ອາຍຸຍັງນ້ອຍ ແຕ່ຂີ້ລືມປານຜູ້ເຖົ້າ ມາເບິ່ງເຫດຜົນທີ່ເຮັດໃຫ້ເຮົາກາຍເປັນຄົນຂີ້ຫຼົງຂີ້ລືມ ພ້ອມດ້ວຍວິທີແກ້ໄຂ


ເຄີຍເປັນຫຼືບໍ່ ຊິອອກເຮືອນແຕ່ລະມື້ຕ້ອງມີແນວລືມ ບໍ່ລືມອັນໃດກໍອັນໜຶ່ງ ລືມກະເປົາເງິນ ລືມວ່າເອົາກະແຈລົດໄວ້ໃສ ລືມວ່າມີວຽກບ້ານຕ້ອງສົ່ງ ລືມວ່າມີນັດ… ເມື່ອມັນເກີດຂຶ້ນເລື້ອຍໆ ເຮົາກໍຈະມີຄຳຖາມກັບຕົນເອງວ່າເປັນຫຍັງເຮົາຈຶ່ງຂີ້ລືມປານນີ້ທັ້ງໆທີ່ຍັງບໍ່ໄດ້ເຖົ້າ.

ຄວາມເປັນຈິງແລ້ວ ອາການຫຼົງໆລືມໆມັນເກີດຂຶ້ນໄດ້ກັບທຸກຄົນ ແຕ່ຈະຫຼາຍຫຼືໜ້ອຍກໍຂຶ້ນກັບຜູ້ກ່ຽວ ແຕ່ອີງຕາມຜົນການວິໄຈພົບວ່າ 56% ຂອງຂໍ້ມູນແມ່ນຈະຖືກລືມພາຍໃນ 1 ຊົ່ວໂມງ, 66% ຂອງຂໍ້ມູນຈະຖືກລືມພາຍໃນ 1 ມື້ ແລະ 75% ຈະຖືກລືມຫຼັງຜ່ານໄປ 6 ມື້

ອາການຫຼົງໆລືມໆເກີດຂຶ້ນຈາກຫຍັງໄດ້ແດ່?

ສາເຫດທີ່ເຮັດໃຫ້ເຮົາມີອາການຂີ້ຫຼົງຂີ້ລືມມີຫຼາຍຢ່າງ ຖ້າໃຜເຄີຍຮູ້ສຶກຄືມີຂໍ້ມູນຫາຍໄປຈາກຄວາມຊົງຈຳຄືກັບວ່າພໍຈື່ໄດ້ລາງໆ ແຕ່ນຶກຈັ່ງໃດກໍນຶກບໍ່ອອກ ອາດເປັນເພາະຂາດການທົບທວນ ຫຼື ບໍ່ໄດ້ນຳຂໍ້ມູນນັ້ນມາໃຊ້ ຈົນເຮັດໃຫ້ຄວາມຈຳສ່ວນນັ້ນໆຄ່ອຍໆເລືອນຫາຍໄປ ແລະ ບໍ່ສາມາດດຶງຂໍ້ມູນຈາກໜ່ວຍຄວາມຈຳມາໃຊ້ໄດ້ອີກ ເພາະເມື່ອເວລາຜ່ານໄປສະໝອງຂອງເຮົາຈະໄດ້ຮັບຂໍ້ມູນອື່ນໆອີກຫຼາຍເມື່ອເຮົາບໍ່ໄດ້ໃຊ້ ຫຼື ລະເລີຍຂໍ້ມູນທີ່ມີກ່ອນໜ້ານີ້ ເວລາຜ່ານໄປຂໍ້ມູນເຫຼົ່ານັ້ນຈຶ່ງຄ່ອຍໆຫາຍໄປນັ້ນເອງ.

ການທີ່ບໍ່ໄດ້ຈື່ຕັ້ງແຕ່ທຳອິດ ຫຼື ກໍຄືການຕັ້ງໃຈລືມ ເກີດຂຶ້ນເມື່ອເຮົາພະຍາຍາມລືມຄວາມຊົງຈຳຫຍັງບາງຢ່າງເຊັ່ນການພົບເຈິກັບປະສົບການສະເທືອນໃຈ ແລະຕ້ອງການລືມເຫດການດັ່ງກ່າວ.

