ຈະກິນຫຼືຢ້ານກ່ອນດີ? ແບຣນອາຫານ Plant-based ໃນສະວີເດັນ ພັດທະນາ “ເບີເກີ້ຊີ້ນຄົນ Plant-based” ທີ່ລໍຖ້າໃຫ້ທຸກຄົນໄປລອງປະສົບການໃໝ່ໆ


ການກິນອາຫານແປກຖືວ່າເປັນອີກສິ່ງໜຶ່ງທີ່ເປີດໂລກເຮົາແທ້ໆ ເພາະວ່າເຮົາບໍ່ສາມາດຈິນຕະນາການໄດ້ເລີຍວ່າ “ອາຫານແບບນີ້ຄົນເຮົາກໍຍັງຫາມາກິນເນາະ” ບໍ່ວ່າຈະເປັນສັດມີພິດ, ເຫັດເບື່ອ, ແມງສາບ ຫຼືຂີ້ກະເດືອນ ເປັນຕົ້ນ. ທັງນີ້ ຮູ້ບໍ່ວ່າອາຫານການກິນຂອງຄົນເຮົາມັນໄດ້ກ້າວໄປອີກໜຶ່ງຂັ້ນແລ້ວ ເພາະບໍລິສັດຈາກສະວີເດັນໄດ້ຜະລິດ ເບີເກີ້ຊີ້ນຄົນ “ທີ່ຜະລິດຈາກ Plant-based” ໄດ້ສຳເລັດ ເພື່ອໃຫ້ທຸກຄົນໄປລອງຣົດຊາດທີ່ບໍ່ເຄີຍສໍາຜັດມາກ່ອນ.

ທີ່ກ່າວມາອາດຈະຟັງເບິ່ງຂົນລຸກແດ່ ແຕ່ Oumph! ເຊິ່ງເປັນແບຣນອາຫານແພລນເບສ (plant-based= ອາຫານທີ່ປະກອບມາຈາກພືດຢ່າງໜ້ອຍ 95%) ໃນສະວີເດັນ ໄດ້ພັດທະນາ ເບີເກີ້ “ຊີ້ນຄົນ” ແບບ plant-based ເພື່ອເປັນແຄມເປນຕ້ອນຮັບວັນຮາໂລວີນໃນປີທີ່ຜ່ານມາ ແລະ ສາມາດຄວ້າຮາງວັນຈາກເວທີຄວາມຄິດສ້າງສັນໃນລະດັບໂລກໄດ້ສໍາເລັດ.

ຢ້ອນກັບໄປເມື່ອປີກ່ອນ Oumph! ໄດ້ຮ່ວມມືກັບ LOLA MullenLowe ເຊິ່ງເປັນເອເຈນຊີໂຄສະນາ ໄດ້ເຊີນຊວນໃຫ້ປະຊາຊົນໃນກຸງສະຕັອກໂຮມ ໃຫ້ມາລອງກິນເບີເກີ້ຊີ້ນຄົນແບບ plant-based ເພື່ອເປັນການພິສູດວ່າ ບໍລິສັດສາມາດພັດທະນາຊີ້ນ plant-based ແບບໃດກໍໄດ້ຕາມທີ່ຕ້ອງການໂດຍທີ່ມັນມີຣົດຊາດໃກ້ຄຽງກັບຊີ້ນແທ້ໆ.

Tomas Ostilglia ເຊິ່ງເປັນຜູ້ອຳນວຍການບໍລິຫານຝ່າຍຄວາມຄິດສ້າງສັນຈາກ LOLA MullenLowe ໄດ້ສະແດງຄວາມເຫັນກ່ຽວກັບເບີເກີ້ຊີ້ນຄົນວ່າ “ຄວາມກ້າທີ່ຈະຊຸກຍູ້ໄອເດຍສ່ຽງໆ ແບບເຕັມທີ່ 100% ກັບແບຣນແມ່ນຄຸ້ມຄ່າສະເໝີ, ສິ່ງທຳອິດກໍສໍາລັບຜູ້ບໍລິໂພກ ແລະ ສິ່ງທີ່ສອງຄືເປັນຜົນດີກັບອຸດສາຫະກໍາ”

