ອາເມຣິກາພົບແມ່ຍິງຄົນທຳອິດຂອງໂລກ ທີ່ເຊື່ອວ່າປິ່ນປົວຂາດຈາກເຊື້ອ HIV ແລ້ວ


ຜູ້ປ່ວຍຍິງສັນຊາດອາເມຣິກາໄດ້ກາຍເປັນຄົນທີ 3 ຂອງໂລກ ແລະ ເປັນແມ່ຍິງຄົນທຳອິດ ທີ່ເຊື່ອວ່າໄດ້ປິ່ນປົວຫາຍຂາດຈາກເຊື້ອພະຍາດ HIV ແລ້ວ. ຢ່າງທີ່ເຮົາຮູ້ດີວ່າ ພະຍາດ HIV ນັ້ນ ປິ່ນປົວໄດ້ຫຍຸ້ງຍາກ ແລະ ຍັງໃຊ້ເວລາດົນ ແລະກໍບໍ່ແມ່ນວ່າຈະກຳຈັດເຊື້ອໄດ້ໝົດເລີຍ. ຕ້ອງຂອບໃຈເທັກໂນໂລຢີສະໄໝໃໝ່ທີ່ບໍ່ຢຸດກ້າວຂ້າມຂີດຈຳກັດໃນການປິ່ນປົວຜູ້ປ່ວຍ ຢ່າງແມ່ຍິງຊາວອາເມຣິກາຜູ້ນີ້ ທີ່ໄດ້ຮັບການປູກຖ່າຍສະເຕມເຊວລົງໄປ ເຊິ່ງວ່າສະເຕມເຊວດັ່ງກ່າວນັ້ນແມ່ນມາຈາກຜູ້ທີ່ມີພູມຕ້ານທານທາງທຳມະຊາດຕໍ່ເຊື້ອທີ່ກໍ່ໃຫ້ເກີດໄວຣັດເອດໄດ້.

ຊ່ຽວຊານໄດ້ໃຫ້ຂໍ້ມູນວ່າ ວິທີການປູກຖ່າຍແມ່ນກ່ຽວຂ້ອງກັບການນຳໃຊ້ສາຍບື ແລະ ເລືອດ ເຊິ່ງມັນສ່ຽງເກີນໄປທີ່ຈະນຳໄປປິ່ນປົວຜູ້ປ່ວຍເປັນວົງກວ້າງໄດ້, ການປິ່ນປົວນີ້ຈຶ່ງເໝາະສົມແຕ່ກັບກຸ່ມຄົນສະເພາະເທົ່ານັ້ນ. ຫຼັງຈາກໄດ້ຮັບການປູກຖ່າຍສາຍບືແລ້ວ ຜູ້ປ່ວຍກໍບໍ່ໄດ້ກິນຢາບຳບັດທີ່ຕ້ອງໃຊ້ປິ່ນປົວເຊື້ອອີກເລີຍ ແລະ ປັດຈຸບັນກໍພົບວ່າບໍ່ມີເຊື້ອເປັນເວລາ 14 ເດືອນແລ້ວ.

ບັນດາເຊວທີ່ນຳໃຊ້ໄປປູກຖ່າຍນັ້ນ ແມ່ນກຸ່ມເຊວທີ່ມີການກາຍພັນທາງກຳມະພັນຢ່າງເຈາະຈົງ ໂດຍທີ່ມັນຈະບໍ່ສາມາດຕິດເຊື້ອໄວຣັສ HIV ໄດ້. ສະເຕມເຊວທີ່ມີສັກກະຍະພາບນັ້ນ ແມ່ນຖືກສະແດງໃຫ້ເຫັນຄັ້ງທຳອິດ ເມື່ອປີ 2007, Timothy Ray Brown ທີ່ເປັນຜູ້ປ່ວຍທຳອິດ ເຊິ່ງປິ່ນປົວຫາຍຂາດຈາກເຊື້ອດ້ວຍວິທີການນີ້. ການປິ່ນປົວຄັ້ງນີ້ຖືວ່າເປັນອີກບາດກ້າວທີ່ຈະໄດ້ເຂົ້າໃກ້ກັບການປິ່ນປົວເຊື້ອດັ່ງກ່າວ. ແນວໃດກໍຕາມ ວິທີການປູກຖ່າຍຍັງສ່ຽງເກີນໄປສຳລັບວົງກວ້າງ ແລະ ຍັງໄດ້ໃຊ້ເວລາອີກດົນກວ່າທີ່ຈະສາມາດປິ່ນປົວຜູ້ປ່ວຍ HIV ທຸກຄົນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/