ຄົ້ນພົບວັດຖຸບູຮານເກົ່າແກ່ທີ່ປະເມີນຄ່າບໍ່ໄດ້ ເປັນຈຳນວນຫຼາຍ ທີ່ໂຮງນາງສີດາ ວັດພູຈຳປາສັກ


ວັນທີ 30 ມິຖຸນາ 2022 ທີ່ຜ່ານມາ ວິຊາການຂອງ ຫ້ອງການ ມໍລະດົກໂລກວັດພູຈຳປາສັກ ໄດ້ສົມທົບກັບ ກົມມໍລະດົກ ແລະ ຮ່ວມກັບຄະນະນັກສຳຫຼວດບູຮານຄະດີປະເທດ ສ.ເກົາຫຼີ ໄດ້ຄົ້ນພົບວັດຖຸບູຮານເກົ່າແກ່ທັງໝົດ 554 ຕົວຢ່າງ ຢູ່ທີ່ ໂຮງນາງສີດາ ໃນພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ ບ້ານໜອງສະ ເມືອງຈຳປາສັກ ແຂວງຈຳປາສັກ.

ການສຳຫຼວດໄດ້ເລີ່ມຕົ້ນມາແຕ່ທ້າຍປີ 2021 ຈົນຮອດ ທ້າຍເດືອນພຶດສະພາ ກ່ອນທີ່ທີມງານນັກສຳຫຼວດ ແລະ ວິຊາການຂອງຫ້ອງການມໍລະດົກໂລກວັດພູ ແລະ ກົມມໍລະດົກ ໄດ້ມີການຮື້ຖອນ ໂຄງສ້າງຫີນທີ່ເປ່ເພ ເພື່ອຊອກຫາໂຄງສ້າງເດີມ ຈຶ່ງໄດ້ມີການຂຸດເລິກລົງໄປປະມານ 4.5 ແມັດ ແລະໄດ້ພົບກັບວັດຖຸບູຮານຈຳນວນຫຼາຍ.

ໃນບັນດາວັດຖຸບູຮານ ດັ່ງກ່າວ ຄາດການວ່າມີສົມບັດສົມບັດອັນລ້ຳຄ່າ ຈຳນວນປະມານ 237 ຕົວຢ່າງ ເຊັ່ນ: ພຣະພຸດທະຮູບ, ແກ້ວນາງຝວານ, ແຜ່ນຄຳ, ແຫວນເປັນຕົ້ນ. ນອກນັ້ນຍັງມີເຄື່ອງປະດັບອີກຈຳນວນໜຶ່ງ ບໍ່ວ່າຈະເປັນ ສາຍຄໍ, ຕຸ້ມຫູ, ຫີນທີ່ມີລັກສະນະຄືກັບລູກແກ້ວ ທີ່ີມີທັງສີຂາວ,ສີຂຽວ, ສີແດງ ແລະ ວັດຖຸທີ່ເປັນຄຳບາງຢ່າງຍັງຖືກແກະສະລັກໃຫ້ເປັນລວດລາຍຂອງດອກໄມ້ ເຊິ່ງສັນນິຖານວ່າທັງໝົດນີ້ຈະຢູ່ໃນລະຫວ່າງ ສະຕະວັດ ທີ 14.

ແຕ່ເຖີງຢ່າງໃດກໍຕາມ ຂໍ້ມູນດັ່ງກ່າວ ແມ່ນກຳລັງຢູ່ໃນຂັ້ນຕອນການ ຄົ້ນຄວ້າທາງດ້ານວິທະຍາສາດ ຂອງ ສຳນັກບໍລິຫານມໍລະດົກວັດທະນະທຳ the Cultural Heritage Administration ແລະ ມູນນິທິມໍລະດົກວັດທະນະທຳ the Korea Cultural Heritage Foundation ຂອງ ສ.ເກົາຫຼີ.

ສຳລັບ ໂຮງນາງສີດາ ທີ່ຢູ່ທາງພາກໃຕ້ຂອງປະເທດລາວ ແມ່ນ ລັດຖະບານເກົາຫຼີ ໄດ້ຊຸກຍູ້ໂຄງການອະນຸລັກ ແລະ ບູລະນະສະຖານທີ່ແຫ່ງນີ້ມາແຕ່ປີ 2013 ແລະ ໃນປີ 2019 ໄດ້ມີການຄົ້ນພົບຮູບປັ້ນຮູບຊົງຂອງອະໄວຍະວະເພດຍິງ ໂຍນີ “Yoni” ໃນລາວເປັນຄັ້ງທຳອິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/