Tomas ອະທິບາຍຕື່ມອີກວ່າ ການທີ່ແບຣນອາຫານ plant-based ຕ້ອງບອກກັບຜູ້ບໍລິໂພກວ່າອາຫານຂອງແບຣນມີຣົດຊາດຄ້າຍກັບຊີ້ນແທ້ໆ ອາດຈະເປັນສິ່ງທີ່ໜ້າເບື່ອ ເຊິ່ງວີທີແກ້ບັນຫາໃນເລື່ອງນີ້ສໍາລັບການເຮັດແຄັມເປນໃຫ້ກັບ Oumph! ກໍຄື ລອງເຮັດເບີເກີ້ຊີ້ນຄົນແບບ plant-based ທີ່ມີຣົດຊາດທີ່ແຊບ ອອກມາໃຫ້ກຸ່ມຄົນທີ່ຕ້ອງການລອງປະສົມກິນອາຫານແປກໆ ໄດ້ມາລອງກິນ.

ແລະຈາກໄອເດຍທີ່ແປກແຫວກແນວ ເຮັດໃຫ້ແຄັມເປນນີ້ພາໃຫ້ທາງບໍລິສັດຜູ້ຜະລິດສາມາດຄວ້າຮາງວັນຫຼຽນເງິນ ສາຂາ Brand Experience & Activation ໃນງານ Cannes Lions Festival ເມື່ອວັນທີ 23 ມິຖຸນາ 2022 ໄດ້ສຳເລັດ ເຊິ່ງງານນີ້ເອີ້ນໄດ້ວ່າເປັນງານໃຫຍ່ສຳລັບວົງການໂຄສະນາ ແລະ ຄວາມຄິດສ້າງສັນໃນລະດັບໂລກ.

ດ້ານ Anders Linden ໜຶ່ງໃນຜູ້ຮ່ວມກໍ່ຕັ້ງຂອງ Oumph! ເລົ່າວ່າ “ການພັດທະນາເບີເກີ້ plant-based ທີ່ມີຣົດຊາດຂອງຊີ້ນຄົນກໍເປັນສິ່ງທີ່ໜ້າຕື່ນເຕັ້ນຢູ່ແລ້ວ ແລະ ເປັນຕາຢ້ານຢູ່ ແຕເມື່ອແຄັມເປນນີ້ຊະນະຮາງວັນທີ່ເມືອງຄານສ໌ ກໍຍິ່ງຕື່ນເຕັ້ນຂຶ້ນໄປອີກ”

Anders ບອກຕື່ມອີກວ່າ “ເຮົາພັດທະນາເບີເກີ້ນີ້ຂຶ້ນມາຢ່າງໄວວາ ທັນທີທີ່ເຮົາຮູ້ຣົດຊາດ ແລະ ສໍາຜັດແບບທີ່ເຮົາຕາມຫາ, ນີ້ຄືວິທີຜົນທີ່ໄດ້ແບບແປກໆ ຂອງການທີ່ພະຍາຍາມໃຫ້ເຫັນວ່າ ການສ້າງອາຫານໂດຍໃຊ້ພຽງແຕ່ພືດ ຄືສິ່ງທີ່ເປັນໄປໄດ້”

ສໍາລັບເບີເກີ້ຊີ້ນຄົນຂອງ Oumph! ຫຼັກໆ ແມ່ນປະກອບໄປດ້ວຍຖົ່ວເຫຼືອງ, ເຫັດ, ໂປຣຕີນເຂົ້າສາລີ ແລະໄຂມັນ plant based ປະສົມເຂົ້າກັນກັບເຄື່ອງປຸງທີ່ຖືກເກັບໄວ້ເປັນຄວາມລັບ ແລະທາງ Oumph! ກໍໄດ້ຊີ້ແຈງຢ່າງຊັດເຈນວ່າ ບໍ່ມີມະນຸດໄດ້ຮັບບາດເຈັບໃນລະຫວ່າງການພັດທະນາອາຫານຊະນິດນີ້ແຕ່ຢ່າງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/