ສຸດຍອດພິພິທະພັນຂອງໂລກ “The Grand Egyptian Museum” ກຽມເປີດຕົວຢ່າງເປັນທາງການເດືອນມີນານີ້


ໃນທີ່ສຸດກໍມີກຳນົດການເປີດຕົວ ສຳລັບ The Grand Egyptian Museum ສຸດຍອດພິພິທະພັນໂລກແຫ່ງປະເທດອີຢິບ.

The Grand Egyptian Museum ສຸດຍອດພິພທະພັນໂລກທີ່ຮວບຮວມບູຮານວັດຖຸຈາກວັດທະນະທຳອີຢິບບູຮານ ໜຶ່ງໃນອາລິຍະທຳສຳຄັນຂອງໂລກທີ່ມີອາຍຸຫຼາຍກວ່າພັນປີ ທີ່ມີຂ່າວວ່າຈະເປີດແລ້ວ ແຕ່ກໍພົບໂຣກລະບາດໂຄວິດ-19 ເຮັດໃຫ້ເລື່ອນແລ້ວເລື່ອນອີກຈົນມາຮອດມື້ນີ້ ເຊິ່ງກຳລັງຈະກາຍເປັນພິພິທະພັນທາງບູຮານຄະດີທີ່ໃຫຍ່ທີ່ສຸດໃນໂລກ ໜ້າຈະເປີດຕົວຢ່າງເປັນທາງການໃນເດືອນມີນາ 2021 ນີ້.

The Grand Egyptian Museum ຫຼື Giza Museum ເປັນໂຄງການຂະໜາດໃຫຍ່ຂອງລັດຖະບານປະເທດອີຢິບ ເພື່ອຕ້ອງການສ້າງເປັນພິພິທະພັນທາງບູຮານຄະດີທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ເທິງເນື້ອທີ່ກວ່າ 480,000 ຕາລາງແມັດ (480 ຕາລາງກິໂລແມັດ) ດ້ວຍງົບປະມານກວ່າ 1 ພັນລ້ານໂດລາສະຫະລັດ. ປະກອບໄປດ້ວຍສ່ວນພິພິທະພັນ, ພື້ນທີ່ວາງສະແດງຮູບ (ແກເລີລີ), ສູນອາຫານ, ຮ້ານຄ້າເຄື່ອງທີ່ລະນຶກ ລວມເຖິງສ່ວນຂອງສະຖາບັນວິໄຈອີຢິບວິທະຍາກໍຈະຕັ້ງຢູ່ພາຍໃນໂຄງການນີ້ເຊັ່ນກັນ.

ຈຸດເລີ່ມຕົ້ນຂອງໂຄງການນີ້ຕ້ອງຍ້ອນໄປເມື່ອປີ 1992 ໂດຍລັດຖະບານໃນຂະນະນັ້ນໄດ້ກໍ່ຕັ້ງໜ່ວຍງານ The Foundation Stone of the Grand Egyptian Museum, ເພື່ອແນໃສ່ນຳເອົາວັດທະນະທຳອີຢິບກັບມາສູ່ຄວາມສົນໃຈຂອງຊາວໂລກອີກຄັ້ງໜຶ່ງ.

ແຕ່ກວ່າທີ່ໂຄງການຈະເດີນທາງມາຮອດດັ່ງມື້ນີ້ກໍປະສົບກັບຫຼາຍບັນຫາ ຕັ້ງແຕ່ແຜນໂຄງການອອກມາໃນຊ່ວງປີ 2002 ຈົນມີຂ່າວວ່າ ພິພິທະພັນແຫ່ງນີ້ຈະເປີດຕົວໄດ້ໃນປີ 2011. ແຕ່ວິກິດການອາຣັບສະປຣິງໃນປີຖັດມາກໍເຮັດໃຫ້ໂຄງການຕ້ອງເລື່ອນອອກໄປຈົນຕ້ອງພັກໂຄງການຊົ່ວຄາວໄປໃນປີ 2014 ກ່ອນທີ່ຈະກັບມາເລີ່ມປະຕິບັດງານໄດ້ອີກຄັ້ງໃນປີ 2018 ແລະ ຈົນໃນທີ່ສຸດທີມຜູ້ດູແລໂຄງການໄດ້ປະກາດຢ່າງເປັນທາງການວ່າ ພິພິທະພັນແຫ່ງນີ້ຈະເປີດໃຫ້ໃຊ້ບໍລິການພາຍໃນເດືອນມີນາ ປີ 2021 ນີ້ ໂດຍຫວັງວ່າຄັ້ງນີ້ຈະບໍ່ໄດ້ເລື່ອນອອກໄປອີກ.

ໜຶ່ງໃນການສະແດງສຳຄັນທີ່ຈະເປັນການສະແດງຫຼັກຂອງງານສະຫຼອງຕ້ອນຮັບການເປີດຕົວຄື: ປະຕິມາກຳຂະໜາດຍັກຂອງຟາໂຣຣາມເມຊີສທີ 2 (Ramesses II) ທີ່ທາງພິພິທະພັນຕັ້ງໃຈຈະໃຫ້ເປັນສັນຍາລັກປະຈຳທີ່ພິພິທະພັນດັ່ງກ່າວ ແລະ ບູຮານວັດຖຸທີ່ຖືກຂຸດພົບໃນສຸສານຂອງຟາໂຣຕຸຕັນຄາເມນ (Tutankhamun) ທີ່ມີຈຳນວນບໍ່ໜ້ອຍກວ່າ 5400 ອັນ, ຜົນງານເອກສະບັບໂບແດງຂອງ Howard Carter ນັກບູຮານຄະດີຊາວອັງກິດ ຜູ້ຄົນພົບສຸສານແຫ່ງນີ້. ເຊິ່ງຫຼາຍວັດຖຸໃນຈຳນວນດັ່ງກ່າວກໍຍັງບໍ່ເຄີຍຖືກຈັດສະແດງຢູ່ໃສມາກ່ອນນຳອີກດ້ວຍ.

ແລະ ຖ້າຫາກວ່າໂຄວິດຈົບລົງເມື່ອໃດ ໃຜທີ່ມັກງານສີລະປະ ແລະ ປະຫວັດສາດອີຢິບ ພວກເຮົາບອກໄດ້ເລີຍວ່າຕ້ອງບໍ່ພາດທີ່ຈະມາຢ້ຽມຢາມສຸດຍອດພິພິທະພັນນີ້ຈັກຄັ້ງໜຶ່ງໃນຊີວິດ ທີ່ຕ້ອງມາຊົມໃຫ້ໄດ້.

ພາບ: Egypt Independent, CNN

ທີ່ມາ: