ຟິລິບປິນ ຈະຮ່ວມສົ່ງເສີມປະເທດລາວພັດທະນາດ້ານການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວ


ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟິລິບປິນ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຖານະຜູ້ຕາງໜ້າພິເສດ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳ

ແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນທີ 17 ຂອງ ພະນະທ່ານ Ferdinand R. Marcos Jr., ໃນລະຫວ່າງວັນທີ 29 ມິຖຸນາ-1 ກໍລະກົດ 2022 ທີ່ ນະຄອນຫຼວງມະນິລາ, ປະເທດ ຟິລິບປິນ.

ໃນໂອກາດເດີນທາງເຂົ້າຮ່ວມຄັ້ງນີ້, ໃນວັນທີ 29 ມິຖຸນາ 2022 ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຟິລິບປິນ ທ່ານ ນາງ Ma. Theresa P. Lazaro. ທັງສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ອັນເປັນມູນເຊື້ອນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 14 ມັງກອນ 1955 ຈົນເຖິງປັດຈຸບັນ. ພ້ອມນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວຂ້ອງກັບການຮ່ວມມືໃນອະນາຄົດທາງດ້ານການເມືອງ, ເສດຖະກິດ ແລະ ການໄປມາຫາສູ່ ລະຫວ່າງ ລັດຖະບານ ກໍຄືປະຊາຊົນສອງຊາດ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ.

ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ນາງ Sara Z. Duterte, ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງສຶກສາທິການຟິລິບປິນ, ເຊິ່ງທ່ານໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍ ທີ່ທ່ານ ນາງ Sara Z. Duterte ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານາທິບໍດີຂອງຟິລິບປິນ. ທ່ານ ນາງ Sara ກໍໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງເຂົ້າຮ່ວມໃນພິທີຄັ້ງນີ້ ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີຢູ່ໃຫ້ໄດ້ຮັບການພັດທະນາ ແລະ ສຶກສາຄວາມເປັນໄປໄດ້ຂະແໜງການທີ່ມີທ່າແຮງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອຶ່ນໆ.

ພາຍຫຼັງເຂົ້າຮ່ວມພິທີສາບານຕົນຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2022 ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຄ່ຳນັບ ທ່ານ Ferdinand R. Marcos Jr., ປະທານາທິບໍດີ ຄົນໃໝ່ ຂອງຟິລິບປິນ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຝາກຄວາມຢ້ຽຢາມຖາມຂ່າວຈາກ ທ່ານ ປະທານປະເທດ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີຟິລິບປິນ ແລະ ຝາກຄວາມຊົມເຊີຍ ທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນທີ 17 ຂອງ ຟິລິບປິນ. ສປປ ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບຟິລິບປິນ ເພື່ອເພິ່ມທະວີການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງເຊື້ອເຊີນ ທ່ານ ປະທານາທິບໍດີ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ.

ໂອກາດນີ້, ທ່ານ ປະທານາທິບໍດີ Marcos ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ແລະ ເຫັນໄດ້ເຖິງການໃຫ້ຄວາມສຳຄັນໃນການຮັດແໜ້ນການຮ່ວມມືກໍຄືຜູ້ຕາງໜ້າພິເສດທີ່ມາເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍລາວ ທັງໃນຂອບສອງຝ່າຍກໍຄືຂອບຫຼາຍຝ່າຍ ໂດຍສະເພາະການຮ່ວມມືໃນຂອບອາຊຽນ ເພື່ອເພິ່ມທະວີການຮ່ວມມືສອງປະເທດໃຫ້ກ້າວສູ່ລວງເລິກ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນໃຫ້ໄປຢ້ຽມຢາມ ສປປ ລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/