Cristiano Ronaldo ຜິດນັດບໍ່ມາລາຍງານຕົວຝຶກຊ້ອມຕາມກຳນົດການ ໂດຍອ້າງວ່າມີເຫດຜົນທາງຄອບຄົວ


ສຳລັບກຸ່ມນັກເຕະຂອງແມນເຊັສເຕີ້ ຢູໄນເຕັດ ທີ່ໄດ້ໄປຮັບໃຊ້ຊາດໃນເດືອນທີ່ຜ່ານມາ ແລະ ໄດ້ເຂົ້າມາລາຍງານຕົວຝຶກຊ້ອມກັບສະໂມສອນ ເບິ່ງຄືວ່າຈະຍັງບໍ່ມີລາຍຊື່ຂອງ ຄຣິສເຕຍໂນ້ ໂຣນັລໄດ້ ທ່າມກາງຂ່າວລືໜາຫູວ່າ ລາວມີຄວາມຕ້ອງການຢາກຈະຍ້າຍທີມ.

ສຳລັບອະນະຄົດຂອງ ຄຣິສເຕຍໂນ້ ໂຣນັລໂດ້ ດາວເຕະຊາວໂປຕຸເກດ ຄົນນີ້ ຍັງຖືໄດ້ວ່າເປັນເຄື່ອງໝາຍຄຳຖາມໃຫ້ແຟນ ແມນຢູ ແລະ ແຟນບານທົ່ວໂລກຕັ້ງຄຳຖາມກັນ ຫຼັງຈາກມື້ວານນີ້ ທີ 3 ກໍລະກົດ ມີລາຍງານຈາກສື່ຫຼາຍສຳນັກອອກມາວ່າ ເຈົ້າຂອງລະຫັດ CR7 ໄດ້ແຈ້ງກັບທາງສະໂມສອນ ແມນເຊັສເຕີ້ ຢູໄນເຕັດວ່າ ມີຄວາມຕ້ອງການຢາກຈະຍ້າຍທີມອອກໄປ.

ຕາມກຳນົດການຂອງນັກເຕະ ແມນຢູ ທີ່ໄດ້ໄປຮັບໃຊ້ຊາດໃນເດືອນທີ່ຜ່ານມາ ແມ່ນຕ້ອງກັບມາລາຍງານຕົວຝຶກຊ້ອມ ໃນວັນທີ 4 ກໍລະກົດ (ມື້ນີ້) ຫຼັງກຸ່ມນັກເຕະທີ່ບໍ່ໄດ້ໄປຫຼິ້ນໃຫ້ກັບທີມຊາດໄດ້ເຂົ້າມາລາຍງານຕົວຝຶກຊ້ອມກັບສະໂມສອນເປັນທີ່ຮຽບຮ້ອຍແລ້ວ ໃນໄລຍະ 1-2 ອາທິດທີ່ຜ່ານມາ.

ທ່າມກາງຂ່າວລືໜາຫູວ່າ ຄຣິສເຕຍໂນ້ ໂຣນັລໂດ້ ໄດ້ແຈ້ງເຖິງຄວາມຕ້ອງການຂອງຕົນໄປຫາສະໂມສອນວ່າ ຖ້າຫາກວ່າມີຂໍ້ສະເໜີ ທີ່ສົມເຫດສົມຜົນ ເຂົ້າມາເພື່ອຈະຊື້ຕົວລາວ ກໍຂໍໃຫ້ທາງສະໂມສອນ (ແມນເຊັສເຕີ້ ຢູໄນເຕັດ) ພິຈາລະນາໃຫ້ແດ່. ເຮັດໃຫ້ມື້ນີ້ (4 ກໍລະກົດ) ເຊິ່ງເປັນກຳນົດການທີ່ ໂຣນັລໂດ້ ຕ້ອງເຂົ້າມາລາຍງານຕົວຝຶກຊ້ອມ ຫຼາຍສຳນັກຂ່າວຈຶ່ງຕັ້ງໃຈຈະມາຫາຄຳຕອບຈາກປາກຂອງ ໂຣນັລໂດ້ເອງ ແຕ່ສຸດທ້າຍກໍຍັງບໍ່ເຫັນ ໂຣນັລໂດ້ ເດີນທາງເຂົ້າມາລາຍງານຕົວຝຶກຊ້ອມກັບສະໂມສອນເທື່ອ.

ຢ່າງໃດກໍຕາມ ກ່ຽວກັບເລື່ອງນີ້ ກໍມີລາຍງານອອກມາວ່າ ກຳນົດການເຂົ້າມາລາຍງານຕົວຂອງ ໂຣນັລໂດ້ ຈະຖືກເລື່ອນອອກໄປ ເນື່ອງຈາກເຫດຜົນທາງຄອບຄົວ ເຮັດໃຫ້ ໂຣນັລໂດ້ ຍັງບໍ່ສາມາດເຂົ້າມາລາຍງານຕົວໃນມື້ນີ້ໄດ້ ແລະ ເບິ່ງຄືວ່າ ທາງສະໂມສອນຈະຕອບຮັບຄຳຮ້ອງດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ສົ່ງຜົນໃຫ້ອະນາຄົດຂອງ CR7 ຍັງເປັນເຄື່ອງໝາຍຄຳຖາມໃຫ້ແຟນໆ ໄດ້ເວົ້າເຖິງກັນຕໍ່ໄປ.

ສຳລັບຟອມການຫຼິ້ນ ຂອງດາວເຕະ ອາຍຸ 37 ປີ ເມື່ອລະດູການທີ່ຜ່ານມາກັບ ແມນເຊັສເຕີ້ ຢູໄນເຕັດ ຖືວ່າເຮັດໄດ້ໜ້າພໍໃຈກັບຜົນງານ ລົງຫຼິ້ນທັງໝົດ 38 ນັດ ຍິງໄປ 24 ປະຕູ ແລະ ຊ່ວຍເຮັດປະຕູໄດ້ອີກ 3 ປະຕູ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/