LINE ຕອກຍໍ້າຜູ້ນຳເຕັກໂນໂລຊີ ສົ່ງ AR ສ້າງສີສັນເທິງການ Chat ດ້ວຍ Features ໃຫມ່ Avatar.


LINE ຕອກຫຍໍ້າຜູ້ນຳດ້ານເຕັກໂນໂລຊີສະໜັບສະໜູນ Lifestyle ໃນວິຖີຊີວິດໃຫມ່ ເດີນໜ້ານຳເຕັກໂນໂລຊີ AR ສ້າງສີສັນໃຫ້ກັບບໍລິການ LINE Chat ເທິງມືຖືດ້ວຍ Features ໃໝ່ລ້າສຸດ Avatar ຮູບແບບສະເໝືອນຈິງທັງນິ່ງ ແລະ ເຄື່ອນໄຫວ ໃຫ້ຜູ້ໃຊ້ໄດ້ມ່ວນໄປກັບລູກຫຼີ້ນໃຫມ່ ທັງ Chat ກັບໝູ່ເພື່ອນ Shere ເທິງ Timeline ແລະ ເຮັດເປັນຮູບ Profile ກໍ່ຍັງໄດ້ ເຊື່ອມໂຍງເຕັກໂນໂລຊີເຂົ້າກັບຊີວິດປະຈໍາວັນໄດ້ແບບໄຮ້ຮອຍຕໍ່. ຕອບໂຈດຊີວິດຂອງທ່ານແບບ LIFE ON LINE ໄດ້ເຕັມທີ່ຍິ່ງຂື້ນ.

LINE Avatar promo video:

https://www.youtube.com/watch?v=fha6AMEwQjg

Features Avatar ເປັນ Features ທີ່ນໍາເອົາເຕັກໂນໂລຊີ AR (Augmented reality) ທີ່ປັດຈຸບັນໃຫ້ຄົນສ່ວນຫຼາຍເລີ່ມມີຄວາມຄຸ້ນເຄີຍ ໂດຍການລວມສະພາບແວດລ້ອມແທ້ໆມາປະສົມກັບວັດຖຸເຂົ້າດ້ວຍກັນໃຫ້ມາເປັນລູກຫຼີ້ນສຳຄັນ. ເພິ່ມຄວາມສາມາດໃຫ້ Avatar ໃນ LINE ສາມາດຈັບການເຄື່ອນໄຫວຂອງໃບໜ້າຜູ້ໃຊ້ງານເພື່ອເຄື່ອນໄຫວນຳໄດ້ ທີ່ສຸດລ້ຳໄປກວ່ານັ້ນຄື ຍັງສາມາດນຳຕົວ Avatar ທີ່ເຮົາສ້າງມາຈັດວາງໄວ້ເທິງສະພາບແວດລ້ອມຂອງແທ້ມາຜ່ານກ້ອງໃນມືຖືຂອງຜູ້ໃຊ້ງານໄດ້ອີກດ້ວຍໂດຍເມື່ອສ້າງສຳເລັດຜູ້ໃຊ້ງານຍັງສາມາດນຳເອົາ Avatar ມາໃຊ້ເປັນທັ້ງຮູບ Profile ຫຼື ໜ້າປົກ Profile Shereໃນ Shere ຫຼື ບັນທຶກໄວ້ Shere ໄປໃນ Social media ອື່ນໆໄດ້.

