ຢາກນອນແຕ່ນອນແນວໃດກໍບໍ່ຫຼັບ ບັນຫາທີ່ບໍ່ຄວນເບິ່ງຂ້າມ


ການນອນເປັນປັດໄຈສຳຄັນຫຼັກຂອງມະນຸດໂດຍປົກກະຕິມະນຸດມີປະລິມານການນອນທີ່ເໝາະສົມຢູ່ທີ່ 6-8 ຊົ່ວໂມງຕໍ່ມື້ ຖ້າຫາກນອນບໍ່ພຽງພໍສົ່ງຜົນໃຫ້ຮ່າງກາຍອ່ອນເພຍ, ຢາກນອນຢູ່ຕະຫຼອດເວລາ ເຊິ່ງອາດສົ່ງຜົນເສຍຕໍ່ສຸຂະພາບໄດ້ ແຕ່ທີ່ໜັກໄປກວ່າຄົນທີ່ນອນບໍ່ພໍນັ້ນກໍຄືກຸ່ມຄົນທີ່ພະຍາຍາມນອນແລ້ວແຕ່ນອນແນວໃດກໍບໍ່ຫຼັບ ເຊິ່ງເປັນສັນຍານອັນຕະລາຍຫຼາຍກວ່າທີ່ເຮົາຄິດ

ໃນທາງການແພດໄດ້ແບ່ງປະເພດຂອງການນອນບໍ່ຫຼັບອອກເປັນ 2 ຮູບແບບໃຫຍ່ໄດ້ແກ່:

– ກຸ່ມຄົນທີ່ນອນຫຼັບຍາກ (Initial Insomnia) ເຊິ່ງໝາຍຄວາມວ່າກວ່າຈະນອນຫຼັບສະໜິດນັ້ນຕ້ອງໃຊ້ເວລາດົນ

– ກຸ່ມຄົນທີ່ມັກຕື່ນຕອນກາງຄືນ (Maintenance Insomnia)  ບໍ່ໄດ້ຫຼັບຍາກຄືກຸ່ມທຳອິດ ແຕ່ພໍນອນໆໄປແລ້ວມັກສະດຸ້ງຕື່ນຕອນກາງຄືນ

ສາເຫດຂອງອາການນອນບໍ່ຫຼັບ

• ປັດໄຈດ້ານຈິດໃຈ: ປັດໄຈສຳຄັນທີ່ບໍ່ຄວນເບິ່ງຂ້າມກໍຄືຈິດໃຈຂອງເຮົາເອງ ຫຼາຍຄັ້ງທີ່ສາເຫດຂອງອາການນອນບໍ່ຫຼັບກໍເກີດມາຈາກຈິດໃຈພາຍໃນຂອງເຮົາທີ່ເກີດມີຄວາມຄຽດ, ວິຕົກກັງວົນ, ການຮັບແຮງກົດດັນ, ທໍ້ແທ້, ໝົດກຳລັງໃຈທີ່ເຂົ້າມາບັ່ນທອນຈິດໃຈ ເຮັດໃຫ້ເຮົາຮູ້ສຶກອຶດອັດ, ຄິດຫຼາຍສົ່ງຜົນໃຫ້ນອນບໍ່ຫຼັບ

• ປັດໄຈດ້ານສິ່ງແວດລ້ອມ: ອຸນຫະພູມສູງເກີນໄປ ຫຼື ຕ່ຳເກີນໄປ, ແສງສະຫວ່າງເກີນໄປ, ມີສຽງລົບກວນ, ແມ່ນແຕ່ບ່ອນນອນທີ່ບໍ່ຄຸ້ນເຄີຍ ເຮົາຈຶ່ງຄວນສ້າງສະພາບແວດລ້ອມໃຫ້ເກີດຄວາມລຶ້ງເຄີຍ ແລະ ສະບາຍ

• ປັດໄຈດ້ານຮ່າງກາຍ: ອາດເກີດຈາກການເຈັບປວດຕາມຮ່າງກາຍ, ປວດແຂນ, ປວດຂາ, ກົດໄຫຼຢ້ອນ…ຈົນເຮັດໃຫ້ເກີດອາການນອນບໍ່ຫຼັບ  ຕະຫຼອດເຖິງພາວະໄວທອງທີ່ຮໍໂມນໃນຮ່າງກາຍຕ່າງໆຫຼຸດໜ້ອຍລົງກໍສົ່ງຜົນໃຫ້ນອນບໍ່ຫຼັບໄດ້

• ປັດໄຈດ້ານພຶດຕິກຳ: ໃນກິດຈະວັດແຕ່ລະມື້ທີ່ເຮົາເຮັດເປັນປະຈຳອາດສົ່ງຜົນເຮັດໃຫ້ເຮົານອນບໍ່ຫຼັບໂດຍບໍ່ຮູ້ຕົວ ຫຼື ອາດຈະຮູ້ແຕ່ປັບຕົວໄດ້ຍາກເຊັ່ນ: ການດື່ມສິ່ງມຶນເມົາ, ດື່ມຄາເຟອີນ, ຫຼິ້ນເກມ ຫຼື ໂທລະສັບມືຖືກ່ອນນອນ ລວມໄປເຖິງໜ້າທີ່ການງານປະເພດທີ່ຕ້ອງເຂົ້າເວນເຮັດໃຫ້ຕ້ອງປ່ຽນເວລານອນເລື້ອຍໆ

