ອາເມຣິກາ ກົດດັນໃຫ້ Apple ແລະ Google ຖອດ TikTok ອອກຈາກຮ້ານຄ້າຂອງຕົນເອງ ອ້າງເປັນແອັບທີ່ມັກລັກຂໍ້ມູນລູກຄ້າ


ນັບຕັ້ງແຕ່ທີ່ແອັບ TikTok ເປີດຕົວ ແລະ ໃຫ້ບໍລິການໃນສະຫະລັດ ອາເມຣິກາ ກໍເບິ່ງຄືວ່າຈະຖືກວິຈານມາໂດຍຕະຫຼອດ ໃນເລື່ອງຂອງການເກັບກຳຂໍ້ມູນຈາກຜູ້ໃຊ້ງານ ເຊິ່ງຫຼ້າສຸດ Brendan Car ໜຶ່ງໃນຄະນະກຳມາທິການຂອງ ຄະນະກຳມະການກຳກັບດູແລການສື່ສານ ຂອງສະຫະລັດອາເມຣິກາ ຫຼື Federal Communications Commission (FCC)  ໄດ້ຂຽນຈົດໝາຍເຖິງຜູ້ໃຫ້ບໍລິການ Google ແລະ Apple ເພື່ອຮຽກຮ້ອງໃຫ້ທັງສອງບໍລິສັດ ລຶບແອັບ TikTok ອອກຈາກ Play Store ແລະ App Store ດ້ວຍເຫດຜົນດ້ານຄວາມໝັ້ນຄົງ.

ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫຼັງຈາກ Buzzfeed News ເປີດເຜີຍເມື່ອອາທິດທີ່ຜ່ານມານີ້ວ່າ ພະນັກງານຂອງ TikTok ໃນຈີນ ສາມາດເຂົ້າເຖິງຂໍ້ມູນຜູ້ໃຊ້ງານ ໃນສະຫະລັດ ອາເມຣິກາໄດ້.

Brendan Car ກ່າວວ່າ ແອັບ TikTok ເປັນຂອງບໍລິສັດ ByteDance ມີທີ່ຕັ້ງຢູ່ນະຄອນ ປັກກິ່ງ ເຊິ່ງເປັນອົງກອນທີ່ຍຶດຖືຄອມມູນິດ ແລະ ຕ້ອງໄດ້ປະຕິບັດຕາມຂໍ້ຮຽກຮ້ອງຂອງຈີນໃນການກວດສອບຂໍ້ມູນຕ່າງໆ ແລະ ຄົນອາເມຣິກາຫຼາຍລ້ານຄົນກໍຫຼິ້ນແອັບດັ່ງກ່າວ ຈຶ່ງເຮັດໃຫ້ FCC ມີຄວາມກັງວົນເຖິງເລື່ອງຄວາມເປັນສ່ວນຕົວຂອງພົນລະເມືອງຊາດ ອາເມຣິກາ.

Brendan Car ກ່າວຕື່ມອີກວ່າ ການກະທຳຂອງ TikTok ສົ່ງຜົນຕໍ່ຄວາມໝັ້ນຄົງຂອງຊາດ ເນື່ອງຈາກມີການສົ່ງຂໍ້ມູນຜູ້ໃຊ້ງານຊາວອາເມຣິກາ ກັບໄປທີ່ຈີນ ຈຶ່ງຂໍໃຫ້ Google ແລະ Apple ຖອດແອັບ TikTok ອອກຈາກຮ້ານຄ້າຂອງຕົນ ແລະ ໃຫ້ເວລາເຖິງວັນທີ 8 ກໍລະກົດນີ້ ຫຼື ຖ້າບໍ່ເຮັດການຖອດຖອນແອັບດັ່ງກ່າວອອກ ກໍຂໍໃຫ້ມີການຊີ້ແຈ້ງເຫດຜົນນຳ.

ກ່ຽວກັບເລື່ອງຄວາມເປັນສ່ວນຕົວຂອງປະຊາຊົນຊາວອາເມຣິກາ ທາງ TikTok ໄດ້ອອກມາຍໍ້າ ແລະ ໃຫ້ສັນຍາມາຕະຫຼອດວ່າ ຂໍ້ມູນຂອງຜູ້ໃຊ້ໃນ ສະຫະລັດອາເມຣິກາ ຈະຖືກຈັດເກັບໄວ້ ໃນປະເທດ ສະຫະລັດອາເມຣິກາເທົ່ານັ້ນ.

ໂດຍຄວາມພະຍາຍາມທີ່ຈະແບນແອັບ Tiktok ອອກຈາກສະຫະລັດອາເມຣິກາແບບນີ້ ຖືເປັນຄວາມພະຍາຍາມ ເທື່ອທີ 3 ໃນຮອບ 2 ປີ ເພາະກ່ອນໜ້ານີ້ ໃນປີ 2020 ເຊິ່ງໃນຕອນນັ້ນ ແມ່ນພາຍໃຕ້ການຊີ້ນຳຂອງປະທານນາທິບໍດິ ໂດນັລ ທຣຳ Donald Trump ທີ່ເຄີຍສັ່ງ ແບນ ແອັບ TikTok ມາແລ້ວ ແຕ່ກໍບໍ່ສຳເລັດ ເພາະຖືກປິດກັ້ນໂດຍສານ ເຮັດໃຫ້ປະຊາຊົນຊາວອາເມຣິກາ ຍັງສາມາດໃຊ້ TikTok ໄດ້ຢູ່.

ສ່ວນເທື່ອທີ 2 ແມ່ນເດືອນ ມິຖຸນາ ປີ 2021 ໃນຍຸກຂອງ ປະທານາທິບໍດີ ໂຈ ໄບເດັນ Joe Biden ກໍແກ້ເກມໂດຍການຖອດຄຳສັ່ງດັ່ງກ່າວອອກ ແຕ່ພະຍາຍາມບັງຄັບ ByteDance ຂາຍ Tiktok ໃຫ້ບໍລິສັດໃນ ສະຫະລັດອາເມຣິກາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/