ອາຫານ 7 ຊະນິດທີ່ຊ່ວຍສ້າງພູມຄຸ້ມກັນຈາກໂຣກພູມແພ້ອາກາດໃນຍຸກຝຸ່ນ PM 2.5 ນີ້


ໃນຍຸກປັດຈຸບັນ ນອກຈາກເລື່ອງໂຣກລະບາດ ໂຄວິດ-19 ທີ່ໜ້າເປັນຫ່ວງແລ້ວ “ຝຸ່ນ PM 2.5” ກໍເປັນອີກບັນຫາໜຶ່ງທີ່ໜ້າເປັນຫ່ວງບໍ່ແພ້ກັນ ໂດຍສະເພາະເຂດອາຊີຕາເວັນອອກສຽງໃຕ້ ທີ່ສະຖານະການຝຸ່ນ PM 2.5 ໜ້າເປັນຫ່ວງ ນຳມາສູ່ການໄອ, ຫາຍໃຈລຳບາກ, ແສບຕາ ແລະ ແສບດັງ ອາດຈະມີອາການຄັນຄາຍຕາຈົນໄປຮອດອັກເສບເລີຍກໍເປັນໄດ້ ອັນຕະລາຍຫຼາຍຕໍ່ລະບົບທາງເດີນຫາຍໃຈຂອງຜູ່ເຖົ້າ ແລະ ເດັກນ້ອຍ.

ຮູ້ຫຼືບໍ່ວ່າ ເຮົາສາມາດເພີ່ມພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງພ້ອມສູ້ກັບຝຸ່ນ PM 2.5 ໄດ້ຈາກການກິນອາຫານ 7 ຊະນິດ ເຊິ່ງຈະມີອັນໃດແດ່ມາເບິ່ງກັນເລີຍ!

