ອາຫານເພື່ອສຸຂະພາບ 4 ຢ່າງ ທີ່ກິນໄດ້ແບບບໍ່ຮູ້ສຶກຜິດ


ມັນເປັນຄວາມຈິງບໍ່ ທີ່ວ່າການເບິ່ງແຍງສຸຂະພາບບໍ່ແມ່ນເປັນພຽງແຕ່ເທຣນ ແຕ່ໄດ້ກາຍເປັນວິຖີຊີວິດຂອງຄົນເຮົາໄປແລ້ວ ໂດຍສະເພາະເລື່ອງຂອງອາຫານການກິນ ເຊິ່ງຫຼາຍຄົນກໍໄດ້ມາເອົາໃຈໃສ່ເປັນພິເສດ ແລະ ລະມັດລະວັງເລື່ອງຂອງແຄລໍຣີ່, ງົດນໍ້າຕານ, ຂອງທອດ ແລະ ອື່ນໆ. ບາງຄັ້ງການຮັກສາສຸຂະພາບຫຼາຍກໍກາຍເປັນຄວາມຫຍຸ້ງຍາກ ແລະ ໜ້າເບື່ອ. ສະນັ້ນ, ທາງເຮົາຈຶ່ງໄດ້ມານໍາສະເໜີອາຫານທີ່ແຄລໍຣີ່ຕໍ່າ ເຊິ່ງກໍາລັງເປັນທີ່ນິຍົມໃນຂະນະນີ້.

  1. Stevia ຫຼື ໃບຫຍ້າຫວານ

ສິ່ງທີ່ຫຼາຍຄົນພະຍາຍາມງົດໃນຊ່ວງໄດເອັດຄືຈະໜີບໍ່ພົ້ນພວກເຂົ້າໜົມ ແລະ ຂອງຫວານຕ່າງໆ, ເຊິ່ງຖ້າຄົນທີ່ມັກຂອງຫວານແລ້ວຕ້ອງງົດພວກນໍ້າຕານນັ້ນ ຈະຕ້ອງເປັນຊ່ວງເວລາທີ່ທໍລະມານສຸດໆ. ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ “Stevia ຫຼື “ຫຍ້າຫວານ” ສາມາດນໍາມາໃຊ້ແທນນໍ້າຕານໄດ້ ເນື່ອງຈາກວ່າເປັນນໍ້າຕານທີ່ມາຈາກໃບໄມ້ ເຊິ່ງບໍ່ມີແຄລໍຣີ່ ແລະ ຄາໂບໄຮເດຣດ (ທາດແປ້ງ) ເປັນສ່ວນປະກອບ. ດັ່ງນັ້ນແລ້ວ ເຖິງວ່າຈະກິນຫວານສໍ່າໃດ ກໍຈະບໍ່ເຮັດໃຫ້ນໍ້າໜັກເພີ່ມຂຶ້ນ.

  1. ນໍ້າມັນອາໂວກາໂດ

ຫຼາຍຄົນເມື່ອເຫັນຄໍາວ່ານໍ້າມັນແລ້ວ ອາດຈະເກີດອາການຢ້ານ ແລະ ຕີຄວາມໝາຍວ່າມັນບໍ່ດີຕໍ່ສຸຂະພາບ. ເຊິ່ງຄວາມເປັນຈິງແລ້ວ ຮ່າງກາຍຂອງຄົນເຮົາຕ້ອງການໄຂມັນບາງຊະນິດທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ເຊັ່ນ “ນໍ້າມັນອະໂວກາໂດ” ເພາະມັນມີໄຂມັນບໍ່ອິ່ມຕົວເຊິ່ງຈະຊ່ວຍໃນເລື່ອງການປ້ອງກັນໂຣກຫົວໃຈ, ໂຣກຫຼອດເລືອດຕີບ ແລະ ມີວິຕາມິນ E ບໍາລຸງຮ່າງກາຍ; ເຖິງວ່າລາຄາຈະຄ່ອນຂ້າງສູງ ແຕ່ບອກໄດ້ຄໍາດຽວເລີຍວ່າຄຸນະພາບຄຸ້ມຄ່າແນ່ນອນ.

