Apple ອາດຈະເປີດຕົວ iPhone SE 3 ແລະ AirPods Pro ຮຸ່ນໃໝ່ໃນເດືອນເມສາທີ່ຈະມາຮອດນີ້


ຫຼັງຈາກທີ່ເປີດຕົວ iPhone SE2 ໄປເມື່ອເດືອນ ເມສາ ປີ 2020 ທີ່ຜ່ານມາ ພ້ອມກັບສຽງຕອບຮັບທີ່ແບບທະລົ່ມທະລາຍເຮັດເອົາທັງສາວົກ Apple ແລະ Android ບາງຄົນເຖິງກັບໃຈສັ່ນຢາກໄດ້ເພາະລາຄາເປີດຕົວເລີ່ມຕົ້ນຖືກອີຫຼີ ແຖມໄດ້ສະເປັກທີ່ແບບຈັດເຕັມ. ຫຼ້າສຸດກໍມີຂ່າວລືຫຼຸດອອກມາວ່າ Apple ກຽມເປີດຕົວ iPhone SE 3 ພາກຕໍ່ໃນເດືອນເມສາ ປີ 2021 ທີ່ຈະມາຮອດນີ້ ແລະ ອາດຈະເຫັນ AirPods Pro ຮຸ່ນໃໝ່ມາອີກດ້ວຍ.

Macotakara ສື່ຈາກແດນອາທິດອັດສະດົງໄດ້ອອກມາລາຍງານວ່າ Apple ກຳລັງພັດທະນາ iPhone SE ຮຸ່ນໃໝ່ພ້ອມກັບອາດເຄາະມື້ທີ່ຈະເປີດຕົວໃນຊ່ວງເດືອນເມສາ ປີ 2021 ທີ່ຈະມາຮອດນີ້ ເຊິ່ງຫາກນັບນິ້ວດີໆຈະເຫັນວ່າບໍລິສັດສັນຊາດອາເມຣິກາໄດ້ຖິ້ມຊ່ວງລະຫວ່າງ iPhone SE2 ແລະ iPhone SE 3  ເປັນເວລາໜຶ່ງປີເຕັມໆແຕ່ເຖິງຢ່າງໃດກໍຕາມຕອນນີ້ຍັງບໍ່ມີຂໍ້ມູນລະອຽດກ່ຽວກັບສະເປັກຂອງ iPhone SE 3 ຫຼຸດອອກມາເລີຍ.

ແຕ່ຫາກຍ້ອນກັບໄປເມື່ອຫຼາຍເດືອນກ່ອນນີ້ ນັກວິເຄາະສຸດແມ່ນຍຳຄືທ່ານ Ming – Chi Kuo ເຄີຍອອກມາໃຫ້ຄວາມເຫັນວ່າໃນປີ 2021 ນີ້ Apple ອາດເປີດຕົວ iPhone SE 2 Plus ທີ່ມີຂະໜາດໜ້າຈໍ 5.5 ນິ້ວ Design ຄ້າຍຄືກັບ iPhone 8 Plus ຂະນະທີ່ສະເປັກກໍອາດຈະຄືກັນກັບiPhone SE 2 ແຕ່ອາດຈະມີການອັບເດດຮາດແວໃນສ່ວນອື່ນໆ.

AIRPODS PRO ຮຸ່ນໃໝ່ກໍຈະເປີດຕົວໃນຊ່ວງເດືອນເມສານີ້

ນອກຈາກນີ້ ແຫຼ່ງຂ່າວຍັງເຜີຍເພີ່ມເຕີມວ່າ ພວກເຂົາໄດ້ຂໍ້ມູນຈາກຈີນມາວ່າ Apple ກໍກຽມທີ່ຈະເປີດຕົວ AirPods Pro ຮຸ່ນໃໝ່ທີ່ມາພ້ອມກັບເຄສສາກ Design ໃໝ່ ໂດຍຕົວເຄສຈະມີຄວາມໜາຢູ່ທີ່ 21ມມ. ສູງ 46 ມມ. ແລະ ກວ້າງ 54 ມມ. ເຊິ່ງເມື່ອທຽບກັບເຄສ AirPods Pro ຮຸ່ນປັດຈຸບັນແລ້ວຈະເຫັນວ່າຕົວເຄສຂອງ AirPods Pro 2 ນັ້ນມີຄວາມບາງກວ່າພຽງເລັກນ້ອຍ.

ກ່ອນໜ້າທີ່ສຳນັກຂ່າວ Bloomberg ເຄີຍລາຍງານວ່າ AirPods Pro 2 ນີ້ຈະຕັດກ້ານຫູຟັງອອກ ແລະ ອາດປ່ຽນມາໃຊ້ Design ແບບດຽວກັບຄູ່ແຂ່ງຄື Galaxy Buds+ ແລະ Galaxy Buds Pro ທີ່ກຳລັງຈະເປີດຕົວພາຍໃນອາທິດນີ້ ທັ້ງນີ້ການຍົກເຄື່ອງ Design ໃໝ່ກໍຈາກການທີ່ Apple ຕ້ອງການໃຫ້ຕົວຫູຟັງນັ້ນຟິດກັບຫູຂອງຜູ້ໃຊ້ງານໃຫ້ໄດ້ຫຼາຍທີ່ສຸດນັ້ນເອງ.

ໂດຍ Macotakara ບອກວ່າ ມີຄວາມເປັນໄປສູງຫຼາຍທີ່ iPhone SE 3 (ຫຼື iPhone SE2 Plus) ແລະ AirPods Pro 2 ນີ້ ຈະເດີນທາງມາເປິດຕົວໃນເດືອນເມສາທີ່ຈະມາຮອດນີ້ ສ່ວນຈະມີການຈັດງານ Online Event ບໍ່ ຫຼື ຈະເປີດຕົວແບບມິດໆທຽວສົ່ງ Press Release ໃຫ້ກັບສື່ຕ່າງໆຄືກັບປີກາຍນີ້ ຫຼື ບໍ່ ກໍຕ້ອງມາລໍຖ້າເບິ່ງໄປພ້ອມກັນ.

ທີ່ມາ: https://droidsans.com/apple-to-launch-new-iphone-se-airpods-pro-uncoming-april/