ເປັນຫຍັງມະນຸດຈຶ່ງຕ້ອງກິນ “ວິຕາມິນ B12”


ວິຕາມິນ B12 ເປັນອີກສິ່ງໜຶ່ງທີ່ມີຄວາມແປກ ເພາະວ່າສັດສ່ວນຫຼາຍບໍ່ໄດ້ມີບັນຫາເລື່ອງການຂາດວິຕາມິນ B12 ເລີຍ,​ ຖ້າເປັນສັດກິນຊີ້ນກໍຈະຍິ່ງໄດ້ວິຕາມິນ B12 ເພາະ ວິຕາມິນໂຕນີ້ຈະໄດ້ຫຼາຍຈາກຊີ້ນສັດ, ສ່ວນສັດກິນພືດກໍບໍ່ມີບັນຫາ ເພາະເຊື້ອແບັກທີເຣຍໃນລຳໄສ້ຂອງສັດກິນພືດ ສາມາດສ້າງວິຕາມິນ B12 ຂຶ້ນມາ ຈາກນັ້ນກໍຈະດູດຊຶມວິຕາມິນໂຕນີ້ເຂົ້າໄປໃຊ້ປະໂຫຍດໄດ້ເລີຍ.

ດັ່ງນັ້ນ ການຂາດວິຕາມິນ B12 ຈຶ່ງບໍ່ມີບັນຫາສໍາລັບສັດ, ແຕ່ມະນຸດ ໂດຍສະເພາະຄົນທີ່ກິນມັງສະວິລັດ ຫຼື ກິນເຈ ແລະ ຄົນທີ່ກິນຊີ້ນສັດບໍ່ພຽງພໍ ຈະມີຄວາມສ່ຽງທີ່ຈະຂາດວິຕາມິນ B12 ສູງຫຼາຍ.


ແຕ່ທີ່ໜ້າສົນໃຈແມ່ນ ພາຍໃນລຳໄສ້ຂອງມະນຸດເຮົາ ກໍມີຈຸລິນຊີທີ່ຊ່ວຍສ້າງວິຕາມິນ B12 ຢູ່ເຊັ່ນກັນ ແລະ ບໍ່ແມ່ນແຕ່ສ້າງໄດ້ ແຕ່ສາມາດສ້າງໄດ້ເກີນຄວາມຕ້ອງການຂອງຮ່າງກາຍອີກດ້ວຍ.

ຄຳຖາມແມ່ນ: ແລ້ວເປັນຫຍັງມະນຸດຈຶ່ງຕ້ອງກິນວິຕາມິນ B12 ຈາກອາຫານ?
ຄຳຕອບແມ່ນ ແບັກທີເຣຍທີ່ສ້າງວິຕາມິນ B12 ໃຫ້ເຮົາຢູ່ນັ້ນ ອາໄສຢູ່ໃນລໍາໄສ້ໃຫຍ່ ແຕ່ລໍາໄສ້ສ່ວນທີ່ດູຊຶມວິຕາມິນ B12 ໄດ້ດີແມ່ນລໍາໄສ້ອ່ອນ ນັ້ນກໍໝາຍຄວາມວ່າວິຕາມິນ B12 ທັງໝົດທີ່ສ້າງຂຶ້ນຢູ່ພາຍລຳໄສ້ສ່ວນທີ່ເຮັດໜ້າທີ່ດູດຊຶມວິຕາມິນໄປແລ້ວ. ດັ່ງນັ້ນ ວິຕາມິນ B12 ທັງໝົດທີ່ແບັກທີເຣຍໃນຮ່າງກາຍເຮົາສ້າງຂຶ້ນ ຈຶ່ງເດີນທາງລົງສ້ວມໄປເກືອບໝົດ.

