ຍອດຜູ້ຮັບຊົມພິທີສາບານຕົນຂອງ Joe Biden ທາງໂທລະພາບໃນສະຫະລັດ ສູງກວ່າຂອງ Donald Trump ໃນປີ 2017


ວັນທີ 20 ມັງກອນ ທີ່ຜ່ານມາ ໃນພິທີສາບານຕົນເຂົ້າຮັບຕຳແໜ່ງຂອງປະທານາທິບໍດີຂອງໂຈ ໄບເດັນ ແລະ ຄາມາລາ ແຮຣິສ ສຳນັກຂ່າວພາຍໃນສະຫະລັດອາເມຣິກາລາຍງານວ່າ ມີຈຳນວນຜູ້ຮັບຊົມຜ່ານໂທລະສັບສູງເຖິງ 39.87 ລ້ານຄົນໃນສະຫະລັດອາເມຣິກາ ເຊິ່ງຈຳນວນດັ່ງກ່າວໄດ້ເອົາຊະນະ ໂດໂນ ທຣຳ ທີ່ເຄີຍເຮັດໄວ້ເມື່ອປີ 2017 ກັບຍອດ 38.35 ລ້ານຄົນ.

ຕົວເລກນີ້ເປັນການຮວບຮວມຈາກການຖ່າຍທອດສົດຂອງສະຖານີໂທລະພາບທັງ 6 ຊ່ອງໃຫຍ່ ເລີ່ມດ້ວຍ CNN ທີ່ມີຍອດຜູ້ຮັບຊົມສູງສຸດຈາກທັງໝົດທີ່ 9.9 ພັນລ້ານ, ເຊິ່ງເປັນໄປຕາມຄາດເນື່ອງຈາກຖານຜູ້ຮັບຊົມສ່ວນໃຫຍ່ຂອງສະຖານີໄດ້ສະໜັບສະໜຸນພັກເດໂມແຄຣດ. ນອກຈາກນີ້ ທາງສະຖານີລະບຸວ່າ ນີ້ເປັນການຮັບຊົມພິທີສາບານຕົນຂອງສະຖານີທີ່ສູງທີ່ສຸດເທົ່າທີ່ເຄີຍຖ່າຍທອດສົດມາ.

ຕາມມາດ້ວຍອັນດັບ 2-6 ທີ່ຍັງເກາະກຸ່ມກັນ ບໍ່ວ່າຈະເປັນ ABC ທີ່ 7.66 ລ້ານຄົນ, NBC ທີ່ 6.89 ລ້ານຄົນ, MSNBC ທີ່ 6.53 ລ້ານຄົນ, CBS ທີ່ 6.07 ລ້ານຄົນ ແລະ Fox News ສະຖານີທີ່ຄອງໃຈຜູ້ສະໜັບສະໜຸນທຣຳໃນອັນດັບສຸດທ້າຍທີ່ຕົກມາຢູ່ທີ່ 2.74 ລ້ານຄົນ ເຊິ່ງຕ່າງຈາກປີທີ່ພິທີສາບານຕົນຂອງທຣຳໃນປີ 2017 ທີ່ສູງເຖິງ 11.76 ລ້ານຄົນ.

ສ່ວນງານຊ່ວງກາງຄືນຢ່າງ Celebrating America ທີ່ຖ່າຍທອດສົດຜ່ານທາງຊ່ອງ ABC, NBC ແລະ CBS ຄວາມຍາວປະມານ 1 ຊົ່ວໂມງເຄິ່ງກໍກວາດຈຳນວນຍອດຜູ້ຮັບຊົມລວມກັນສູງເຖິງ 10.56 ລ້ານຄົນ, ໂດຍໄດ້ກອງທັບຄົນດັງມາຮ່ວມສະແດງຄວາມຍິນດີ ຢ່າງ ທອມ ແຮງສ ນັກສະແດງຮໍລີວູດອັນດັບຕົ້ນໆທີ່ຕິດເຊື້ອໂຄວິດ-19 ມາເປັນຜູ້ດຳເນີນລາຍການ. ຕາມມາດ້ວຍການສະແດງຈາກ Foo Fighters, Justin Timberlake, Jon Bon Jovi ແລະ ອີກກວ່າ 4 ມາຮ່ວມດ້ວຍ.

ພາບ: POLITICO

ຂອບໃຈທີ່ມາ: