2024 ເມື່ອ ຜູ້ຍິງຄົນທໍາອິດ ຢຽບດວງຈັນເພື່ອເຊື່ອມເສັ້ນທາງສູ່ດາວອັງຄານ


ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ຫຼື ທີ່ເຮົາຮູ້ຈັກກັນດີໃນນາມ “NASA” ກຽມເທງົບປະມານມະຫາສານສຳຫຼັບແຜນການ “ສົ່ງມະນຸດອະວະກາດຍິງ ຄົນທໍາອິດໃນປະຫວັດສາດ” ແລະ ມະນຸດອະວະກາດ” ຊາຍຄົນທໍາອິດນັບຕັ້ງແຕ່ປີ 1972 ຈັບຄູ່ກັນຂຶ້ນໄປຝາກຮອຍຕີນໄວ້ທີ່ດວງຈັນ ພາຍໃນປີ 2024. ໂດຍໂຄງການຢຽບດວງຈັນ ມູນຄ່າ 28,000 ລ້ານໂດລານີ້ຢູ່ພາຍໃຕ້ “ອາທີມິສ ໂປຣແກຣມ” (Artemis Program).

“ອາທີມິສ ໂປຣແກຣມ” ເປັນຊື່ຂອງເທບພະເຈົ້າກຣີກ ຜູ້ເປັນເທພີແຫ່ງດວງຈັນ ເຊິ່ງມີອ້າຍຝາແຝດຊື່ວ່າ ເທບພະເຈົ້າ “ອະພອລໂລ” (Apollo) ເຊິ່ງອະພອລໂລນີ້ເອງ ນາຊ່າ ເຄີຍໃຊ້ເປັນຊື່ໂຄງການສຳຫຼັບພາມະນຸດອະວະກາດໄປດວງຈັນ ຈົນປະສົບຄວາມສຳເລັດເປັນປະເທດດຽວໃນໂລກ ແລະ ຈົນຮອດຕອນນີ້ ກໍບໍ່ມີປະເທດໃດເຮັດໄດ້ມາກ່ອນ.

ໂດຍມະນຸດທີ່ສ້າງປະຫວັດສາດເປັນຄົນທຳອິດທີ່ຂຶ້ນໄປຢຽບດວງຈັນແມ່ນ “ນິວ ອາມສະຕຣອງ” ແລະສ້າງປະໂຫຍດໃຫ້ຄົນທັງໂລກຢ່າງບໍ່ເຄີຍລືມເລືອນ ໃນເມື່ອວັນທີ 20 ກໍລະກົດ 1969.

ຢ່າງໃດກໍຕາມ ຫາກນັບຕັ້ງແຕ່ ນິວ ອາມສະຕຣອງ ເປັນຕົ້ນມາ ມີມະນຸດອີກ 11 ຄົນເທົ່ານັ້ນທີ່ມີໂອກາດຂຶ້ນໄປຢຽບດວງຈັນ ແລະ ທັງໝົດເປັນມະນຸດເພດຊາຍ ແລະ ເປັນຊາວອາເມຣິກາ ໂດຍຄົນສຸດທ້າຍທີ່ຂຶ້ນໄປຢຽບແມ່ນຕັ້ງແຕ່ປີ 1972 ຫຼື 48 ປີມາແລ້ວ.

ແຕ່ແລ້ວເມື່ອເດືອນທັນວາປີ 2017 ປະທານາທິບໍດີ ໂດນັລ ທຣໍາ ໄດ້ລົງນາມ Space Policy Directive 1 ເພື່ອຮຽກຮ້ອງໃຫ້ນາຊ່າສົ່ງມະນຸດກັບໄປດວງຈັນອີກຄັ້ງ ຫຼັງຈາກການອອກປະຕິບັດການເດີນທາງເພື່ອອອກໄປສຳຫຼວດດາວດວງອື່ນມາດົນຕັ້ງແຕ່ປີ 1972.

ທັນທີທີ່ ນາຊ່າໄດ້ຍິນຄຳສັ່ງດັ່ງກ່າວ ນາຊ່າໄດ້ສະແດງຄວາມກະຕືລືລົ້ນຢ່າງແຮງກ້າ ເພື່ອຕອບສະໜອງຕໍ່ຄຳສັ່ງທີ່ວ່ານັ້ນຢ່າງເຕັມທີ່ ໂດຍຕັ້ງຄວາມຫວັງເອົາໄວ້ວ່າ ການເດີນທາງໄປສຳຫຼວດດວງຈັນຄັ້ງລ່າສຸດນີ້ຈະຊ່ວຍໃຫ້ອາເມຣິກາ ສ້າງສະຖານະທາງກົນລະຍຸດໃນທາງອະວະກາດ ແລະ ຂະຫຍາຍຄວາມຮ່ວມມືລະຫວ່າງປະເທດຕໍ່ໄປໃນອະນາຄົດ.

ຢ່າງໃດກໍຕາມ ເປັນທີ່ຮູ້ກັນດີວ່າ ການສົ່ງມະນຸດກັບໄປດວງຈັນນັ້ນ ນອກຈາກຈະບໍ່ແມ່ນເລື່ອງງ່າຍແລ້ວ ມັນຍັງຖືເປັນໂຄງການທີ່ໃຊ້ທຶນຮອນມະຫາສານ ແລະ ສາເຫດທີ່ເຮັດໃຫ້ປະເທດໃຫຍ່ຢ່າງອາເມຣິກາຍັງຕ້ອງຍຸຕິການສົ່ງມະນຸດຂຶ້ນໄປດວງຈັນໃນອະດີດ ກໍຄືເຫດຜົນນີ້ເຊັ່ນກັນ.

ຈົນເຖິງຂະໜາດວ່າມີຄຳສຽດສີຂອງຊາວອາເມຣິກາທີ່ວ່າ “ເຮົາຕ້ອງການເຂົ້າໜົມປັງ ຫຼາຍກວ່າກ້ອນຫີນເທິງດວງຈັນ”.
ແຫຼ່ງທີ່ມາ: https://www.thairath.co.th/scoop/1938120