ຮ້ານເບີເກີ້ໃນເຢຍລະມັນໃຊ້ເຈ້ຍຫໍ່ອາຫານທີ່ເຮັດຈາກຫຍ້າມາຫໍ່ເບີເກີ້ແທນ ເພື່ອລົດປະລິມານຂີ້ເຫຍື້ອລົງ


Fast Food ເປັນອາຫານທີ່ຖືກໃຈໃຜຫຼາຍຄົນ ຍ້ອນວ່າມັນໄວ ແລະ ຣົດຊາດກໍແຊບ ໃນຂະນະດຽວກັນ ຂີ້ເຫຍື້ອຈາກພາຊະນະທີ່ຫຸ້ມຫໍ່ອາຫານດັ່ງກ່າວກໍເພີ່ມປະລິມານຂຶ້ນຢ່າງໄວວາເຊັ່ນກັນ ເພາະພາຊະນະຫຸ້ມຫໍ່ສ່ວນໃຫຍ່ຈະເປັນພລາສຕິກທີ່ໃຊ້ເທື່ອດຽວຖິ້ມ.

ໃນຍຸກທີ່ໂລກຫັນໄປສູ່ຄວາມຍືນຍົງ ຫຼື Go Green ຫຼາຍຂຶ້ນ ຫຼາຍຂະແໜງເສດຖະກິດກໍໄດ້ປັບຕົວຫຼາຍຂຶ້ນ Fast Food ເອງກໍເຊັ່ນກັນ. ໃນປີ 2018 McDonalds ບໍລິສັດ Fast Food ແຖວໜ້າຂອງໂລກ ໄດ້ປະກາດວ່າຈະລົດການປ່ອຍມົນລະພິດຢ່າງໜ້ອຍໃຫ້ໄດ້ 36% ໃນປີ 2030 ລວມເຖິງສາຂາຕ່າງໆທົ່ວໂລກກໍຫັນມາຕື່ນຕົວ ແລະ ເລີ່ມພັດທະນາໄປສູ່ຄວາມຍືນຍົງຫຼາຍຂຶ້ນ,​ ສາຂາໜຶ່ງທີ່ໂດດເດ່ນເລີຍກໍແມ່ນ McDonalds ປະເທດເຢຍລະມັນ ທີ່ໄດ້ເລີ່ມທົດລອງໃຊ້ເຈ້ຍທີ່ເຮັດຈາກຫຍ້າມາຫຸ້ມຫໍ່ອາຫານ ແລະ ປ່ຽນພາຊະນະບັນຈຸທີ່ເປັນພລາສຕິກອອກ ຊ່ວຍລົດຂີ້ເຫຍື້ອພລາສຕິກໄດ້ຫຼາຍເຖິງ 70%

ພວກເຂົາໄດ້ລອງປ່ຽນກ່ອງບັນຈຸເປັນກ່ອງເຈ້ຍແບບ wrap ບາງໆແທນ ປາກົດວ່າມັນສາມາດລົດວັດສະດຸໄດ້ຫຼາຍເຖິງ 70% ພາຍໃນ 30 ຮ້ານ ໂດຍທົດລອງເປັນເວລາ 2 ເດືອນ. ນອກຈາກນັ້ນ ພວກເຂົາຍັງໄດ້ໃຊ້ເຈ້ຍທີ່ປະສົມກັບໃບຫຍ້າໃນການຫໍ່ເບີເກີ້. ພວກເຂົາຊີ້ວ່າ ເຈ້ຍດັ່ງກ່າວເຮັດຈາກເສັ້ນໃຍຫຍ້າ ປະຢັດນ້ຳ, ພະລັງງານ ແລະ ຄາບອນໃນການຜະລິດ ແຖມວັດສະດຸແມ່ນມາຈາກແຫຼ່ງທີ່ມີຄວາມຍືນຍົງໃນປະເທດ.

ບໍ່ພຽງແຕ່ໃນປະເທດເຢຍລະມັນ ແຕ່ McDonalds ໃນປະເທດສິງກະໂປ 5 ແຫ່ງຍັງເຄີຍໄດ້ຮັບຮາງວັນ Green Mark Award ຂອງ Building Construction Authority ເຊິ່ງໝາຍຄວາມວ່າ ຮ້ານໄດ້ຮັບການອອກແບບມາໃຫ້ປະຢັດພະລັງງານ ແລະ ນ້ຳ ເຊິ່ງເປັນນະວັດຕະກຳໃໝ່ໃນການອອກແບບ ລວມທັງມີການຍົກເລີກໃຊ້ທໍ່ດູດພລາສຕິກຂອງສາຂາຕ່າງໆໃນຫຼາຍປະເທດແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/