ຄຳຖາມແມ່ນ: ເປັນຫຍັງຮ່າງກາຍຂອງເຮົາຈຶ່ງວິວັດທະນາການມາເຮັດວຽກແບບນີ້
ຄຳຕອບແມ່ນ ບໍ່ມີໃຜຮູ້ຄຳຕອບທີ່ຊັດເຈນ ແຕ່ທີ່ເຮົາຮູ້ແມ່ນ ວັດຕະກຸນໄພຣເມດສ່ວນໃຫຍ່ທີ່ເປັນເຊື້ອສາຍດຽວກັບມະນຸດເຮົາ ເປັນສັດກິນພືດ ຫຼື ກິນໝາກໄມ້ ສ່ວນລີງທີ່ກຳມະພັນໃກ້ຄຽງກັບເຮົາທີ່ສຸດຢ່າງ ລີງຊິມແປນຊີ ກໍກິນພືດເປັນສ່ວນໃຫຍ່ ແລະ ເສີມດ້ວຍອາຫານທີ່ມາຈາກສັດບາງຄັ້ງຄາວ. ທັງໝົດນີ້ບອກໃບ້ໃຫ້ເຮົາວ່າ ເຮົາຄົງຈະເປັນລູກຫຼານຂອງບັນພະບູລຸດທີ່ກິນພືດຢ່າງດຽວເຊັ່ນກັນ ແລະ ບັນພະບູລຸດຂອງເຮົາກໍຄົງຄືກັນກັບລິງທີ່ກິນພືດໃນປັດຈຸບັນ ອາໄສວິຕາມິນ B12 ທີ່ຜະລິດຈາກແບັກທີເຣຍໃນລໍາໄສ້ໃຫຍ່ ແລະ ສາມາດດູດຊຶມວິຕາມິນເຂົ້າທາງລຳໄສໃຫຍ່ໄດ້ເລີຍ.

ຕໍ່ມາເມື່ອບັນພະບູລຸດຂອງມະນຸດເລີ່ມປ່ຽນວິຖີຊີວິດມາຍ່າງເທິງທົ່ງຫຍ້າກວ້າງ ແລະ ຫາອາຫານດ້ວຍການກິນຊາກສັດ ບັນພະບູລຸດຂອງເຮົາກໍເລີ່ມໄດ້ຮັບ ວິຕາມິນ B12 ຈາກຊີ້ນສັດ ແລະ ໄຂກະດູກ.

ວິຕາມິນ B12 ຈຶ່ງເຂົ້າຮ່າງກາຍຂອງບັນພະບູລຸດເຮົາຈາກທາງປາກ ລົງໄປທີ່ກະເພາະ ຜ່ານລໍາໄສ້ອ່ອນ ແລ້ວຜ່ານລົງໄປລໍາໄສ້ໃຫຍ່ ແລະ ຊ່ວງນີ້ຈະເປັນຈຸດປ່ຽນສຳຄັນ ດ້ວຍຄຳອະທິບາຍທີ່ຍັງບໍ່ຊັດເຈນ ແຕ່ລຳໄສ້ອ່ອນຂອງບັນພະບູລຸດເຮົາອາດຈະດູດຊຶມ ວິຕາມິນ B12 ຂຶ້ນມາໄດ້ກໍບໍ່ແມ່ນເລື່ອງແປກ ເພາະລຳໄສ້ອ່ອນປົກກະຕິກໍເຮັດນ້າທີ່ດູດຊຶມສານອາຫານ ແລະ ວິຕາມິນເກືອບທຸກຊະນິດຢູ່ແລ້ວ ຈະສາມາດເພີ່ມການດູດຊຶມວິຕາມິນເພີ່ມອີກໂຕກໍບໍ່ແມ່ນເລື່ອງແປກ.

ຈາກນັ້ນຮ່າງກາຍຂອງເຮົາກໍຈະຄ່ອຍໆຍ້າຍການດູດຊຶມຂອງວິຕາມິນ B12ມາທີ່ລຳໄສ້ອ່ອນ ເຮັດໃຫ້ຄວາມຈຳເປັນຕ້ອງດູດຊຶມຈາກລຳໄສ້ໃຫຍ່ຄ່ອຍໆຫຼຸດລົງ ຈົນຄວາມສາມາດນັ້ນ ອາດຈະສົ່ງຜົນກະທົບຫຍັງຕໍ່ຮ່າງກາຍຂອງເຮົາ.ຈຸດນີ້ເອງ ທີ່ມະນຸດເຮົາຕ້ອງກາຍເປັນສັດທີ່ເພິ່ງພາຊີ້ນສັດຢ່າງເຕັມຕົວ.

ດ້ວຍເຫດນີ້ ເມື່ອມະນຸດຕ້ອງການຈະກິນອາຫານມັງສະວິລັດ ຫຼື ກິນເຈ ໂດຍບໍ່ກິນຜະລິດຕະພັນທີ່ເຮັດມາຈາກສັດເລີຍ ຈຳເປັນຕ້ອງມີຄວາມຮູ້ເລື່ອງໂພຊະນາການ ບໍ່ດັ່ງນັ້ນ ຈະມີຄວາມສ່ຽງທີ່ຈະຂາດວິຕາມິນ B12 ໄດ້ສູງ.

ແຫຼ່ງທີ່ມາ: https://www.blockdit.com/articles/5f718b90468c3a05d021a780