວງບໍລິຄຳໄຊກັບຈັງຫວັດບຶງການຂອງປະເທດໄທ.

ໜັງສືພິມວຽງຈັນທາມ ລາຍງານຄຳກ່າວຂອງ ທ່ານ ເລທອງ ພົມມາວົງ ຜູ້ອຳນວຍການໂຄງການວ່າ ຂະນະນີ້ໂຄງການກໍ່ສ້າງມີສູນກາງຢູ່ທີ່ບໍລິເວນທີ່ຈະສ້າງຂົວແລະຈຸດກວດຄົນເຂົ້າເມືອງ ໂດຍທ່ານ ເລທອງ ບອກວ່າ ເຮົາກຳລັງຈັດການທີ່ດິນພື້ນທີ່ 50 ເຮັກຕາ ກ່ອນທີ່ຈະເລີ່ມດຳເນີນການກໍ່ສ້າງ ແລະ ຕອນນີ້ວຽກງານດັ່ງກ່າວແມ່ນສຳເລັດໄປແລ້ວ 80%.

ຕາມລາຍງານລະບຸວ່າ ມູນຄ່າການກໍ່ສ້າງທັງໝົດລວມຢູ່ທີ່ປະມານ 130.3 ລ້ານໂດລາສະຫະລັດ ເຊິ່ງປະເທດລາວຈະຮັບຜິດຊອບ 46.13 ລ້ານໂດລາສະຫະລັດ ຜ່ານການຈັດຫາເງິນກູ້ຈາກສຳນັກງານຄວາມຮ່ວມມືພັດທະນາເສດຖະກິດ (NEDA) ຂອງປະເທດໄທ.

ຫຼັງຈາກສ້າງສຳເລັດສົມບູນໃນປີ 2023 ຂົວແຫ່ງນີ້ຈະຊ່ວຍໃຫ້ແຂວງບໍລິຄຳໄຊກາຍເປັນສູນກາງການຄ້າລະດັບພາກພື້ນອີກແຫ່ງ ແລະ ເປັນເສັ້ນທາງຂົນສົ່ງສຳລັບລາວ ໄທ ແລະ ຫວຽດນາມ ໃນໄລຍະທາງພຽງແຕ່ 150 ກິໂລແມັດ ໂດຍຈະເປັນເສັ້ນທາງເຊື່ອມລະຫວ່າງ 3 ປະເທດທີ່ສັ້ນທີ່ສຸດ.

ທັງນີ້ ຂົວດັ່ງກ່າວເປັນສ່ວນໜຶ່ງຂອງຍຸດທະສາດຄວາມຮ່ວມມືທາງເສດຖະກິດອິຣະວະດີ-ເຈົ້າພະຍາ-ແມ່ນຳ້ຂອງ (ACMECS) ລະຫວ່າງລາວ, ໄທ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ.

ທ່ານ ເລທອງ ກ່າວວ່າ ລາວຈະໄດ້ຮັບປະໂຫຍດຈາກບໍລິການຂົນສົ່ງສາທາະນະ ລວມທັງດຶງດູດການຄ້າແລະການລົງທຶນຫຼາຍຂຶ້ນ ທັງຍັງອາດຈະໄດ້ຮັບປະໂຫຍດຈາກອຸດສາຫະກຳທ່ອງທ່ຽວທີ່ເຕີບໃຫຍ່ຂຶ້ນຫຼັງຈາກຂົວກໍ່ສ້າງສຳເລັດ ແນວໃດກໍດີ, ໜ່ວຍງານຕ່າງໆຈຳເປັນຕ້ອງຈັດຫາສິ່ງອຳນວຍຄວາມສະດວກເພີ່ມເຕີມ ແລະ ປັບປຸງການໃຫ້ບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກທ່ອງທ່ຽວ.

ພາບ:​ Thailand Tourism Authority

ທີ່ມາ: