ເຜີຍ 9 ສາເຫດທີ່ເຮັດໃຫ້ເຮົາຮູ້ສຶກເມື່ອຍຕະຫຼອດເວລາ


ຫາກວ່າທ່ານເປັນຄົນໜຶ່ງທີ່ຮູ້ສຶກວ່າຕົນເອງມັກຈະປະເຊີນອາການເມື່ອຍລ້າຕະຫຼອດເວລາ ບໍ່ວ່າຈະເຮັດຫຍັງກໍຮູ້ສຶກເມື່ອຍໄປໝົດ ໃຫ້ຮູ້ໄວ້ວ່ານັ້ນມັນບໍ່ແມ່ນເລື່ອງແປກເລີຍເພາະໃນປັດຈຸບັນພວກເຮົາທຸກຄົນໂດຍສະເພາະພະນັກງານປະຈຳ, ນ້ອງໆນັກຮຽນນັກສຶກສາທີ່ຕ້ອງຮັບມືກັບໜ້າວຽກ ຫຼື ການຮຽນຢູ່ຕະຫຼອດເວລາອາດຈະຄິດວ່າຄວາມເມື່ອຍລ້າເຫຼົ່ານັ້ນລ້ວນມາຈາກການເຮັດວຽກງານຫຼືນິດໄສການຮຽນຂອງຕົນຢ່າງແນ່ນອນ.

ແຕ່ທຸກຄົນຮູ້ບໍ່ວ່າບາງເທື່ອຄວາມເມື່ອຍລ້າດັ່ງກ່າວອາດຈະມາຈາກນິດໄສເລັກໆນ້ອຍໆທີ່ເຮົາເຮັດເປັນປະຈຳກໍໄດ້ ສະນັ້ນ, ເຮົາລອງມາເບິ່ງກັນເລີຍວ່ານິດໄສດັ່ງກ່າວປະກອບດ້ວຍຫຍັງແດ່ ແລະ ທ່ານໄດ້ເຮັດມັນເປັນປະຈຳຫຼືບໍ່?

  1. ນອນບໍ່ພໍ: ການນອນໃຫ້ພຽງພໍເປັນສິ່ງສຳຄັນຫຼາຍເນື່ອງຈາກຕອນທີ່ເຮົາຫຼັບເປັນເວລາທີ່ຮ່າງກາຍເຮົາໄດ້ພັກຜ່ອນຈາກຄວາມເມື່ອຍລ້າມາໝົດວັນທັງຍັງເປັນການຟື້ນຄືນພະລັງງານ ສະນັ້ນ, ມັນຈຳເປັນຫຼາຍທີ່ພວກເຮົາທຸກຄົນຄວນຈະນອນໃຫ້ໄດ້ຢ່າງໜ້ອຍ 7-8 ຊົ່ວໂມງຕໍ່ມື້ ແລະ ຄວນຈະເຂົ້ານອນແລະຕື່ນໃນເວລາເດີມເປັນປະຈຳທຸກມື້ເພາະຮ່າງກາຍຂອງເຮົາມີໂມງຊີວິດຄືມັນຈະຈົດຈຳວ່າເວລາໃດຄວນຈະນອນເວລາໃດຄວນຈະຕື່ນ ຫາກວ່າໂມງຊີວິດດັ່ງກ່າວຄົງທີ່ເຮົາກໍຈະຮູ້ສຶກມີພະລັງງານພຽງພໍສຳລັບແຕ່ລະມື້ນັ້ນເອງ
  1. ຮັບສານຄາເຟອີນ (caffeine) ຫຼາຍເກີນໄປ: ເປັັນທີ່ຮູ້ກັນດີວ່າສານຄາເຟອີນໃນກາເຟເຮັດໃຫ້ຮ່າງກາຍຕື່ນຕົວ ແລະ ຮູ້ສຶກມີພະລັງງານຫຼາຍຂຶ້ນ ພ້ອມທັງຍັງມີສະຕິໃນການຮຽນຫຼືເຮັດວຽກແຕ່ຫາກວ່າຮັບສານດັ່ງກ່າວມາຫຼາຍເກີນໄປໂດຍສະເພາະການດື່ມກາເຟຫຼັງ 14:00 ໂມງເປັນຕົ້ນໄປກໍຈະສົ່ງຜົນຕໍ່ການນອນຫຼັບຂອງເຮົາຢ່າງແນ່ນອນ ເຊິ່ງຈະເຮັດໃຫ້ນອນຫຼັບໄດ້ຍາກຂຶ້ນໃນຕອນກາງຄືນ ຫຼື ຫຼັບເລິກບໍ່ພໍ
  1. ນັ່ງທ່າເກົ່າຕະຫຼອດ: ຫຼາຍຄົນບໍ່ຮູ້ວ່າການນັ່ງທ່າເກົ່າເປັນເວລາດົນນານນັ້ນຈະສົ່ງຜົນຕໍ່ຄວາມຮູ້ສຶກເມື່ອຍລ້າ ໂດຍສະເພາະພະນັກງານຫ້ອງການທີ່ຕ້ອງນັ່ງໜ້າຈໍຄອມຫຼາຍຊົ່ວໂມງໃນແຕ່ລະມື້ ເຊິ່ງການນັ່ງທ່າເກົ່າໂດຍບໍ່ໄດ້ເໜັງຕີງໄປໃສເປັນເວລາດົນສົ່ງຜົນຕໍ່ອາການເຈັບຫຼັງ ແລະ ມີຜົນຕໍ່ພະລັງງານພາຍໃນທີ່ສົ່ງອອກມາເພາະຮ່າງກາຍຈະຢູ່ໃນໂໝດຜ່ອນຄາຍເຮັດໃຫ້ພະລັງງານຫຼຸດລົງ, ຮູ້ສຶກອິດເມື່ອຍ ແລະ ຢາກພັກຜ່ອນຫຼາຍຂຶ້ນ ສະນັ້ນ,ຫາກວຽກງານຂອງທ່ານຈຳເປັນຕ້ອງນັ່ງຫຼາຍຊົ່ວໂມງກໍຂໍແນະນຳໃຫ້ລຸກທຸກໆ 1 ຊົ່ວໂມງ ໂດຍອາດຈະໄປຍ່າງຢືດເສັ້ນຢືດສາຍ, ໄປເຂົ້າຫ້ອງນ້ຳ ຫຼື ອອກໄປຍ່າງຫຼິ້ນຮັບລົມຮັບແດດຈັກປະມານ 5-10 ນາທີເພື່ອໃຫ້ຮ່າງກາຍຮູ້ສຶກຕື່ນຕົວພ້ອມເຮັດວຽກອີກຄັ້ງກໍໄດ້ເຊັ່ນດຽວກັນ
  1. ດື່ມນ້ຳບໍ່ພຽງພໍ: ຂໍ້ນີ້ເປັນຂໍ້ທີ່ຫຼາຍຄົນມັກຈະແນມຂ້າມແຕ່ມັນກໍເປັນອີກນິດໄສໜຶ່ງທີ່ສຳຄັນຫຼາຍເພາະພຶດຕິກຳການດື່ມນ້ຳນັ້ນລ້ວນມີຜົນຕໍ່ຄວາມສາມາດໃນການຄິດຂອງເຮົາເນື່ອງຈາກຮ່າງກາຍຄົນເຮົາມີນ້ຳເປັນອົງປະກອບເປັນສ່ວນໃຫຍ່ ຫາກວ່າທ່ານດື່ມນ້ຳບໍ່ພຽງພໍກໍແນ່ນອນວ່າມັນຈະສົ່ງອິດທິພົນຕໍ່ຄວາມຮູ້ສຶກນຶກຄິດໃນສະໝອງເພາະສະນັ້ນທ່ານຈຳຕ້ອງດື່ມນ້ຳໃຫ້ໄດ້ໃນປະລິມານທີ່ເໝາະສົມເຊິ່ງກໍຄື 2 ລິດຕໍ່ມື້
  1. ລະເລີຍການເບິ່ງແຍງຕົນເອງ:  ການໃສ່ໃຈເບິ່ງແຍງທັງສະພາບຈິດໃຈ ແລະ ສຸຂະພາບກາຍລ້ວນສົ່ງຜົນຕໍ່ອາລົມ ແລະ ພະລັງງານຂອງເຮົາ ດັ່ງນັ້ນ, ເຖິງວ່າວຽກງານຈະຫຍຸ້ງຍາກສັບສົນປານໃດກໍຢ່າລືມຫັນມາເບິ່ງແຍງຕົວເອງນຳ ໂດຍອາດຈະເລີ່ມຈາກສິ່ງເລັກໆໜ້ອຍໆທີ່ສາມາດເຮັດໄດ້ເຊັ່ນ: ຫາເວລາວ່າງໃຫ້ຕົນເອງໄດ້ເຮັດກິດຈະກຳທີ່ຜ່ອນຄາຍ, ໃຊ້ຮ່າງກາຍຢ່າງເໝາະສົມ, ຢູ່ກັບທຳມະຊາດ ຫຼື ອອກກຳລັງກາຍເພາະເມື່ອສຸຂະພາບຮ່າງກາຍດີຈິດໃຈກໍຈະປອດໂປ່ງໄປນຳ
  1. ເຄັ່ງຄຽດຕະຫຼອດເວລາ:  ໄວໜຸ່ມຍຸກໃໝ່ ຫຼື ຄົນທົ່ວໄປທີ່ມີພາລະໜ້າທີ່ຕ້ອງຮັບຜິດຊອບຫຼາຍມັກຈະປະເຊີນບັນຫານີ້ ຄວາມເຄັ່ງຄຽດລ້ວນມີກັນທຸກຄົນເປັນເລື່ອງປົກກະຕິບໍ່ສາມາດຫຼີກເວັ້ນໄດ້ແຕ່ສິ່ງສຳຄັນຄືຕ້ອງຮູ້ຕົວວ່າຕົນເອງກຳລັງເກີດຄວາມຄຽດ ແລະ ຫາວິທີຈັດການກັບມັນຫາກບໍ່ດັ່ງນັ້ນອາດຈະກາຍເປັນຄວາມຄຽດສະສົມທີ່ສົ່ງຜົນຕໍ່ສຸຂະພາບຈິດ ແລະ ສຸຂະພາບກາຍກໍເປັນໄດ້. ສະນັ້ນ, ເຮົາຕ້ອງຮຽນຮູ້ວິທີຈັດການກັບຄວາມຄຽດດັ່ງກ່າວໂດຍສາມາດເຮັດໄດ້ຜ່ານການນັ່ງສະມາທິ, ຂຽນ journal, ຫາເວລາໃຫ້ຕົນເອງໄດ້ອອກໄປຢູ່ກັບທຳມະຊາດ, ໃຊ້ເວລາໄປກັບກິດກະກຳທີ່ໃຫ້ຄວາມຮູ້ສຶກຜ່ອນຄາຍເປັນຕົ້ນ
  1. ລະເລີຍການເຂົ້າສັງຄົມ: ໂດຍສະເພາະມະນຸດ Introvert ທີ່ອາດຈະຄິດວ່າການເຂົ້າສັງຄົມເປັນການດຶງເອົາພະລັງງານຂອງພວກເຂົາໄປເຊິ່ງອາດເຮັດໃຫ້ມີພຶດຕິກຳຫຼີກເວັ້ນການເຂົ້າສັງຄົມໄດ້ ແຕ່ເຖິງຢ່າງໃດກໍຕາມທຳມະຊາດຂອງມະນຸດກໍເປັນສັດສັງຄົມ ການໄດ້ມີປະຕິສຳພັນກັບໃຜຈັກຄົນກໍຈະເຮັດໃຫ້ຮູ້ສຶກມີຄວາມສຸກຫຼາຍຂຶ້ນກັບຄວາມສຳພັນ. ສະນັ້ນ, ຢ່າລືມແບ່ງເວລາໄປໃຊ້ກັບຄົນທີ່ເຮົາຮັກ ແລະ ສະບາຍໃຈທີ່ຈະຢູ່ນຳ ຫຼື ອາດຈະເປັນການໂທຫາກໍໄດ້
  1. ແນມຂ້າມທຳມະຊາດ: ໂດຍສະເພາະຄົນທີ່ອາໄສໃນຕົວເມືອງທີ່ບໍ່ຄ່ອຍໄດ້ສໍາຜັດກັບຄວາມງາມຂອງທໍາມະຊາດຄືຄົນທີ່ອາໄສຢູ່ເຂດນອກ, ແນ່ນອນວ່າທຳມະຊາດສົ່ງຜົນຕໍ່ອາລົມຄວາມຮູ້ສຶກໂດຍສະເພາະຄວາມຄຽດ ພ້ອມທັງຍັງມີສ່ວນເຮັດໃຫ້ໃຈເຢັນ, ມີຄວາມຄິດຮອບຄອບ ແລະ ສ້າງສັນຫຼາຍຂຶ້ນ ເຮັດໃຫ້ຮູ້ສຶກສາມາດຄວບຄຸມຫຼາຍຢ່າງໃນຊີວິດ. ສະນັ້ນ, ເວລາວ່າງທ່ານອາດຈະໄປຫຼິ້ນຢູ່ສວນສາທາລະນະ ຫຼື ສະຖານທີ່ທຳມະຊາດກໍໄດ້
  1. ຄວາມມຸ່ງໝັ້ນທີ່ຫຼາຍເກີນໄປ: ຄວາມພະຍາຍາມທີ່ຫຼາຍເກີນໄປ, ການກົດດັນຕົວເອງເບິ່ງຄືຈະເປັນເລື່ອງດີແຕ່ກັບເປັນສາເຫດຫຼັກທີ່ເຮັດໃຫ້ເຮົາມັກຈະຮູ້ສຶກເມື່ອຍລ້າ ແລະ ໝົດໄຟ ຫຼາຍຄັ້ງເຮົາປະເມີນຄວາມສາມາດຂອງເຮົາສູງເກີນໄປຈົນຕອບຮັບກັບທຸກສິ່ງທຸກຢ່າງທີ່ຜ່ານເຂົ້າມາໃນຊີວິດແຕ່ແນ່ນອນວ່າເຮົາບໍ່ສາມາດເຮັດໄດ້ທຸກຢ່າງທີ່ຕ້ອງການເພາະເຮົາມີເວລາ ແລະ ພະລັງງານທີ່ຈຳກັດ, ການຢາກພັດທະນາເຕີບໂຕຖືເປັນສິ່ງທີ່ດີແຕ່ບາງທີມັນກໍອາດຈະມີໄລຍະເວລາທີ່ເໝາະສົມຂອງມັນໂດຍທີ່ເຮົາບໍ່ຈຳເປັນຕ້ອງຮີບຮ້ອນ ຫຼື ວິຕົກກັງວົນຫຼາຍຈົນເກີນໄປ. ສະນັ້ນ, ຫາຈຸດເຄິ່ງກາງຂອງຕົວເອງໃຫ້ເຫັນຈຸດທີ່ບໍ່ຮູ້ສຶກວ່າໜ້ອຍຫຼືຫຼາຍເກີນໄປຈະເຮັດໃຫ້ເຮົາຮູ້ສຶກມີຄວາມສຸກໃນການເຮັດສິ່ງໆນັ້ນ ແລະ ເຮັດໄດ້ຍາວນານຂຶ້ນນັ້ນເອງ.

ຂອບໃຈຂໍ້ມູນຈາກ: https://youtu.be/ZBSTycnoCKw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/