Financial Anxiety ເພາະເງິນໜ້ອຍ ຈຶ່ງຄຽດໜັກ ບັນຫາຄວາມຄຽດຂອງຄົນຮຸ່ນໃໝ່


ຄວາມຄຽດ ເປັນສິ່ງທີ່ເກີດຂຶ້ນໄດ້ກັບທຸກຄົນ ບໍ່ວ່າບັນຫາຈະໃຫຍ່ ຫຼື ນ້ອຍ ກໍສາມາດເຮັດໃຫ້ຄຽດໄດ້ ຍິ່ງໃນຍຸກປັດຈຸບັນທີ່ບັນຫາເສດຖະກິດ ທີ່ມີຜົນຢ່າງຍິ່ງກັບຄຸນະພາບຊີວິດຂອງແຕ່ລະຄົນ ໂດຍສະເພາະກຸ່ມຄົນທີ່ຍັງບໍ່ມີວຽກເຮັດ ຫຼື ຫາກໍເຂົ້າໄປໃນຕະຫຼາດແຮງງານເຊິ່ງກໍຄືຄົນ Gen Z.

ມີການຄົ້ນພົບວ່າຄົນ Gen Z ເປັນກຸ່ມຄົນທີ່ຄຽດສຸດໃນການເຮັດວຽກ ເຊິ່ງຄວາມຄຽດຂອງຄົນ Gen Z ນີ້ ນອກຈາກຄຽດໃນການເຮັດວຽກແລ້ວ ກໍຄືຄຽດໃນເລື່ອງການເງິນ (Financial Anxiety) ຫຼື ຄຽດເພາະເງິນບໍ່ພໍໃຊ້ນັ້ນເອງ

ເລື່ອງການເງິນຖືເປັນເລື່ອງສຳຄັນຫຼາຍ ຫາກການເງິນບໍ່ດີມັນກໍຈະສົ່ງຜົນໄປຫາຫຼາຍໆດ້ານໃນຊີວິດເຮັດໃຫ້ເກີດມີຄວາມຄຽດຕາມມາ ແລະ ເມື່ອຄຽດແລ້ວ ບັນຫາຫຼາຍໆຢ່າງກໍຕາມມາອີກໂດຍສະເພາະເລື່ອງສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ເມື່ອເປັນແບບນີ້ເລື້ອຍໆອາດຈະກາຍເປັນວົງຈອນຊີວິດທີ່ບໍ່ມີໃຜຕ້ອງການປະສົບ ແລະ ເບິ່ງຄືວ່າໃນປັດຈຸບັນເລື່ອງນີ້ສາມາດເກີດຂຶ້ນກັບຊີວິດເຮົາໄດ້ງ່າຍຫຼາຍ ເພາະສະນັ້ນເຮົາຄວນມາທຳຄວາມເຂົ້າໃຈກັບຄວາມຄຽດເລື່ອງການເງິນ ຫຼື Financial Anxiety ນຳກັນ

ຄວາມຄຽດເລື່ອງການເງິນ ເປັນຄວາມຄຽດທາງອາລົມທີ່ກ່ຽວຂ້ອງກັບການເງິນໂດຍສະເພາະ ເຊິ່ງບັນຫານີ້ມັກຈະເກີດຂຶ້ນກັບຄົນທີ່ມີລາຍໄດ້ໜ້ອຍ ເຊິ່ງໝາຍເຖິງຄົນທີ່ມີລາຍໄດ້ໜ້ອຍກວ່າຄ່າໃຊ້ຈ່າຍ ບໍ່ພຽງພໍທີ່ຈະຕອບສະໜອງຄວາມຕ້ອງການຂອງເຮົາເຊັ່ນ: ບໍ່ພໍຈ່າຍຄ່າເຊົ່າ, ຄ່ານຳ້, ຄ່າໄຟ ຫຼືຄ່າໃຊ້ຈ່າຍໃນຊີວິດປະຈຳວັນເປັນຕົ້ນ

