ເກີດເຫດຄົນຮ້າຍໃຊ້ປືນກວາດຍິງປະຊາຊົນ ທີ່ສູນການຄ້າໃນເດັນໝາກ ມີຜູ້ເສຍຊີວິດແລ້ວ 3 ຄົນ


ໃນໄລຍະນີ້ເຫດການກວາດຍິງແມ່ນເກີດຂຶ້ນຢູ່ເລື້ອຍໆ ແລະຫຼ້າສຸດ ໃນວັນທີ 3 ກໍລະກົດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດຄົນຮ້າຍໃຊ້ອາວຸດປືນຍິງໃສ່ປະຊາຊາຊົນໃນພື້ນທີ່ຂອງບໍລິເວນສູນການຄ້າ Field’s ທີ່ຕັ້ງຢູ່ທາງຕອນໃຕ້ຂອງກຸງ ໂຄເປນເຮເກນ ເມືອງຫຼວງຂອງປະເທດເດັນໝາກ.

ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນແລະໄດ້ຮັບບາດເຈັບອິກເປັນຈໍານວນຫຼາຍ ເຊິ່ງໃນຈຳນວນນີ້ແມ່ນມີ 3 ຄົນອາການສາຫັດແລະຖືກນໍາຕົວສົ່ງໂຮງໝໍແລ້ວ.

ໃນເບື້ອງຕົ້ນເຈົ້າໜ້າທີ່ຕໍາຫຼວດສາມາດສືບຄົ້ນແລະຈັບກຸມຕົວຜູ້ຕ້ອງສົງໄສທີ່ເປັນຜູ້ລົງມືກໍ່ເຫດໄດ້ແລ້ວ ເຊິ່ງເປັນຊາຍຊາວເດັນໝາກ ອາຍຸ 22 ປີ, ໃນສ່ວນຂອງສາເຫດ ຫຼື ແຮງຈູງໃຈໃນການລົງມືກໍ່ເຫດຄັ້ງນີ້ແມ່ນຍັງບໍ່ຮູ້ຊັດເຈນເທື່ອ ລວມໄປຮອດບໍ່ຮູ້ວ່າມີຜູ້ສົມຮູ້ຮ່ວມຄິດນໍາ ຫຼື ບໍ່.

ນອກຈາກນີ້ ຍັງບໍ່ສາມາດສະຫຼຸບວ່າເຫດການທີ່ເກີດຂຶ້ນແມ່ນມີຄວາມກ່ຽວຂ້ອງກັບການກໍ່ການຮ້າຍຫຼືບໍ່. ຢ່າງໃດກໍຕາມທາງເຈົ້າໜ້າທີ່ຕໍາຫຼວດໄດ້ຂໍຄວາມຮ່ວມມືໃຫ້ຮ້ານຄ້າໃນບໍລິເວນເກີດເຫດດັ່ງກ່າວເກັບຮູບພາບ ແລະວິດີໂອທີ່ບັນທຶກໄດ້ໃນຕອນທີ່ເກີດເຫດສົ່ງໃນທາງເຈົ້າໜ້າທີ່ ເພື່ອເປັນປະໂຫຍດຕໍ່ການດໍາເນີນຄະດີ.

ທາງດ້ານ ເມດເຕ ເຟຣເດີຣິກເຊນ (Mette Frederiksen) ນາຍົກລັດຖະມົນຕີຂອງເດັນໝາກ ລວມໄປຮອດບັນດາຜູ້ນໍາປະເທດເພື່ອນບ້ານຕ່າງພາກັນອອກມາປະນາມກ່ຽວກັບເຫດການນອງເລືອດທີ່ເກີດຂຶ້ນ ພ້ອມຂໍເປັນກໍາລັງໃຈໃຫ້ກັບທຸກຄອບຄົວ ທີ່ສູນເສຍຄົນທີ່ຮັກໄປຈາກເຫດການຄັ້ງນີ້.

ທັງນີ້ ເດັນໝາກນັ້ນເປັນປະເທດໜຶ່ງໃນພາກພື້ນສະແກນດິເນເວຍທີ່ບໍ່ຄ່ອຍມີເຫດການໃນລັກສະນະນີ້ເກີດຂຶ້ນ ແລະ ກໍເກີດຂຶ້ນໄດ້ຍາກ ຖ້າທຽບກັບບັນດາປະເທດໃນທະວີບອາເມຣິກາ. ແລະຈາກເຫດການຄັ້ງນີ້ລັດຖະບານເດັນໝາກຕ້ອງໄດ້ເພີ່ມມາດຕະການຮັກສາຄວາມປອດໄພໃຫ້ແໜ້ນໜາກວ່າເກົ່າ ເພື່ອຄວາມປອດໄພຂອງປະຊາຊົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/