  1. ຜັກ ແລະ ໝາກໄມ້ທີ່ມີວິຕາມິນ C : ເປັນວິຕາມິນພື້ນຖານທີ່ສາມາດສ້າງພູມຕ້ານທານໄດ້ດີ ສາມາດຊ່ວຍຖ່ວງດຶງເວລາຄວາມເສື່ອມຂອງເຊວໃນຮ່າງກາຍເມື່ອຫັນໃຈເອົາຝຸ່ນລະອອງຂະໜາດນ້ອຍເຂົ້າໄປ. ສຳລັບກຸ່ມທີ່ມີວິຕາມິນສູງໄດ້ແກ່: ໝາກກ້ຽງ, ແອັບເປິ້ນ, ໝາກໂມ, ໝາກຮຸ່ງ, ຜັກໃບຂຽວເຂັ້ມ, ຜັກຫົມ ແລະ ຫອມບົ່ວໃຫຍ່.
  1. ຜັກສີສົ້ມ ແລະ ຊີ້ນສັດແດງ: ມີວິຕາມິນ B6, B12 ແລະ ກົດໂຟລິກ ສາມາດລົດສານໂຮໂມຊິສເທອີນໃນເລືອດລົງເມື່ອຫັນໃຈເອົາຝຸ່ນລະອອງນ້ອຍໆເຂົ້າໄປ ແລ້ວເກີດພາວະຫຼອດເລືອດຫົວໃຈຕີບ ໂດຍມີສານໂຮໂມຊິສເທອິນໃນເລືອດສູງ ກໍຈະສາມາດບັນເທົາໄດ້. ​ສຳລັບອາຫານກຸ່ມນີ້ໄດ້ແກ່ຜັກສີສົ້ມທີ່ມີເບຕາແຄໂຣທີນເຊັ່ນ: ຟັກເຂົ້າ, ຫົວກະຣົດ, ໝາກອຶ… ສ່ວນວິຕາມິນ B12  ມີໃນຊີ້ນສັດແດງ ມີສ່ວນຊ່ວຍໃຫ້ປະສິດທິພາບຂອງປອດດີຂຶ້ນ.
  1. ປາ ແລະ ຖົ່ວ: ບໍ່ວ່າຈະເປັນປາທະເລ ແລະ ນ້ຳຈືດທີ່ມີນ້ຳມັນປາ, ໄຂມັນປາ, ຖົ່ວວອລນັດ, ຖົ່ວອັລມອນ, ຖົ່ວເຫຼືອງ ກໍອຸດົມໄປດ້ວຍກົດໄຂມັນໂອເມກາ-3 ທີ່ເປັນສານຕ້ານການອັກເສບຂອງຮ່າງກາຍ. ການວິໄຈໃນປະເທດແມັກຊິໂກພົບວ່າ ນ້ຳມັນປາສາມາດປ້ອງກັນຄວາມເສື່ອມຂອງຮ່າງກາຍຈາກການໄດ້ຮັບຝຸ່ນ PM 2.5 ໄດ້.
  1. ຜັກບັອກໂຄລີ: ຈາກຜົນງານການວິໄຈຂອງ Johns Hopkins University ພົບວ່າ ໃນປະເທດຈີນ ບໍລິເວນທີ່ມີມົນລະພາວະທາງອາກາດສູງ ຜູ່ທີ່ບໍລິໂພກບັອກໂຄລີ ຈະມີປອດ ແລະ ຕັບທີ່ຂັບໄລ່ຂອງເສຍອອກຈາກຮ່າງກາຍໄດ້ດີກວ່າ. ນັ້ນເປັນຍ້ອນວ່າບັອກໂຄລີເປັນຜັກທີ່ມີຊັນໂຟລາເຟນ ແລະ ສານອິນດອລ ທີ່ຊ່ວຍເລັ່ງການຂັບສານພິດອອກຈາກຮ່າງກາຍນັ້ນເອງ, ນອກຈາກນັ້ນຍັງຊ່ວຍຕ້ານມະເຮັງໄດ້ອີກດ້ວຍ.
  1. ໝາກໂມ-ຫອມບົ່ວໃຫຍ່-ກະທຽມ-ໄຂ່: ເປັນອາຫານທີ່ມີກົດອະມີໂນຊິສເຕອິນ ຊ່ວຍໃນການສັງເຄາະ N-acetyl cysteine  ເຊິ່ງຈະຊ່ວຍລົດພາວະຫຼອດລົມໄວຕໍ່ການຖືກກະຕຸ້ນ ແລະ ລົດຄວາມສ່ຽງຂອງການເກີດໂຣກໃນລະບົບທາງເດີນຫາຍໃຈ, ນອກຈາກນີ້ N-acetyl cysteine  ຍັງມີສ່ວນຊ່ວຍໃນການລົດເສມຫະ, ນ້ຳມູກໃນປອດ ແລະ ຊ່ວຍເສີມພູມຕ້ານທານໃຫ້ແກ່ຮ່າງກາຍໄດ້ເປັນຢ່າງດີ.
  1. ເຫັດຍີ່ປຸ່ນ: ບໍ່ວ່າຈະເປັນເຫັດຍາມາບູຊິຕາເກະ,​ເຫັດຊິຕາເກະ (ເຫັດຫອມ), ເຫັດໄມຕາເກະ ຫຼື ເຫັດມັດສຶຕາເກະ ປະກອບໄປດ້ວຍສານອາຫານປະເພດໂພລີແຊັກຄາໄຣ ໃນກຸ່ມຂອງເບຕາກລູແຄນ ທີ່ຊ່ວຍເສີມລະບົບພູມຄຸ້ມກັນໃຫ້ແຂງແຮງຈົນຮ່າງກາຍສາມາດກຳຈັດເຊື້ອໄວຣັສ ຫຼື ສິ່ງແປກປອມໄດ້ດີ.
  1. ໝາກຂາມປ້ອມ ແລະ ຂີ້ໝິ້ນ: ຫາກເອົາມາຕົ້ມດື່ມ ຈະຊ່ວຍປ້ອງກັນເຊວເກີດການອັກເສບ, ສຳລັບໝາກຂາມປ້ອມສາມາດລະລາຍເສມຫະ ແລະ ບຳລຸງສຽງໄດ້ດີທີ່ສຸດ, ຈະຊ່ວຍໃຫ້ການເຮັດວຽກຂອງຫຼອດເລືອດໃຫ້ໄຫຼວຽນດີ, ຊ່ວຍລົດຜົນກະທົບຈາກແກ໊ສພິດຊັນເວີໄດອອກໄຊທີ່ເປັນແຫຼ່ງກຳເນີດຂອງ PM 2.5 ແລະ ຍັງມີຄຸນສົມບັດໃນການຕ້ານອະນຸມູນອິດສະລະໄດ້ດີກວ່າວິຕາມິນ E ເຖິງ 80 ເທົ່າໂຕ.

ທີ່ມາ: https://home.maefahluang.org/17704127/7foodspm25