ອິຕາລີຂໍ UNESCO ຈົດທະບຽນເຄື່ອງດື່ມ Espresso ເປັນມໍລະດົກທາງວັດທະນະນຳຂອງປະເທດ


ເມື່ອເວົ້າເຖິງກາເຟ ໂດຍສະເພາະເມນູສຸດຈະເຂັ້ມຂຸ້ນແລະຣົດຊາດຂົມປົນສົ້ມແລ້ວ ຫຼາຍຄົນກໍຕ້ອງຄິດຫາ ເອສເພຣສໂຊ ຢ່າງແນ່ນອນ. ແລ້ວຮູ້ຫຼືບໍ່ວ່າເມນູດັ່ງກ່າວນີ້ ເປັນທີ່ນິຍົມໃນປະເທດອິຕາລີຫຼາຍທີ່ສຸດ ເຖິງຂະໜາດທີ່ວ່າສາມາດດື່ມຕອນເຊົ້າ, ສວາຍ, ແລງໄດ້ປານນ້ຳລ້າ ເມື່ອຄິດໄລ່ເປັນຕົວເລກແລ້ວ ຄົນອິຕາລີບໍລິໂພກເອສເພຣສໂຊໄປປະມານ 30 ລ້ານຈອກຕໍ່ມື້. ບໍ່ພຽງເທົ່ານັ້ນ ຄົນອິຕາລີກໍເປັນທີ່ຮູ້ຈັກກັນດີວ່າມີຄວາມຫຼົງຮັກ ແລະ ອະນຸລັກວັດທະນະທຳຂອງພວກເຂົາກັນຢ່າງເຄັ່ງຄັດ. ຍິ່ງເປັນເມນູເອສເພຣສໂຊ ທີ່ພວກເຂົາມັກແບບນີ້ແລ້ວ, ປະຊາຊົນແດນພິດຊ້າກໍໄດ້ຍື່ນຂໍອົງການ UNESCO ຈົດທະບຽນເຄື່ອງດື່ມດັ່ງກ່າວນັ້ນເປັນມໍລະດົກທາງດ້ານວັດທະນະທຳໄປເລີຍ.

Intangible Cultural Heritage ຫຼື ມໍລະດົກທາງດ້ານວັດທະນະທຳທີ່ບໍ່ສາມາດຈັບບາຍໄດ້ ແມ່ນທະບຽນທີ່ທາງກະຊວງກະສິກຳຂອງອິຕາລີພະຍາຍາມສົ່ງຂໍກັບ UNESCO ມາແລ້ວໃນປີທີ່ຜ່ານມາ ແຕ່ກໍຕ້ອງຜິດຫວັງເມື່ອຜູ້ທີ່ໄດ້ທະບຽນດັ່ງກ່າວແມ່ນ Naples ແລະ Treviso.

ມາຄັ້ງນີ້ ພວກເຂົາໄດ້ສະແດງເຖິງຄວາມຕ້ອງການທີ່ຊັດເຈນ ແລະ ບໍ່ຫວັ່ນໄຫວ ໂດຍອະທິບາຍວ່າ ກາເຟບໍ່ໄດ້ເປັນພຽງເມນູເຄື່ອງດື່ມທຳມະດາ ແຕ່ມັນແມ່ນວິຖີຊີວິດ ແລະ ສິ່ງທີ່ເຊື່ອມໂຍງຄວາມສຳພັນຂອງສັງຄົມພາຍໃນປະເທດ ທີ່ມີຈຸດເດັ່ນແຕກຕ່າງຈາກບັນດາປະເທດອື່ນໆທົ່ວໂລກ.

ດ້ວຍການຕັດສິນໃຈທີ່ເປັນເອກະພາບຂອງຄົນອິຕາລີ, ປັດຈຸບັນແມ່ນຢູ່ໃນຂັ້ນຕອນຜ່ານການທົບທວນໂດຍອົງການ UNESCO ທີ່ປະເທດອິຕາລີ ເຊິ່ງຫຼັງຈາກຜ່ານແລ້ວ ພວກເຂົາຈະຕ້ອງສົ່ງຄຳຮ້ອງຂໍໄປທີ່ສຳນັກງານໃຫຍ່ຂອງອົງການ UNESCO ທີ່ປາຣີສ ພາຍໃນວັນທີ 31 ມີນານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/