ແລະທີ່ກ່າວມາຂ້າງຕົ້ນວ່າຄວາມຄຽດດັ່ງກ່າວມັກເກີດກັບຄົນ Gen Z ຕາມການລາຍງານຂອງ 2023 EY Gen Z Segmentation Study ທີ່ເຮັດການສຳຫຼວດຄົນ Gen Z ຫຼາຍກວ່າ 1500 ຄົນໃນສະຫະລັດອາເມຣິກາ ພົບວ່າຄົນຮຸ່ນນີ້ກຳລັງປະສົບກັບຄວາມທ້າທາຍດ້ານສຸຂະພາບຈິດຢູ່ ເພາະພວກເຂົາເຂົ້າສູ່ຕະຫຼາດແຮງງານໃນໄລຍະທີ່ມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ ພ້ອມຍັງຕ້ອງປະສົບກັບຄວາມບໍ່ໝັ້ນຄົງທາງເສດຖະກິດອີກ

ຜົນສຳຫຼວດພົບວ່າ Gen Z ພຽງ 31% ເທົ່ານັ້ນທີ່ຮູ້ສຶກມີຄວາມໝັ້ນຄົງທາງການເງິນ ສ່ວນອີກ 52% ຮູ້ສຶກກັງວົນຫຼາຍເລື່ອງການເງິນ ແລະ ຫາກເບິ່ງຈາກຕົວເລກຄວາມຄຽດພົບວ່າ 39% ຄຽດຫຼາຍກັບການຕັດສິນໃຈເລື່ອງການເງິນແບບຜິດໆ 32% ໃຫ້ຄະແນນສະຖານະການເງິນຂອງຕົນເອງວ່າບໍ່ດີຫຼາຍ ແລະ ອີກ 69% ໃຫ້ຄະແນນວ່າຢູ່ຂັ້ນກາງໆໄປຫາບໍ່ດີ

ຈາກການລາຍງານຍັງສະຫຼຸບໄດ້ອີກວ່າສຸຂະພາບຈິດຂອງຄົນຮຸ່ນນີ້ໜ້າເປັນຫ່ວງຫຼາຍຫາກທຽບກັບຄົນຮຸ່ນອື່ນໆ

ເຖິງວ່ານີ້ຈະເປັນຜົນສຳຫຼວດຈາກອາເມຣິກາ ບໍ່ໄດ້ໝາຍຄວາມວ່າຄົນ Gen Z ໃນລາວຈະແຕກຕ່າງ ຍິ່ງເສດຖະກິດບ້ານເຮົາເປັນແບບນີ້ເຮົາກໍພໍຈະຄາດເດົາໄດ້

ເມື່ອຮູ້ແນວນັ້ນແລ້ວ ເຮົາຈະຮັບມືກັບຄວາມຄຽດເລື່ອງການເງິນແນວໃດ?

ຖ້າຈະຈັດການກັບຄວາມຄຽດເລື່ອງການເງິນ ກໍພຽງແຕ່ມີເງິນໃຫ້ຫຼາຍໆແລ້ວຄວາມຄຽດທັງໝົດຈະຫາຍໄປເອງ. ແຕ່ເຮັດໄດ້ງ່າຍກໍຄົງບໍ່ມີໃຜຄຽດແລ້ວແມ່ນບໍ່? ເພາະມັນບໍ່ແມ່ນເລື່ອງງ່າຍ ສະນັ້ນສິ່ງທີ່ເຮົາຈະເຮັດໄດ້ກໍຄືຈັດການກັບອາລົມຕົນເອງ ແລະ ຮູບແບບໃນການໃຊ້ຊີວິດຂອງເຮົາ

