ສະມາຊິກສະພາສະເໜີໃຫ້ລັດຖະບານສົ່ງເສີມວຽກງານວິຈິດສິນ ແລະ ສິລະປະວັດທະນະທຳ ໃຫ້ດີຂຶ້ນກວ່າເກົ່າ


ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 4 ກໍລະກົດ 2022, ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍວິຈິດສິນ ເຊິ່ງເປັນກົດໝາຍສ້າງຂຶ້ນໃໝ່ທີ່ສະເໜີໂດຍ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໂດຍທ່ານຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍສະບັບນີ້ ພາຍຫຼັງຈັດຕັ້ງປະຕິບັດດຳລັດວ່າດ້ວຍວິຈິດສິນໃນໄລຍະ 6 ປີຜ່ານມາ ເຊິ່ງເປັນບ່ອນອີງດ້ານນິຕິກຳໃນການເຄື່ອນໄຫວຄຸ້ມຄອງ, ກວດກາ ແລະສົ່ງເສີມວຽກງານວິຈິດສິນ ແຕ່ຜ່ານການຈັດຕັ້ງປະຕິບັດເຫັນວ່າດຳລັດດັ່ງກ່າວຍັງມີຂອບເຂດການນໍາໃຊ້ທີ່ຈໍາກັດ, ເນື້ອໃນບໍ່ທັນລະອຽດຈະແຈ້ງເທົ່າທີ່ຄວນ, ການຄຸ້ມຄອງ, ພັດທະນາ, ປະດິດສ້າງວຽກງານວິຈິດສິນບໍ່ທັນໂດດເດັ່ນ ແລະບັນຫາອື່ນໆ.

ພ້ອມດຽວກັນນີ້ໃນທ້າຍປີ 2015 ລັດຖະບານລາວໄດ້ເປັນພາຄີ 2 ສົນທິສັນຍາຄື: ສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນໍາເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທຳທີ່ຜິດກົດໝາຍ ແລະ ສົນທິສັນຍາວ່າດ້ວຍຊັບສິນທາງວັດທະນະທໍາທີ່ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ ເຊິ່ງໄດ້ກຳນົດກ່ຽວກັບນິຍາມ, ມາດຕະການ ແລະລະບຽບການຂອງສົນທິສັນຍາ, ສະນັ້ນການປັບປຸງດຳລັດວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ ແນໃສ່ເພື່ອສ້າງຄວາມເຊື່ອໃຫ້ແກ່ສາກົນ ແລະເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ທັງແທດເໝາະກັບສະພາບຄວາມເປັນຈິງຂອງລາວ ໂດຍສະເພາະການໂຮມບັນດາກົມ, ກອງໃຫ້ກະທັດຮັດ ແລະ ໜັກແໜ້ນເຂັ້ມແຂງ. ພ້ອມດຽວກັນນັ້ນກໍໄດ້ເພີ່ມພາກສະມາຄົມເຊິ່ງເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າໃຫ້ມີບົດບາດ ແລະ ມີສ່ວນຮ່ວມຢ່າງຈິງຈັງໃນການອະນຸຸລັກ, ປົກປັກຮັກສາສິລະປະ-ວັດທະນາທຳ, ປະຫວັດສາດ ແລະ ທຳມະຊາດ.

ທ່ານ ນາງ ວັນນາ ພົມມີສອນ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ປະກອບຄໍາເຫັນໃນຫຼາຍມາດຕາ ເປັນຕົ້ນມາດຕາ 3 ການອະທິບາຍຄໍາສັບມີຫຼາຍສັບຄໍາເວົ້າທີ່ຍັງບໍ່ໄດ້ແປລະອຽດເຊັ່ນ: ພຸດທະປະຫວັດ, ພະທາຍເພັດ ແລະ ອື່ນໆ. ດັ່ງນັ້ນສະເໜີໃຫ້ອະນຸກຳມະການປັບປຸງຄືນເພື່ອໃຫ້ເຂົ້າໃຈງ່າຍ ແລະ ເປັນເຄື່ອງມືຮັບໃຊ້ໃນຂົງເຂດວິຈິດສິນຢ່າງແທ້ຈິງ.

ທ່ານ ແດງ ປະທຸມທອງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ປະກອບຄໍາເຫັນກ່ຽວກັບຈຸດປະສົງຂອງການສ້າງຮ່າງກົດໝາຍວ່າດ້ວຍວິຈິດສິນ ໂດຍສະເໜີໃຫ້ກຳນົດແຈ້ງຕື່ມ ແລະ ສ່ອງແສງໃຫ້ເຫັນທາດແທ້ຂອງກົດໝາຍຢ່າງຈະແຈ້ງ ເປັນຕົ້ນການຄຸ້ມຄອງ, ການອະນຸລັກ ແລະ ການສົ່ງເສີມ ພ້ອມທັງຮຽບຮຽງຄືນແຕ່ລະຂັ້ນຕອນ ເພື່ອໃຫ້ມີຄວາມສອດຄ່ອງກວ່າເກົ່າ.

ຮ່າງກົດໝາຍວ່າດ້ວຍວິຈິດສິນປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາ ຄາດວ່າເມື່ອຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະປະຕິສັງຂອນ ລວມທັງມາດຕະການຕ່າງໆຕໍ່ວິຈິດສິນ ເພື່ອຮັກສາໄວ້ຄຸນຄ່າທາງດ້ານສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ຕ້ານ ແລະ ສະກັດກັ້ນການບຸກລຸກ, ທໍາລາຍມໍລະດົກທາງດ້ານວິຈິດສິນທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ຍືນຍົງຄຽງຄູ່ຊາດລາວຕະຫຼອດໄປ.

ຂອບໃຈຂໍ້ມູນໂດຍ:

https://cutt.ly/EK4Op2B

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/