  1. Cottage Cheese

ຖ້າຫາກທ່ານຕ້ອງເລືອກອາຫານຫວ່າງເພື່ອແກ້ຫິວລະຫວ່າງວັນ “Cottage Cheese” ແມ່ນໜຶ່ງໃນຕົວເລືອກທີ່ແນະນຳ ສຳລັບຜູ້ທີ່ເປັນສາຍ Fit & Firm ເພາະວ່ານອກເໜືອຈາກແຄລໍຣີ່ ແລະ ທາດແປ້ງທີ່ຕໍ່າແລ້ວ ຍັງມີທາດໂປຼຕີນທີ່ສູງຫຼາຍ ຜູ້ໃດທີ່ມັກອອກກຳລັງກາຍເພື່ອເສີມສ້າງກ້າມເນື້ອຕ້ອງລອງມັນ, ບໍ່ວ່າຈະກິນມັນ ແບບທຳມະດາ ຫຼື ທາໃສ່ເຂົ້າຈີ່ກິນກໍແຊບ, ປັ່ນເປັນສະມູ໊ດຕີ້ກໍດີ ຈະໄດ້ໝົດບັນຫາເລື່ອງຂອງກິນຈຸກຈິກໄປເລີຍ.

  1. ເຄຶ່ອງດື່ມມອລທ໌ (Malt Drink)

ເຊື່ອເລີຍວ່າສາວໆຫຼາຍຄົນ ອາດຈະຮູ້ສຶກຂາດສິ່ງນີ້ບໍ່ໄດ້ ນັ້ນກໍຄືການສັງສັນກັນດ້ວຍເຄື່ອງດື່ມຊະນິດຕ່າງໆ, ແຕ່ວ່າເວລາທີ່ໄປງານສັງສັນກໍມັກຈະເຫັນແຕ່ປະເພດນໍ້າຫວານ ຫຼື ເຄື່ອງດື່ມທີ່ມີແອລກໍຮໍເປັນສ່ວນໃຫຍ່. ເຮົາລອງປ່ຽນມາເປັນເຄື່ອງດື່ມມອລທ໌ທີ່ບໍ່ມີແອລກໍຮໍເຊັ່ນ Heineken 0.0 ເບິ່ງ, ເຄື່ອງດື່ມຊະນິດນີ້ແມ່ນແຄລໍຣີ່ຕໍ່າຫຼາຍ ແຖມບໍ່ຕ້ອງຢ້ານດື່ມແລ້ວຈະມີພຸງຍ້ວຍນໍາອີກ. ເມື່ອເຮົາດື່ມກໍຈະຮູ້ສຶກສົດຊື່ນ ແລະ ຜ່ອນຄາຍໂດຍສະເພາະເວລາທີ່ເມື່ອຍລ້າຈາກການເຮັດວຽກ ຫຼື ຈະດື່ມເພີ່ມພະລັງງານຫຼັງອອກກໍາລັງກາຍກໍໝົດຫ່ວງເລື່ອງຈະເສຍສຸຂະພາບເລີຍ.

 ເຊື່ອວ່າຫາກຫຼາຍຄົນລອງນໍາໄປປັບໃຊ້ເຂົ້າໃນຊີວິດປະຈໍາວັນເບິ່ງ ຮັບຮອງວ່າການໄດເອັດຂອງທ່ານຈະບໍ່ໜ້າເບື່ອອີກຕໍ່ໄປ ແຖມຍັງຄົງຮັກສາລົດຊາດອາຫານ ແລະ ສຸຂະພາບທີ່ດີໄປນໍາອີກດ້ວຍ.

ທີ່ມາ: https://www.trueplookpanya.com/knowledge/content/84028/-blo-foocle-foocui-foo-

ແປໂດຍ: Duck_Jipjip