  1. ລະບາຍຄວາມຄຽດກັບໃຜຈັກຄົນ: ໂດຍການໂອ້ລົມເລົ່າເຖິງບັນຫາຂອງຕົນເອງກັບຄົນທີ່ເຮົາເຊື່ອໃຈເຊັ່ນ ຄອບຄົວ ໝູ່ສະໜິດ ບາງເທື່ອເຮົາອາດຈະໄດ້ຄຳແນະນຳດີໆ ແລະ ຫາທາງອອກໄດ້ກໍເປັນໄດ້
  2. ຈົດບັນທຶກລາຍຮັບລາຍຈ່າຍຂອງຕົນເອງ: ບາງເທື່ອການທີ່ເຮົາຄຽດກໍອາດຈະເພາະເຮົາບໍ່ຮູ້ວ່າເຮົາເອົາເງິນໄປຈ່າຍຫຍັງແດ່ ແຕ່ສຳລັບບາງຄົນເມື່ອຈົດແລ້ວເຫັນບັນຊີຕິດລົບຈຶ່ງຫຼີກໜີຄວາມຈິງໂດຍການບໍ່ຈົດ ແຕ່ນັ້ນບໍ່ແມ່ນທາງອອກທີ່ດີ ເຮົາຄວນຍອມຮັບຄວາມຈິງເພື່ອທີ່ຈະໄດ້ຮູ້ວ່າເຮົາໃຊ້ຈ່າຍໄປກັບຫຍັງແນ່ ເຮັດໃຫ້ເຮົາໄດ້ຮູ້ສະຖານະການທີ່ແທ້ຈິງຂອງຕົນເອງ
  3. ວາງແນວທາງໃນການແກ້ໄຂບັນຫາ: ວິທີໃນການແກ້ໄຂຄວາມຄຽດເລື່ອງການເງິນແມ່ນຈະແຕກຕ່າງກັນໄປຕາມແຕ່ລະບຸກຄົນ ບາງຄົນອາດຈະວາງແຜນຈຳກັດການໃຊ້ຈ່າຍ ຫຼຸດການຊື້ເຄື່ອງທີ່ບໍ່ຈຳເປັນ ຫາລາຍໄດ້ເສີມ ຫຼືເວົ້າກໍຄືການພະຍາຍາມຄວບຄຸມໃນສິ່ງທີ່ຕົນເອງຄວບຄຸມໄດ້
  4. ວາງແຜນການເງິນລາຍເດືອນ: ໂດຍການລວມຄ່າໃຊ້ຈ່າຍປະຈຳວັນໄວ້ໃນງົບປະມານລາຍເດືອນເຊັ່ນ: ຄ່າອາຫານ, ຄ່າເດີນທາງ, ຄ່າເຊົ່າ ແລະ ຄ່າຊື້ສິນຄ້າໃຊ້ສອຍເປັນຕົ້ນ; ຄວນຈັດລຳດັບຄວາມສຳຄັນການໃຊ້ຈ່າຍຂອງຕົນເອງ ເປັນໄປໄດ້ຄວນເກັບເງິນສ່ວນໜຶ່ງໄວ້ໃຊ້ຍາມຈຳເປັນເພື່ອເວລາລົ້ມປ່ວຍ ແລະ ພະຍາຍາມຢ່າມີໜີ້ຖ້າບໍ່ຈຳເປັນ

ຄວາມຄຽດເກີດຂຶ້ນໄດ້ກັບທຸກຄົນ ແລະ ສິ່ງສຳຄັນຄືເຮົາຈະຮັບມືກັບມັນແນວໃດ ເມື່ອມີຄວາມຄຽດເຮົາຄວນເບິ່ງແຍງຕົນເອງໃຫ້ດີ ນອນຫຼັບພັກຜ່ອນໃຫ້ພຽງພໍ ຫາເວລາຜ່ອນຄາຍ ກິນອາຫານທີ່ດີຕໍ່ສຸຂະພາບ ແລະ ເຝິກຈິດໃຈຕົນເອງໃຫ້ເຂັ້ມແຂງ ຂອບໃຈສິ່ງດີໆໃນຊີວິດ ເບິ່ງຕາເວັນຕົກດິນ ຂອບໃຈຕົນເອງ ແລະ ຄົນອ້ອມຂ້າງ ຈົ່ງເຊື່ອສະເໝີວ່າມັນຈະມີສິ່ງດີໆເກີດຂຶ້ນ.

ທີ່ມາ:

https://cutt.ly/1wGu3Pf8

https://cutt.ly/DwGu3H4S

https://cutt.ly/lwGu30YO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/