Avatar ທີ່ຜູ້ໃຊ້ສ້າງຂື້ນຈະສາມາດນໍາໄປສ້າງເປັນທັງຮູບນິ່ງ ແລະ ຮູບເຄື່ອນໄຫວ ຫຼື ເປັນ Animation ໄດ້ຍາວເຖິງ 15 ວິນາທີ ໂດຍສາມາດເລືອກສ້າງໄດ້ 3 ຮູບແບບດ້ວຍກັນຄື: 1 ແບບມີ Background ທີ່ເລືອກເອງໄດ້ໂດຍຜູ້ໃຊ້ສາມາດເຄື່ອນໄຫວໜ້າຕາເພື່ອໃຫ້ Avatar ເຄື່ອນໄຫວຕາມໄດ້ 2 ແບບບໍ່ມີ Background ໂດຍໃຫ້ Avatar ແທນໜ້າຄົນແທ້ໆພ້ອມບັນຍາກາດຈິງຈາກກ້ອງ ແລະ 3 ແບບໃຊ້ AR ໂດຍວາງຕົວ Avatar ໃຫ້ເຄື່ອນໄຫວໄປມາຢູ່ໃນຮູບບັນຍາກາດແທ້ໆເຊັ່ນ: ໃຫ້ຍ່າງ ຫຼື ເຮັດທ່າທາງຕ່າງໆເທິງສະຖານທີ່ຖ່າຍຈາກໂຫມດກ້ອງເປັນຕົ້ນໂດຍສາມາດສ້າງ Avatar ໄດ້ຫຼາຍທີ່ສຸດເຖິງ 5 ຕົວລະຄອນຕໍ່ໜື່ງບັນຊີໂດຍຫາກຜູ້ໃຊ້ສ້າງ Avatar ມາຫຼາຍໂຕແລ້ວຍັງສາມາດນຳ Avatar ມາຮວມກັນເປັນຮູບແບບກຸ່ມພາບໃຕ້ Frame ດຽວກັນໄດ້ອີກດ້ວຍ ( ບັນຈຸໄດ້ສູງສຸດເຖິງ 4 Avatar ໃນ 1 Frame ).

ຊ່ອງທາງການສ້າງ Avatar.

  1. ເຂົ້າໄປທີ່ໜ້າ Profile ຂອງ LINE ແລ້ວກົດໄປທີ່ icon ທີ່ມີຄຳວ່າ Avatar ຈະປາກົດໜ້າຈໍສຳຫຼັບຖ່າຍຮູບໜ້າເພື່ອສ້າງ Avatar ຂອງເຮົາ ແລະ ລະບົບຈະສ້າງ Avatar ຂື້ນຈາກຮູບເປັນໂຕຕັ້ງໃຫ້ໂດຍອັດຕະໂນມັດໂດຍຜູ້ໃຊ້ສາມາດກົດແກ້ໄຂ (Edit Avatar) ແລະ ປັບແຕ່ງໜ້າຕາການແຕ່ງໂຕ Avatar ເພິ່ມເຕີມໄດ້ຕາມໃຈ.
  2. ເຂົ້າຜ່ານໂຫມດກ້ອງໃນ LINE ບໍ່ວ່າຈະເປັນໃນຫ້ອງສົນທະນາ ຫຼື ໃນຫ້ອງສ້າງ Story Post ໃນໜ້າ Timeline ໂດຍຈະມີ icon Avatar ປາກົດຢູ່ພ້ອມໃຫ້ຜູ້ໃຊ້ສາມາດເຂົ້າໄປສ້າງໄດ້ທັນທີທັ້ງ Avatar ແບບຮູບນິ່ງ ຫຼື ຮູບເຄື່ອນໄຫວໃຫ້ເລືອກສັນສ້າງໄດ້ຕາມໃຈມັກເລີຍ..!!

LINE ຈະມຸ່ງໝັ້ນພັດທະນາບໍລິການ ແລະ Features ໃຫມ່ໆແບບນີ້ຢ່າງຕໍ່ເນື່ອງຕໍ່ໄປເພື່ອຍົກລະດັບການສື່ສານຜ່ານ LINE ຂອງຜູ້ໃຊ້ງານທຸກຄົນບໍ່ພຽງແຕ່ເພື່ອສະດວກສະບາຍ ແລະ ມີປະສິດທິພາບເທົ່ານັ້ນ ແຕ່ຍັງຕ້ອງມີສີສັນເພື່ອເພິ່ມຄວາມສຸກ ແລະ ສ້າງຄວາມສຳພັນເຮັດໃຫ້ຊີວິດປະຈຳວັນຂອງຜູ້ໃຊ້ LINE ໃນທຸກໆດ້ານຢູ່ເທິງໂລກ Digital ໄດ້ຢ່າງມີຄວາມສຸກ.

Update LINE ເປັນ Latest version ເພື່ອສໍາພັດເຕັກໂນໂລຊີ AR ສຸດລ້ຳຜ່ານ LINE Avatar ໄດ້ທີ່ນີ້:

https://line.me/update #LINEAvatar #AR #LifeonLINE

ທີ່ມາ: https://www.ryt9.com/s/prg/3162777