ເງິນທີ່ເຄີຍຈ່າຍໄປ ຂໍໄລ່ເອົາຄືນເດີ້! ຊາຍຊາວຈີນຄິດໄລ່ບັນຊີຂໍເງິນຄືນທຸກຢວນ ພ້ອມສົ່ງລາຍລະອຽດໃຫ້ແຟນເກົ່າ


ເມື່ອຕອນຍັງຮັກກັນດີ ເລື່ອງເງິນນັ້ນບໍ່ແມ່ນບັນຫາສຳລັບຄວາມຮັກ ແຕ່ປັດຈຸບັນນີ້ຄໍາເວົ້າທີ່ວ່າ “ເລື່ອງເງິນເປັນເລື່ອງທີ່ບໍ່ເຂົ້າໃຜອອກໃຜ” ນີ້ແມ່ນໃຊ້ໄດ້ກັບຫຼາຍໆສະຖານະການເລີຍ, ເຊັ່ນດຽວກັນກັບກໍລະນີຂອງໜຸ່ມຈາກຊ່ຽງໄຮ້ ປະເທດຈີນຄົນນີ້ທີ່ໄດ້ສົ່ງບິນຄ່າໃຊ້ຈ່າຍທັງໝົດຕອນທີ່ຍັງຄົບກັນໃຫ້ກັບແຟນເກົ່າ ພ້ອມລະບຸຂໍຄືນທຸກຢວນ.

ເລື່ອງນີ້ໄດ້ກາຍເປັນກະແສໃນຈີນທັນທີ ຫຼັງຈາກທີ່ໜຸ່ມຊ່ຽງໄຮ້ຄົນນີ້ໄດ້ຂຽນລາຍການໃຊ້ຈ່າຍຕ່າງໆ ເປັນຄວາມຍາວໜ້າເຈ້ຍໜຶ່ງ ລະຫວ່າງລາວກັບແຟນສາວໃນໄລຍະທີ່ຄົບຫາກັນເປັນເວລາຫຼາຍເດືອນ ໂດຍໃນລາຍລະອຽດນັ້ນໄດ້ລະບຸເຖິງຄ່າໃຊ້ຈ່າຍ, ຈໍານວນເງິນ ລວມໄປຮອດວັນທີແລະເວລາຢ່າງຊັດເຈນ. ພ້ອມນີ້ຍັງບອກອີກວ່າ ເງິນທີ່ຈ່າຍໄປນັ້ນພວກເຂົາສອງຄົນຮັບຜົນປະໂຫຍດຮ່ວມກັນ ຫຼືຝ່າຍຍິງຮັບຜົນປະໂຫຍດຄົນດຽວ.

ໃນສ່ວນຂອງລາຍການທີ່ຮັບປະໂຫຍດຮ່ວມກັນແມ່ນຈະມີການຫານ 2 ແຕ່ຖ້າລາຍການໃດທີ່ຝ່າຍຍິງຮັບປະໂຫຍດຝ່າຍດຽວແມ່ນຈະຕ້ອງຈ່າຍມາໃນລາຄາເຕັມ ຕົວຢ່າງ:

– ຖ້າພວກເຂົາ 2 ຄົນໄປກິນເຂົ້ານໍາກັນ ຝ່າຍອະດີດແຟນສາວຈະຕ້ອງຈ່າຍ 50% ເພາະວ່າກິນນໍາກັນ.

– ອີກກໍລະນີໜຶ່ງ ຖ້າລາວຄົນນີ້ຊື້ຂອງກິນໃຫ້ຝ່າຍຍິງເປັນເງິນ 36.1 ຢວນເຊິ່ງຝ່າຍຍິງຕ້ອງຈ່າຍຄືນເປັນຈຳນວນເຕັມ

ນອກຈາກຄ່າອາຫານທີ່ກ່າວມາແລ້ວ ຍັງມີຄ່າໃຊ້ຈ່າຍທີ່ສຳຄັນອີກເຊັ່ນ: ຄ່າປິ່ນປົວຈາກໂຮງໝໍຂອງຝ່າຍຍິງ, ຄ່າຈັດງານສົບຂອງແມ່ຝ່າຍຍິງ ເຊິ່ງທາງຝ່າຍຊາຍຂໍຮ້ອງໃຫ້ທາງແຟນເກົ່າຈ່າຍຄືນມາທັງໝົດທຸກຢວນ.

ຊາຍໜຸ່ມເຈົ້າຂອງເລື່ອງໄດ້ເລົ່າວ່າ ໃນເວລາທີ່ຄົບກັບແຟນເກົ່າຄົນນີ້ ລາວເສຍເງິນໄປຫຼາຍກວ່າ 72,000 ຢວນ ແລະ ຝ່າຍຍິງຕ້ອງຈ່າຍຄືນປະມານ 62,000 ຢວນ.

ຫຼັງຈາກທີ່ຝ່າຍຍິງໄດ້ຮັບບິນດັ່ງກ່າວ ແລະໄດ້ນໍາມາເຜີຍແຜ່ໃນໂລກໂຊຊຽວກໍເຮັດໃຫ້ເກີດກາຍເປັນກະແສຢ່າງໄວວາ ເຮັດໃຫ້ຊາວເນັດສ່ວນຫຼາຍສະແດງຄວາມຄິດໄປໃນທາງດຽວກັນ ໂດຍເຂົາເຈົ້າຕົກໃຈໃນພຶດຕິກໍາຂອງຝ່າຍຊາຍທີ່ໄດ້ສົ່ງບິນໄປຂໍເງິນຄືນນຳແຟນເກົ່າ. ພ້ອມນັ້ນຍັງຍອມໃນຄວາມສາມາດຂອງຝ່າຍຊາຍທີ່ຈື່ຈໍາລາຍລະອຽດຄ່າໃຊ້ຈ່າຍຕ່າງໆ ຕະຫຼອດຫຼາຍເດືອນທີ່ຜ່ານມາຂອງລາວອີກດ້ວຍ.

ຊາວເນັດບາງສ່ວນບອກວ່າ ພວກເຂົາກໍເຄີຍເຮັດແບບນີ້ ເພື່ອໃຊ້ມັນເປັນອາວຸດຫາກຖືກບອກເລີກ.

ຊາວເນັດອີກຈຳນວນໜຶ່ງກໍຄິດວ່າມັນສິ່ງທີ່ເກີນໄປ ສຳລັບສິ່ງທີ່ຊາຍຄົນນີ້ເຮັດ ພ້ອມບອກວ່າເລີກລາກັນໄປແລ້ວກໍຄວນຈົບພຽງເທົ່ານັ້ນ.

ຢ່າງໃດກໍຕາມ ຕາມລາຍງານບໍ່ໄດ້ລະບຸວ່າຝ່າຍຍິງໄດ້ຈ່າຍເງິນຄືນໃຫ້ກັບແຟນເກົ່າແລ້ວຫຼືບໍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/