ແຄນດີ້ ນັກອອກແບບໄຟແຮງ ເຈົ້າຂອງແບຣນເສື້ອຜ້າ VINUS ຜູ້ທີ່ໄດ້ກວາດຮາງວັນມາແລ້ວຫຼາຍເວທີ


ວິດຊະພົນ ຫຼື ແຄນດີ້ ໄວໜຸ່ມລາວຄົນໜຶ່ງທີ່ຮັກໃນການອອກແບບ, ມັກແຕ້ມມາຕັ້ງແຕ່ຍັງນ້ອຍ ຈົນເຮັດໃຫ້ຄວາມມັກຂອງຕົນເອງນັ້ນກ້າວກະໂດດຂັ້ນ ຈົນມີແບຣນເສື້ອຜ້າເປັນຂອງຕົນເອງ. ທີ່ຜ່ານມາໄດ້ທັງທຶນໄປຮຽນຢູ່ຕ່າງປະເທດເປັນເວລາຫຼາຍປີ ບໍ່ວ່າຈະເປັນປະເທດຫວຽດນາມ, ໄທ, ລອນດອນ… ເຄີຍຜ່ານການປະກວດແບຣນເສື້ອຜ້າທີ່ຕົນເອງອອກແບບ ແລະ ໄດ້ຮາງວັນມາຫຼາຍເວທີໃນລະດັບສາກົນ. ນອກຈາກນີ້ ແຄນດີ້ເຄີຍເປັນຕົວແທນນັກເຕັ້ນຄົນດຽວຈາກປະເທດລາວຮ່ວມງານ Lao festival ຢູ່ປະເທດຍີ່ປຸ່ນ ໃນປີ 2016 ອີກດ້ວຍ.

ມື້ນີ້ທາງທີມຂ່າວ Lao X ຈຶ່ງຢາກນຳສະເໜີກ່ຽວກັບ ແຄນດີ້ ນັກອອກແບບຄົນເກັ່ງຄົນນີ້ມາໄດ້ຮັບໄດ້ຮູ້ນຳກັນ.

1. ສະບາຍດີ ຊື່ ວິດຊະພົນ ແກ້ວວິໄລ ຫຼືວ່າ ແຄນດີ້ ປີນີ້ກໍອາຍຸ 25 ພໍດີ.

2. ຈຸດເລີ່ມຕົ້ນທີ່ເຮັດໃຫ້ແຄນດີ້ມັກຮັກໃນວຽກງານດ້ານ Designer ຄື ແຄນດີ້ເປັນຄົນມັກແຕ້ມ ມັກອອກແບບມາຕັ້ງແຕ່ນ້ອຍ ໂດຍຈະອອກແບບຊຸດໃຫ້ກາຕູນທີ່ເຮົາແຕ້ມ ແລ້ວມາປະດິດຊຸດໃຫ້ຕຸກກະຕາໃສ່ ເລີຍຄິດວ່າສິ່ງນີີ້ແຫຼະທີ່ເຮັດໃຫ້ເຮົາມັກໃນວຽກງານສາຍອອກແບບ.

3. ແຄນດີ້ເຄີຍໄດ້ທຶນໄປຮຽນກ່ຽວກັບການອອກແບບຢູ່ກຸງເທບ ປະເທດໄທ ເປັນເວລາ 2 ເດືອນ ຕອນນັ້ນຮູ້ສຶກວ່າໄດ້ຄວາມຮູ້ມາຫຼາຍເລີຍ ເພາະໄປຮຽນກັບເຈົ້າຂອງແບຣນ. ຫຼ້າສຸດ ແມ່ນໄດ້ທຶນໄປຮຽນຢູ່ London College for Design & Fashion ທີ່ຮ່າໂນຍ ປະເທດຫວຽດນາມ ເປັນເວລາ 3 ປີ ແລະ ຍັງຈົບການສຶກສາຊັ້ນສູງດ້ານ designer ມານຳ.

