ຜົນວິໄຈພົບ! ແຫຼ່ງນ້ຳຈືດທົ່ວໂລກລະເຫີຍໄປກວ່າ 15% ຄາດວ່າພື້ນທີ່ບາງແຫ່ງອາດຂາດນໍ້າຈືດ


“ນ້ຳຈືດ” ແມ່ນສິ່ງໜຶ່ງທີ່ເປັນປັດໄຈເຮັດໃຫ້ສິ່ງທີ່ມີຊີວິດຫຼາຍໆຊະນິດສາມາດດໍາລົງຊີວິດໄປໄດ້ ເຊິ່ງນັ້ນກໍລວມໄປເຖິງມະນຸດເຮົາ ເພາະນ້ຳຈືດປຽບເໝືອນສາຍແຮ່ແຫ່ງຊີວິດ ຖ້າຫາກວ່າມື້ນີ້ເຮົາຂາດມັນໄປ ຫຼາຍໆເຜົ່າພັນກໍອາດມີການສູນພັນກໍເປັນໄດ້.

ຢ່າງໃດກໍດີ ຝັນຮ້າຍທີ່ເຮົາບໍ່ຢາກໃຫ້ເກີດສຸດທ້າຍກໍມາຮອດແລ້ວ ເພາະເມື່ອຫຼ້າສຸດນີ້ ນັກນິເວດວິທະຍາຈາກມະຫາວິທະຍາໄລ Texas A&M ຈາກສະຫະລັດອາເມຣິກາ ໄດ້ຄົ້ນພົບເມື່ອບໍ່ດົນມານີ້ວ່າ ໃນປັດຈຸບັນແຫຼ່ງນໍ້າທະເລສາບນໍ້າຈືດທົ່ວໂລກກໍາລັງປະສົບບັນຫານ້ຳຈືດລະເຫີຍອອກໄປໃນອັດຕາທີ່ຫຼາຍກວ່າປົກກະຕິຢ່າງຫຼວງຫຼາຍ ແລະມັນອາດເກີດຜົນກະທົບຮຸນແຮງຕໍ່ສະພາບພູມອາກາດແລະສະພາບອາກາດໄດ້ເລີຍ.

ຈາກເນື້ອໃນຜົນວິໄຈໃນຄັ້ງນີ້ລະບຸວ່່າ ການລະເຫີຍຂອງນ້ຳໃນຄັ້ງນີ້ ຄາດວ່າມີສາເຫດມາຈາກອຸນຫະພູມທີ່ຮ້ອນຂຶ້ນ ບວກກັບການແຜ່ຣັງສີຂອງດວງຕາເວັນ ເຖິງແມ່ນວ່າມັນຈະເປັນການລະເຫີຍທີ່ເກີດຂຶ້ນຕາມຂະບວນການຂອງທໍາມະຊາດ ແຕ່ມັນອາດຈະເຮັດໃຫ້ພື້ນທີ່ບາງແຫ່ງຂອງໂລກຕ້ອງປະເຊີນກັບພາວະການຂາດນໍ້າຈືດໄດ້ເລີຍ

Gang Zhao ຜູ້ເຮັດການວິໄຈໃນຄັ້ງນີ້ໄດ້ກ່າວວ່າ “ເຮົາພົບວ່າການລະເຫີຍຂອງທະເລສາບໃນໄລຍະຍາວຢູ່ທີ່ປະມານ 1,500 (ບວກ ຫຼື ລົບ 150) ກິໂລແມັດກ້ອນ (cubic kilometers) ຕໍ່ປີ ເຊິ່ງມັນຫຼາຍກວ່າການປະເມີນການໃນອະດີດເຖິງ 15.4%”

ເຊິ່ງນັ້ນເຮັດໃຫ້ຕອນນີ້ທ້ອງຟ້າໄດ້ຮັບນ້ຳຂຶ້ນໄປຫຼາຍເຖິງ 3 ລ້ານລ້ານລິດຕໍ່ປີ  ແລະນັກວິໄຈຍັງພົບວ່າການລະເຫີຍໃນຫຼາຍໆ ສ່ວນແມ່ນມາຈາກອ່າງເກັບນ້ຳທີ່ມະນຸດປະດິດຂຶ້ນ.

“ຈາກມຸມມອງທົ່ວໂລກ ການລະເຫີຍຂອງອ່າງເກັບນ້ຳທັງໝົດ ອາດມີຂະໜາດໃຫຍ່ກວ່າການໃຊ້ນ້ຳພາຍໃນແລະວົງການອຸດສາຫະກໍາລວມກັນ” Huilin Gao ວິສະວະກອນດ້ານສິ່ງແວດລ້ອມ ໄດ້ອະທິບາຍໃນບົດວິໄຈນີ້.

ຢ່າງໃດກໍຕາມ ເຖິງວ່າການຄົ້ນພົບນີ້ບໍ່ແມ່ນຂ່າວທີ່ດີ ແຕ່ການທີ່ເຮົາຮູ້ຕົວໄວວ່ານ້ຳຈືດກໍາລັງລະເຫີຍໄວຂຶ້ນກໍອາດຈະນໍາມາເຊິ່ງຂໍ້ມູນສໍາຄັນທີ່ຊ່ວຍປັບປຸງການຕັດສິນໃຈໃນການຈັດການອ່າງເກັບນ້ຳທົ່ວໂລກໄດ້ເຊັ່ນກັນ.

ແລະຂໍ້ມູນຈາກການວິໄຈນີ້ອາດຈະມີສ່ວນຊ່ວຍໃນການສຶກສາບົດບາດຂອງແຫຼ່ງນ້ຳຕໍ່ລະບົບການເຮັດວຽກຂອງໂລກ ເພື່ອການພະຍາກອນອາກາດທີ່ດີຂຶ້ນ ຫຼືແມ່ນແຕ່ການສ້າງແບບຈໍາລອງນ້ຳຖ້ວມ ຫຼື ໄພແຫ້ງແລ້ງທີ່ມີຄວາມຖືກຕ້ອງກວ່າທີ່ເຄີຍເປັນມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/