ຊາຍຊາວ Florida ຖືກລັກລົດ! ລາວເລີຍໄປລັກລົດຂອງຄົນອື່ນ ເພື່ອຊອກຫາລົດທີ່ຫາຍໄປ ແຕ່ລົດທີ່ລາວລັກມານັ້ນຖືກລົດໄຟຕຳຈົນມຸ່ນອຸ້ຍປຸ້ຍ!


Florida ເອີ້ນໄດ້ວ່າເປັນລັດໜຶ່ງຂອງສະຫະລັດອາເມຣິກາ ທີ່ມັກມີເລື່ອງລາວແປກໆ ເກີດຂຶ້ນຢູ່ສະເໝີ ແລະ ເມື່ອບໍ່ດົນມານີ້ ກໍໄດ້ມີກໍລະນີຂອງຊາຍ Florida ຄົນໜຶ່ງ ທີ່ລາວຖືກລັກລົດຫຼັງຈາກທີ່ກັບມາແຕ່ບາຣ໌ ແລະລາວກໍໄປລັກລົດຄົນອື່ນຕໍ່ ເພື່ອຊອກຫາລົດທີ່ຫາຍໄປ ສຸດທ້າຍລາວຂັບລົດທີ່ລາວລັກມາໄປຕິດຢູ່ທາງລົດໄຟ ແລະ ກໍຖືກລົດໄຟຕຳລົດຄັນດັ່ງກ່າວຈົນມຸ່ນບໍ່ເຫຼືອສະພາບດີເລີຍ.

ເລື່ອງລາວນີ້ເປັນຂອງ Bradford Weitzel ຊາຍ ອາຍຸ 38 ປີ ຈາກ Port St. Lucie ລັດ Florida ສະຫະລັດອາເມຣິກາ ທີ່ລາວຖືກຕຳຫຼວດຈັບໃນຂໍ້ຫາລັກເອົາລົດຂອງຜູ້ອື່ນໄປ ແລະ ເຮັດໃຫ້ລົດເປ່ເພເສຍຫາຍ.

Weitzel ກ່າວກັບຕຳຫຼວດວ່າ ລາວໄປກິນດື່ມທີ່ບາຣ໌ແຫ່ງໜຶ່ງໃນ Martin County ຫຼັງຈາກອອກຈາກບາຣ໌ແລ້ວ ເມື່ອຈະກັບ ກໍເລີຍຮູ້ວ່າລົດຂອງຕົນເອງຫາຍໄປ ແລະ ຊອກຫາບໍ່ເຫັນ ເຊິ່ງໃນຂະນະນັ້ນ Weitzel ສັງເກດເຫັນລົດຄັນໜຶ່ງທີ່ຈອດຢູ່ບໍລິເວນດຽວກັນ ລາວຈຶ່ງໄດ້ຂັບລົດຄັນດັ່ງກ່າວອອກໄປເພື່ອຊອກຫາລົດຂອງຕົນເອງ.

ແຕ່ Weitzel ເອີ້ນໄດ້ວ່າດວງຊວຍແດ່ ໃນຕອນນັ້ນແມ່ນລາວຢູ່ໃນອາການມຶນເມົາ ແລະ ລາວໄດ້ຂັບລົດທີ່ລາວລັກມາ ແຕ່ມັນໄປຕິດທີ່ຮາງລົດໄຟ, Weitzel  ພະຍາຍາມເລັ່ງລົດອອກ ແຕ່ເຮັດວິທີໃດລົດກໍບໍ່ຫຼຸດອອກເລີຍ.

ໃນຂະນະນັ້ນລົດໄຟກໍກຳລັງແລ່ນເຂົ້າມາຫາ Weitzel ຕັ້ງສະຕິໄດ້ແລະໜີອອກມາທັນກ່ອນທີ່ລົດໄຟຈະແລ່ນເຂົ້າມາຕຳລົດທີ່ລາວລັກມາ ຈົນເຮັດໃຫ້ລົດຄັນດັ່ງກ່າວມຸ່ນບໍ່ເປັນສະພາບດີເລີຍ.

ທີ່ກ່າວມາຂ້າງເທິງແມ່ນຄຳໃຫ້ການຂອງ Weitzel ກັບເຈົ້າໜ້າທີ່ ແລະ Weitzel ກໍຍັງໃຫ້ສຳພາດກັບສື່ທ້ອງຖິ່ນວ່າ:

“ຫຼັງຈາກທີ່ລົດໄຟຕຳລົດຂ້ອຍ (ລົດທີ່ລັກມາ) ແລະລົດມັນກໍບິນໄປຕຳກັບເຮືອນທີ່ຢູ່ໃກ້ໆບໍລິເວນນັ້ນ ເຮັດໃຫ້ເຈົ້າຂອງເຮືອນຕົກໃຈຕື່ນທັນທີ”

“ໂຊກດີທີ່ພວກເຂົາບໍ່ໄດ້ຮັບບາດເຈັບຫຍັງ ເຫດການນີ້ບໍ່ມີໃຜໄດ້ຮັບບາດເຈັບ ຍົກເວັ້ນແຕ່ເຮືອນທີ່ເສຍຫາຍ ຍ້ອນວ່າລົດໄປກະທົບໃສ່”.

Weitzel ຍັງກ່າວກັບຕຳຫຼວດອີກວ່າ ສາເຫດທີ່ລາວເຮັດໄປນັ້ນແມ່ນເຮັດດ້ວຍຄວາມບໍລິສຸດໃຈ ແລະ ບໍ່ມີເຈດຕະນາທີ່ຈະລັກລົດ.

ມີລາຍງານອີກວ່າ Weitzel ຖືກຕັ້ງຂໍ້ຫາລັກຊັບແລະກໍ່ອາຊະຍາກໍາທາງອາຍາ ເຊິ່ງຫຼັງຈາກນີ້ກໍຈະຕ້ອງໄດ້ມາສູ້ຄະດີໃນຊັ້ນສານ ແລະ ອາດມີຄ່າໃຊ້ຈ່າຍເພີ່ມຕື່ມ. ນອກນີ້ Weitzel ກໍຍັງບໍ່ລືມທີ່ຈະໃຫ້ເຈົ້າໜ້າທີ່ຊອກຫາລົດຂອງລາວ ເພາະຕອນນີ້ມັນຫາຍໄປ.

ເມື່ອອາທິດກ່ອນໜ້ານີ້ ກ່ອນທີ່ຈະເກີດເຫດຂອງ Weitzel ກໍມີລາຍງານວ່າທາງ ຕໍາຫຼວດຈັບຊາຍຊາວ Florida ຄົນໜຶ່ງທີ່ຄອບຄອງໂຄເຄນແລະມັດຢາບ້າເອົາໄວ້ທີ່ອະໄວຍະວະເພດ ໃນຂະນະທີ່ຈອດລົດຕອນໄຟແດງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/