ອີກສາເຫດໜຶ່ງແມ່ນ ການຖືກລົບກວນເຊິ່ງມີ 2 ຮູບແບບ:

  • ໜຶ່ງແມ່ນການທີ່ໜ່ວຍຄວາມຈຳເກົ່າໆຂອງເຮົາມາລົບກວນ ເຮັດໃຫ້ຈື່ຈຳສິ່ງໃໝ່ໆໄດ້ຍາກຂຶ້ນ ຕົວຢ່າງທີ່ເຫັນໄດ້ຊັດເຈນຄື ເມື່ອເຮົາພົບກັບຄົນໃໝ່ໆ 10 ຄົນ ເຮົາກໍອາດຈະຈື່ຊື່ຄົນທີ 1 2 3 ໄດ້ດີກວ່າ ສ່ວນຄົນຫຼັງໆກໍຈະຈື່ໄດ້ຍາກຂຶ້ນ
  • ສອງແມ່ນການທີ່ຂໍ້ມູນໃໝ່ໆເຂົ້າມາເຮັດໃຫ້ເຮົາລືມຂໍ້ມູນເກົ່າໆໄປ ເຊັ່ນ ມື້ວານເຮົາຈື່ຊື່ໝູ່ໃໝ່ໄດ້ແລ້ວ ແຕ່ມື້ນີ້ເຮົາໄດ້ຮູ້ຈັກຄົນໃໝ່ອີກຫຼາຍຄົນກໍອາດຈະເຮັດໃຫ້ເຮົາລືມຊື່ຄົນມື້ວານໄປ

ນອກຈາກສາເຫດທີ່ກ່າວມາຂ້າງເທິງ ຍັງມີອີກຫຼາຍສາເຫດເຊິ່ງພົວພັນກັບພຶດຕິກຳຫຼືນິດໄສຂອງເຮົາທີ່ຍິ່ງຈະເຮັດໃຫ້ປະສິດທິພາບຂອງສະໝອງເຮົາຫຼຸດລົງ ແລະສົ່ງຜົນຕໍ່ການຈື່ຈຳນັ້ນເອງ ເຊິ່ງນິດໄສທີ່ວ່ານັ້ນກໍມີ:

