ຊາຍຫົວໃຈນັກສູ້! ເສັງຕິດແພດ ແຕ່ເກີດອຸບັດຕິເຫດໄຟໄໝ້ຈົນໄດ້ປິ່ນປົວເປັນເວລາ 3 ປີ ແລະ ຜ່າຕັດ 28 ຄັ້ງ ສຸດທ້າຍໄດ້ກັບມາຮຽນຄືນແລ້ວ


ເຊື່ອວ່າເລື່ອງຄວາມພະຍາຍາມ, ຫົວໃຈນັກສູ້ ແລະ ການບໍ່ທໍ້ຖອຍຕໍ່ໂຊກຊະຕາຂອງເຮົາເປັນສິ່ງທີ່ວິເສດສິ່ງໜຶ່ງເລີຍກໍວ່າໄດ້ ເພາະມັນອາດສ້າງປາຕິຫານທີ່ເຮົາອາດຄາດບໍ່ເຖິງເລີຍກໍມີ ເຊັ່ນດຽວກັນກັບເລື່ອງລາວຂອງ Alexis Hernandez  ຊາຍໜຸ່ມຫົວໃຈນັກສູ້ຄົນນີ້ ທີ່ລາວເສັງຕິດແພດແຕ່ຕ້ອງມາພົບກັບອຸບັດຕິເຫດໄຟໄໝ້ທົ່ວຕົວຈົນຕ້ອງເຂົ້າໂຮງໝໍເປັນເວລາ 3 ປີ ແລະ ຜ່າຕັດໄປອີກ 28 ຄັ້ງ ເຊິ່ງປັດຈຸບັນນີ້ລາວກໍສາມາດກັບມາສານຕໍ່ຄວາມຝັນໄດ້ແລ້ວ.

ຢ້ອນກັບໄປໃນເດືອນ ມັງກອນ ປີ 2019 ຫຼື ປະມານ 3 ປີກ່ອນ, Alexis Hernandez ໜຸ່ມປະເທດເປີໂຕຣິໂກ້ ເຊິ່ງຕອນນັ້ນອາຍຸ 23 ປີໄດ້ເດີນທາງໄປທີ່ເມືອງ Guadalajara ປະເທດເມັກຊິໂກ ຫຼັງຈາກທີ່ລາວສອບເສັງຕິດຄະນະແພດ.

ແຕ່ລາວກໍອາໄສຢູ່ຫໍພັກໄດ້ພຽງ 2 ມື້ເທົ່ານັ້ນເພາະວ່າ Alexis ໄດ້ເກີດອຸບັດຕິເຫດ ໂດຍເຄື່ອງເຮັດນໍ້າອຸ່ນໄດ້ລະເບີດໃສ່ລາວ ໃນຂະນະທີ່ກໍາລັງຈະອາບນ້ຳ. ບໍ່ພຽງເທົ່ານັ້ນ ເຫດການດັ່ງກ່າວມັນຮຸນແຮງກວ່າທີ່ຄິດ ເພາະມັນໄດ້ເກີດໄຟໄໝ້ລຸກລາມທົ່ວຫ້ອງ ເຮັດໃຫ້ Alexis ບາດເຈັບສາຫັດຈົນເຖິງຂັ້ນເອົາຊີວິດເກືອບບໍ່ລອດ.

ຕໍ່ມາ Alexis ຖືກນໍາສົ່ງໄປປິ່ນປົວຢູ່ທີ່ໂຮງໝໍ  ແລະ ເອົາຊີວິດລອດມາໄດ້ຢ່າງປາຕິຫານ, ແຕ່ວ່າລາວຕ້ອງຮັບການປິ່ນປົວເປັນເວລາດົນນານເຖິງ 3 ປີ ຈຶ່ງຈະສາມາດກັບມາໃຊ້ຊີວິດຄືກັນກັບຄົນປົກກະຕິໄດ້. ຮ່າງກາຍຂອງ Alexis ຖືກໄຟໄໝ້ໄປເຖິງ 71% ແຕ່ເຖິງຈະເປັນແບບນັ້ນຊາຍໜຸ່ມຄົນນີ້ກໍບໍ່ເຄີຍຄິດຖິ້ມຄວາມຝັນທີ່ຢາກຈະເປັນໝໍເລີຍ ເພາະຫຼັງຈາກຮ່າງກາຍກັບມາໃຊ້ງານໄດ້ປົກກະຕິລາວກໍໄດ້ກັບໄປຮຽນຄືນຕາມທີ່ລາວໃຝ່ຝັນໄວ້. ຫຼ້າສຸດນີ້ເອງ ລາວກໍໄດ້ໂພສຮູບ ແລະຂໍ້ຄວາມໃນ Twitter ໂດຍບອກວ່າລາວສາມາດກັບໄປຮຽນໄດ້ ດັ່ງທີ່ຕັ້ງໃຈເອົາໄວ້ແລ້ວ.

“ມື້ທຳອິດທີ່ໂຮງຮຽນແພດ ຫຼັງຈາກຮ່າງກາຍຖືກເຜົາໄປ 71% ເມື່ອ 3 ປີກ່ອນ”

“ຂ້ອຍຜ່ານການຜ່າຕັດ 28 ຄັ້ງ ຢູ່ໃນອາການບໍ່ຮູ້ສຶກຕົວ 20 ມື້ ຢູ່ໃນຫ້ອງ ICU 2 ເດືອນ ນອນໂຮງໝໍ 7 ເດືອນ ໃຊ້ເວລາບໍາບັດ 3 ປີ”.

“ດີໃຈທີ່ສຸດທ້າຍກໍໄດ້ມາຢູ່ຈຸດນີ້” ໂດຍ Alexis ໄດ້ໂພສລົງ Twitter ໃນວັນທີ 28 ມິຖຸນາ 2022 ທີ່ຜ່ານມາ.

ຫຼັງຈາກທີ່ Alexis ໂພສຮູບແລະຂໍ້ຄວາມນີ້ອອກໄປ ມັນກໍໄດ້ກາຍເປັນກະແສຂຶ້ນມາທັນທີ ໂດຍມີຄົນ Retweet ຫຼາຍກວ່າ 40,000 ຄັ້ງ ແລະມີຍອດຖືກໃຈອີກເກືອບ 1 ລ້ານຄັ້ງ.

ຕໍ່ມາກໍມີຄົນຈໍານວນຫຼວງຫຼາຍເຂົ້າມາສະແດງຄວາມຍິນດີ, ໃຫ້ກໍາລັງໃຈ ແລະນັບຖືຄວາມພະຍາມຂອງ Alexis, ອີກຈໍານວນໜຶ່ງກໍຍົກໃຫ້ Alexis ເປັນບຸກຄົນທີ່ບໍ່ຍອມທໍ້ຖອຍຕໍ່ອຸປະສັກຕ່າງໆ ທີ່ປະສົບພົບພໍ້ມາ.

ທັງນີ້ ເລື່ອງຂອງລາວມັນກໍໄດ້ການເປັນສິ່ງທີ່ສ້າງແຮງບັນດານໃຈໃຫ້ໃຜຫຼາຍຕໍ່ຫຼາຍຄົນເລີຍ ແລະອາດເປັນສິ່ງທີ່ຍ້ຳເຕືອນຈິດໃຈຂອງໃຜຫຼາຍໆຄົນ ທີ່ບໍ່ວ່າຈະພົບກັບອຸປະສັກຫຍັງກໍຕາມ ໃຫ້ເຊື່ອໝັ້ນໃນຕົນເອງຢູ່ສະເໝີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/