4. ປົກກະຕິແລ້ວ ເທັກນິກໃນການອອກແບບຂອງແຄນດີ້ແຕ່ລະຄັ້ງ ແມ່ນມັກຟັງເພງ ເພາະມັນຊ່ວຍໄດ້ຫຼາຍໃນການສ້າງຈິນຕະນາການ. ຕອນນີ້ແຄນດີ້ກຳລັງອອກແບບຊຸດທີ່ມີກິ່ນອາຍ punk ແລະ ປະສົມຄວາມເປັນ Victorian ກໍມັກທີ່ຈະເປີດເພງ rock ປະສົມ electronic ເພາະມັນຊ່ວຍໄດ້ອີຫຼີ.

5.ແຄນດີ້ຫາກໍເລີ່ມເຮັດທຸລະກິດ ໃນປີ 2022 ນີ້ ເຊິ່ງເປັນແບຣນຂອງຕົນເອງຊື່ວ່າ VINUS ໂດຍຈະເປັນແບຣນເສື້ອຜ້າ street wear ທີ່ມີເອກະລັກສະເພາະຕົວ ບໍ່ວ່າຈະເປັນລວດລາຍ ແລະ ການອອກແບບ ຢາກໃຫ້ທຸກຄົນຕິດຕາມ ແລະ support ແດ່ເດີ.

6.ຜົນງານທີ່ຜ່ານມາ: ປີ 2017 ແຄນດີ້ ໄດ້ຮ່ວມປະກວດອອກແບບຊຸດ ແລະ ໄດ້ອັນດັບ 3 ຈາກໂຄງການ Lao young designer ແລະ ປີ 2018 ໄດ້ຮອງອັນດັບ 2 ຈາກໂຄງການ Lao young designer ເຊັ່ນກັນ. ນອກຈາກນີ້ ຍັງເຄີຍເປັນຕົວແທນນັກເຕັ້ນຄົນດຽວຈາກປະເທດລາວຮ່ວມງານ Lao festival ທີ່ປະເທດຍີ່ປຸ່ນ ໃນປີ 2016.

7.ແບຣນ VINUS ເປັນທຸລະກິດທຳອິດຂອງແຄນດີ້ ເຊິ່ງຕັ້ງໃຈ ແລະ ໃຊ້ເວລາສຶກສາ ມາ 5 ປີ ແລະ ຕັ້ງເປົ້າໝາຍຢາກໃຫ້ແບຣນຂອງຄົນລາວ ໄດ້ມີໂອກາດເສີດສາຍຢູ່ເວທີລະດັບສາກົນ.

8.ໃນອະນາຄົດ ແຄນດີ້ ກໍຢາກເປັນສ່ວນໜຶ່ງໃນການພັດທະນາວົງການອອກແບບຢູ່ລາວ ໃຫ້ທົ່ວໂລກໄດ້ຮັບຮູ້ວ່າຄົນລາວ ກໍມີຄວາມສາມາດບໍ່ນ້ອຍໜ້າໃຜ, ພ້ອມທັງວາງແຜນໄວ້ວ່າ ຢາກເຮັດຫ້ອງຮຽນນ້ອຍໆເພື່ອສອນເດັກນ້ອຍ-ໄວໜຸ່ມລາວ ທີ່ສົນໃຈໃນດ້ານອອກແບບ ເພາະຢາກເອົາວິຊາຄວາມຮູ້ທີ່ໄປຮຽນມາ ກັບມາພັດທະນາ ແລະ ສອນໃຫ້ກັບຫຼາຍໆຄົນທີ່ຢາກຮຽນຮູ້ດ້ານ designer.

ສາມາດຕິດຕາມແຄນດີ້ໄດ້ທີ່:

Facebook: Candy Keovilay

https://bit.ly/3LQDOVk

ຕິດຕາມແບຣນເສື້ອຜ້າໄດ້ທີ່: VINUS: https://bit.ly/3sPn9bM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/