ອາການນອນບໍ່ຫຼັບສົ່ງຜົນເສຍຕໍ່ເຮົາຫຼາຍ ເນື່ອງຈາກເວລາທີ່ເຮົານອນເປັນເວລາທີ່ຮ່າງກາຍໄດ້ຟື້ນຟູຕົນເອງ, ເປັນເວລາທີ່ Growth Hormone ຮໍໂມນຊະນິດໜຶ່ງທີ່ຫຼັ່ງອອກມາຈາກຕ່ອມໃຕ້ສະໝອງເພື່ອສ້ອມແຊມສ່ວນຕ່າງໆຂອງຮ່າງກາຍ ເມື່ອເຮົານອນບໍ່ຫຼັບສົ່ງຜົນໃຫ້ຂະບວນການສ້ອມແຊມຕ່າງໆຢູ່ຊະງັກ ຈົນນຳມາສູ່ຜົນເສຍ ແລະ ເປັນບໍ່ເກີດມາສູ່ໂຣກໄພຕ່າງໆ.

ອາການນອນບໍ່ຫຼັບທີ່ຄວນພົບແພດ

    ລອງສັງເກດຕົນເອງວ່າເຮົາມີອາການດັ່ງຕໍ່ໄປນີ້ ຫຼື ບໍ່

– ນອນບໍ່ຫຼັບຕິດຕໍ່ກັນຫຼາຍກວ່າ 3 ມື້- 1 ເດືອນ

– ອາລົມບໍ່ຄົງທີ່, ຫງຸດຫງິດງ່າຍ, ອ່ອນໄຫວງ່າຍ

– ຮູ້ສຶກຄຽດ, ກົດດັນ

– ບໍ່ມີສະມາທິ ແລະ ຄວາມຈຳບໍ່ດີ

– ເມື່ອຍ, ບໍ່ມີແຮງ

ຖ້າຫາກມີອາການຕາມຂ້າງເທິງຄວນເຂົ້າປຶກສາແພດ ເພື່ອຫາທາງອອກ ແລະ ຮັບການປິ່ນປົວ

ວິທີແກ້ໄຂອາການນອນບໍ່ຫຼັບທີ່ເຮົາສາມາດແກ້ໄຂເອງໄດ້

– ຫຼີກເວັ້ນການສູບຢາສູບ, ດື່ມຄາເຟອີນ, ດື່ມສິ່ງມຶນເມົາ, ນ້ຳອັດລົມຕ່າງໆທີ່ນອກຈາກຈະສົ່ງຜົນຕໍ່ການນອນແລ້ວຍັງສົ່ງຜົນຕໍ່ລະບົບຫາຍໃຈອີກດ້ວຍ

– ຈັດຫ້ອງໃຫ້ເໝາະສົມແກ່ການນອນຫຼັບ, ປັບອຸນຫະພູມໃຫ້ເໝາະສົມ, ຫຼີກເວັ້ນການນອນລະຫວ່າງວັນ

– ສ້າງຄວາມຜ່ອນຄາຍໃຫ້ກັບຮ່າງກາຍ ແລະ ຈິດໃຈ, ປ່ອຍໃຈໃຫ້ສະຫງົບເຊັ່ນການນັ່ງສະມາທິ, ຟັງເພງເບົາໆ, ອ່ານປຶ້ມກ່ອນນອນ

– ຫຼຸດການຫຼິ້ນໂຊຊ່ຽວມີເດຍ ຫຼື ອຸປະກອນເອເລັກໂຕຣນິກຕ່າງໆທີ່ລົບກວນຄື້ນສະໝອງກ່ອນນອນ

– ພະຍາຍາມອອກກຳລັງກາຍທຸກມື້ ຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ

– ຕື່ນ ແລະ ນອນເວລາເດີມທຸກມື້ ເຝິກຄວາມສົມດຸນຂອງຮ່າງກາຍຈະເຮັດໃຫ້ເຮົານອນ ແລະ ຕື່ນງ່າຍຢ່າງສະໝ່ຳສະເໝີ

ກ່ອນເຮົາຈະສາມາດແກ້ໄຂໄດ້ ເຮົາຈະຕ້ອງຮູ້ທີ່ມາຂອງສາເຫດກັນກ່ອນ ຖາມຕົນເອງແລ້ວໃຫ້ເຮົາສຳຫຼວດຫາທາງອອກ, ຫາຕົ້ນຕໍທີ່ແທ້ຈິງວ່າມັນເກີດຈາກຫຍັງ ແລ້ວລົງມືແກ້ໄຂໄປເທື່ອລະໜ້ອຍຫຼືເທົ່າທີ່ເຮັດໄດ້ ບໍ່ຕ້ອງກົດດັນຕົນເອງຫຼາຍຈົນເກີນໄປ

ຂອບໃຈຂໍ້ມູນຈາກ:

https://cutt.ly/ewFvbfbB

https://cutt.ly/AwFvb10S

https://cutt.ly/mwFvmC1j

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/