ນັກວິໄຈເຜີຍ “ໝາປ່າບູຮານ” ໃນຊີຣີດັງ Game of Thrones ມີສາຍພັນໃກ້ຄຽງກັບໝາປ່າໃນປັດຈຸບັນ


ຄະນະນັກວິໄຈຈາກມະຫາວິທະຍາໄລແອດິເລດ, ມະຫາວິທະຍາໄລເດີແຮມ, ມະຫາວິທະຍາໄລລຸດວິກ ແມກຊິມິລັນ ແລະ ມະຫາວິທະຍາໄລແຄລິຟໍເນຍ ລອສແອງເຈີລິສ ລາຍງານວ່າ: ດີເອັນເອບູຮານເຜີຍໃຫ້ເຫັນວ່າໝາປ່າ Dire Wolf ຫຼື ໝາປ່າສາຍພັນບູຮານ ເຊິ່ງເປັນທີ່ຮູ້ຈັກຈາກຊີຣີດັງ Game of Thrones ນັ້ນມີສາຍພັນຄ້າຍຄືກັບໝາປ່າໃນປັດຈຸບັນ ເຊິ່ງຖືວ່າເປັນການຄົ້ນພົບຄັ້ງທຳອິດຂອງໂລກ.

ຄະນະນັກວິໄຈຈັດລຳດັບດີເອັນເອທີ່ໄດ້ຈາກຟອດຊິວໝາປ່າ Dire Wolf  ທີ່ພົບໃນພູມສັນຖານອາເມຣິກາເໜືອ ເຊິ່ງມີຄວາມເກົ່າແກ່ເຖິງ 50,000 ປີກ່ອນ, ໂດຍພົບວ່າໝາປ່າ Dire Wolf ແຍກສາຍພັນອອກມາຈາກໝາປ່າຊະນິດອື່ນໆເມື່ອ 6 ລ້ານປີກ່ອນ ແລະ ມີລັກສະນະທາງພັນທຸກຳທີ່ແຕກຕ່າງຈາກສັດປະເພດໝາສາຍພັນອື່ນ ເຊິ່ງເຮັດໃຫ້ພວກມັນບໍ່ສາມາດປະສົມພັນກັບໂຄໂຍຕີ (Coyote) ຫຼື ໝາປ່າສີເທົາ (Grey wolf) ໄດ້.

ໝາປ່າ Dire Wolf  ເຊິ່ງມີຂະໜາດເທົ່າກັບໝາປ່າສີເທົາຂະໜາດໃຫຍ່, ແຕ່ມີແຂ້ວທີ່ໃຫຍ່ກວ່າ ແລະ ມີແຮງກັດຫຼາຍທີ່ສຸດໃນບັນດາສັດສາຍພັນໝາ, ເຄີຍອາໄສຢູ່ທົ່ວໄປໃນອາເມຣິກາເໜືອ ກ່ອນທີ່ຈະສູນພັນໄປເມື່ອ 13,000 ປີກ່ອນ ເຊິ່ງຄາດວ່າເປັນເພາະພວກມັນບໍ່ສາມາດປັບຕົວກັບສະພາບແວດລ້ອມທີ່ປ່ຽນແປງໄປຂອງຍຸກນ້ຳແຂງໄດ້.

“ໝາປ່າ Dire Wolf ມັກຖືກເບິ່ງວ່າເປັນສັດໃນເທບນິຍາຍ ເປັນໝາປ່າຂະໜາດໃຫຍ່ທີ່ໃຊ້ຊີວິດຢູ່ໃນປະເທດທີ່ອາກາດໜາວ ແຕ່ຄວາມເປັນຈິງຍັງມີສິ່ງອື່ນກ່ຽວກັບມັນທີ່ໜ້າສົນໃຈກວ່ານັ້ນຫຼາຍ”  ເຄຍເຣນ ມິດເຊວ ຜູ້ຮ່ວມຂຽນຫຼັກຂອງງານວິໄຈຈາກສູນດີເອັນເອບູຮານອອສເຕເລຍ ສັງກັດມະຫາວິທະຍາໄລແອດິແລດ ຖະແຫຼງຂ່າວໃນວັນພະຫັດທີ່ຜ່ານມາ.

“ຂະນະທີ່ເບິ່ງຄືວ່າມະນຸດບູຮານ ແລະ ມະນຸດນີແອນເດີທອນຈະປະສົມຂ້າມສາຍພັນກັນ ເຊັ່ນດຽວກັບໝາປ່າສີເທົາ ແລະ ໂຄໂຍຕີໃນປັດຈຸບັນ ແຕ່ຂໍ້ມູນທາງພັນທຸກຳຂອງເຮົາບໍ່ເຜີຍໃຫ້ເຫັນວ່າໝາປ່າ Dire Wolf ປະສົມຂ້າມສາຍພັນກັບໝາສາຍພັນອື່ນທີ່ມີຊີວິດຢູ່ໃນປັດຈຸບັນ. ໂດຍຂໍ້ມູນຂອງເຮົາຊີ້ວ່າໝາປ່າ Dire Wolf ເປັນສາຍພັນສຸດທ້າຍຂອງສາຍພັນໝາບູຮານທີ່ແຕກຕ່າງຈາກສາຍພັນໝາທີ່ມີຊີວິດຢູ່”

ທີ່ມາ: https://www.xinhuathai.com/inter/168747_20210114