  1. ນອນໜ້ອຍ: ການນອນໜ້ອຍສົ່ງຜົນຕໍ່ຄວາມສາມາດໃນການຮຽນຮູ້ສິ່ງໃໝ່ໆ ເຊິ່ງການນອນຫຼັບແມ່ນສົ່ງຜົນຕໍ່ຄວາມເອົາໃຈໃສ່ ແລະ ໂຟກັດຂອງເຮົາຫຼາຍ ເຊິ່ງທັງສອງສິ່ງນີ້ກໍກ່ຽວຂ້ອງກັບຄວາມສາມາດໃນການຈື່ຈຳຂອງເຮົາ, ຖ້າກຫາກເຮົານອນໜ້ອຍ ກໍມີທ່າອ່ຽງວ່າຈະມີສະມາທິສັ້ນລົງ ບໍ່ຮູ້ສຶກສົດຊື່ນ ແລະສະໝອງກໍບໍ່ສາມາດເຮັດວຽກໄດ້ເຕັມທີ່ເມື່ອຕ້ອງຮັບຂໍ້ມູນໃໝ່ໆ ທາງແກ້ດຽວຂອງບັນຫານີ້ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ
  2. ບໍ່ຄ່ອຍເຄື່ອນເໜັງຮ່າງກາຍ: ນັກຈິດຕະວິທະຍາ Valentina Dragomir ໄດ້ບອກວ່າການອອກກຳລັງກາຍມີຄວາມສຳຄັນຕໍ່ສຸຂະພາບຂອງເຮົາ ເຊິ່ງໝາຍເຖິງສຸຂະພາບຄວາມຈຳຂອງເຮົາດ້ວຍເພາະການອອກກຳລັງກາຍຈະຊ່ວຍເພີ່ມການໄຫຼວຽນຂອງເລືອດໄປຫາສະໝອງ ແລະ ຊ່ວຍປົກປ້ອງເຊວສະໝອງຂອງເຮົານັ້ນເອງ. ສະນັ້ນ, ຫັນມາອອກກຳລັງກາຍ ເຄື່ອນເໜັງຮ່າງກາຍໃຫ້ຫຼາຍຂຶ້ນຢ່າປ່ອຍໃຫ້ຕົນເອງນັ່ງຢູ່ກັບທີ່ເປັນເວລາດົນ ສະຫຼະເວລາຈັກ 30 ນາທີໃນແຕ່ລະມື້ມາອອກກຳລັງກາຍເລັກນ້ອຍເພື່ອສຸຂະພາບຄວາມຈຳທີ່ດີຂຶ້ນ
  3. ບໍ່ຄ່ອຍເຝິກສະໝອງ: ວິທີທີ່ດີທີ່ສຸດທີ່ຊ່ວຍຫຼຸດອາການຫຼົງລືມຂອງເຮົາໄດ້ຄືການກະຕຸ້ນສະໝອງ ເພາະການເຮັດໃຫ້ສະໝອງຕື່ນຕົວໂດຍການຮຽນຮູ້ສິ່ງໃໝ່ໆ ການອ່ານປຶ້ມ ການຫຼິ້ນເກມ ຫຼື ກິດຈະກຳອື່ນໆເປັນວິທີຮັກສາກ້າມຊີ້ນຂອງສະໝອງເຮົາເອງ
  4. ມັກເຮັດຫຼາຍໆຢ່າງພ້ອມກັນ: ສິ່ງໜຶ່ງທີ່ເຮັດໃຫ້ເຮົາມີອາການຫຼົງລືມເພາະເຮົາມີບັນຫາເລື່ອງຄວາມເອົາໃຈໃສ່ເຊິ່ງມີຄວາມກ່ຽວຂ້ອງໂດຍກົງກັບການຈົດຈຳຂໍ້ມູນ ຖ້າເຮົາບໍ່ເອົາໃຈໃສ່ຢ່າງເຕັມທີ່ເຮົາກໍຈະຈົດຈຳຂໍ້ມູນບໍ່ໄດ້ດີຈົນເຮັດໃຫ້ກາຍເປັນຄົນຫຼົງໆລືມໆ ຍິ່ງຖ້າມັກເຮັດຫຍັງຫຼາຍຢ່າງພ້ອມກັນກໍຍິ່ງເຮັດໃຫ້ບໍ່ສາມາດຈົດຈໍ່ກັບສິ່ງໃດໜຶ່ງໄດ້ເຕັມທີ່ ແລະ ເຮັດໃຫ້ບໍ່ສາມາດຈື່ຈຳຂໍ້ມູນໄດ້ດີນັ້ນເອງ. ສະນັ້ນ, ລອງເຮັດເທື່ອລະຢ່າງ ຈັດລຳດັບຄວາມສຳຄັນຂອງສິ່ງທີ່ຕ້ອງເຮັດແລ້ວເຮັດສິ່ງໃດໜຶ່ງໃຫ້ເຕັມທີ່
  5. ບໍ່ຮັກສາຄວາມເປັນລະບຽບ: ການຈັດລະບຽບຮອບຕົວເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ ເພາະຄົນເຮົາມີທ່າອ່ຽງທີ່ຈະລືມສິ່ງຕ່າງໆໄດ້ງ່າຍຂຶ້ນຫາກຢູ່ໃນສະພາບແວດລ້ອມທີ່ບໍ່ເປັນລະບຽບ ທາງທີ່ດີຄວນຈັດລະບຽບຮອບຕົວໃຫ້ດີເຊັ່ນ ເລື່ອງວຽກຄວນຈັດຕາຕະລາງວຽກໃຫ້ດີ ແລະ ຈົດລາຍການທີ່ຕ້ອງເຮັດຂອງຕົນເອງ ແລະ ຈັດສັນເວລາຢ່າງເປັນລະບຽບ, ການຂຽນຖືເປັນທາງເລືອກທີ່ດີສຳລັບຄົນຂີ້ລືມເພາະມັນຈະເຮັດໃຫ້ຮູ້ວ່າເຮົາພາດຂໍ້ມູນສຳຄັນໃດໄປຫຼືບໍ່ ແລະ ຍັງເຮັດໃຫ້ເຮົາສາມາດຈື່ຈຳຂໍ້ມູນໄດ້ດີຂຶ້ນອີກດ້ວຍ.

ທີ່ມາ:

https://cutt.ly/MwGu8SeQ

https://cutt.ly/JwGu89bG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/