ໄທກຽມເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ຜ່ານທາງລົດໄຟ ລາວ-ຈີນ ຊຸກຍູ້​ການ​ຄ້າ​ ການລົງທຶນ ໃນພາກພື້ນ


ການເຊື່ອມຕໍ່ທາງລົດໄຟໃນສ່ວນຂອງ ໜອງ​ຄາຍ-ວຽງ​ຈັນ ເຊິ່ງເປັນສ່ວນໜຶ່ງໃນໂຄງການ ລົດໄຟ ຈີນ-ໄທ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2028, ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ບາງກອກ​ໂພສ. ການ​ກໍ່ສ້າງ​ພາກ​ນີ້​ແມ່ນ​ຢູ່​ໃນ​ເສັ້ນທາງ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ, ​ຄາດຈະເປີດ​ກາລະ​ໂອກາດ​ໃໝ່​ເພື່ອ​ຊຸກຍູ້​ການ​ຄ້າ​ໃນ​ພາກ​ພື້ນ ​ແລະ ​ການ​ເຄື່ອນ​ໄຫວ​ເສດຖະກິດ​ອື່ນໆ.

ໜັງສືພິມ ບາງກອກໂພສ ລາຍງານວ່າ: ໂຄງການດັ່ງກ່າວຈະມີມູນຄ່າປະມານ 3 ຕື້ບາດ ຫຼື ປະມານ 86 ລ້ານໂດລາ ໜອງຄາຍ ຫາ ວຽງຈັນ ໄລຍະທາງ 7,3 ກິໂລແມັດ ເຊິ່ງສຶກສາຄວາມເປັນໄປໄດ້ ຈາກ ທາງລົດໄຟແຫ່ງປະເທດໄທ ເຊິ່ງແຜນງານຄັ້ງສຸດທ້າຍຄາດວ່າ ຈະສຳເລັດໃນທ້າຍປີໜ້ານີ້ ແລະ ຈະເລີ່ມລົງມືສ້າງໃນປີ 2025.

ໄທ​ພວມ​ກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ເຊື່ອມ​ໂຍງ​ລະບົບ​ທາງ​ລົດ​ໄຟ​ກັບ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ບາງກອກ-ໜອງ​ຄາຍ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ ​ແລະ ຄວາມ​ຫວັງ​ດ້ານ​ການ​ຄ້າ​ກັບ​ຈີນ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ.

ສ່ວນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໄທ-ຈີນ​ຈະ​ຍາວ​ກວ່າ 600 ກິ​ໂລ​ແມັດ​ຈາກ​ໜອງ​ຄາຍ​ຫາ​ບາງກອກ. ​ເມື່ອ​ການ​ກໍ່ສ້າງ​ທຸກ​ພາກສ່ວນ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທ​ສຳ​ເລັດ​ແລ້ວ, ມັນ​ຈະ​ເລັ່ງລັດ​ການ​ຂົນ​ສົ່ງ​ສິນຄ້າ ​ແລະ ​ຜູ້ໂດຍສານໄດ້ຢ່າງໄວວາ ແລະ ທັນການ.

ທາງ​ລົດ​ໄຟ​ລາວ-ຈີນ ​ແລະ ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໄທ-ຈີນ ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ເສັ້ນທາງ​ລົດ​ໄຟ​ທີ່​ໄດ້​ວາງ​ໄວ້​ໃນ​ຂົງ​ເຂດ​ຄຸນ​ໝິງ-ສິງກະ​ໂປ, ​ເຊື່ອມ​ຕໍ່​ຈີນ​ກັບ​ລາວ, ​ໄທ, ມາ​ເລ​ເຊຍ​ ແລະ​ ສິງກະ​ໂປ.

ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ແລ່ນ​ລະຫວ່າງ​ນະຄອນຄຸນ​ໝິງ​ຂອງ​ຈີນ​ກັບ​ນະຄອນຫຼວງ​ວຽງ​ຈັນ​ ຂອງ​ລາວ​ທີ່ເປີດບໍລິການໃນທ້າຍປີ 2021 ທີ່ຜ່ານມາ ແລະ ໄດ້​ກາຍ​ເປັນ​ປະຕູ​ການ​ຄ້າ​ທີ່​ສຳຄັນ​ລະຫວ່າງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກັບ​ຈີນ.

ທາງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ຈາກ​ອາຊີ​ໄປ​ຍັງຢູໂຣບ​ໃນ​ເວລາ​ສັ້ນ​ກວ່າ, ​ເຮັດ​ໃຫ້​ບໍລິສັດ​ສົ່ງ​ອອກ​ມີໂອກາດສາມາດ​ຂະຫຍາຍ​ທຸລະ​ກິດ​ຢູ່​ພາກ​ພື້ນໄດ້ຫຼາຍກວ່າ. ໂດຍ​ຜ່ານ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຈີນ-​ຢູໂຣບ, ການ​ຂົນ​ສົ່ງ​ສິນຄ້າ​ຈາກ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສາມາດ​ໄປ​ຮອດ​ຕະຫຼາດ​ຢູໂຣບ​ໃນ 15-22 ມື້ ​ເຊິ່ງກົງກັນຂ້າມ​ກັບ 45 ມື້​ຖ້າຂົນສົ່ງທາງ​ທະ​ເລ.

ທ່ານ ວິໄລສຸວັນ ນັກທຸລະກິດຊາວໄທ ທ່ານໜຶ່ງ ກ່າວວ່າ: ສປປ ລາວ ມີໂອກາດທີ່ດີ ໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຫຼັງຈາກການເປີດທາງລົດດໄຟ ລາວ-ຈີນ ເນື່ອງຈາກວ່າປະເທດລາວປັດຈຸບັນໄດ້ຈຸດເຊື່ອມຕໍ່ຈີນໃຫ້ກັບບັນດາປະເທດໃນພາກພື້ນ. ລາວ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ, ທີ່ມີ​ພົນລະ​ເມືອງ 600 ລ້ານ​ກວ່າ​ຄົນ, ​ໃນ​ນັ້ນ​ມີ 1,4 ຕື້​ຄົນ​ຢູ່​ຈີນ, ​ແລະ​ ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປັດຈຸ​ບັນ​ໄດ້​ຂະຫຍາຍ​ໄປ​ຍັງ​ຢູໂຣບອີກເຂົ້າເຖິງຕະຫຼາດໄດ້ອີກກວ່າ 600 ລ້ານ​ຄົນ”.

ທ່ານ ວິໄລສຸວັນ ກ່າວອີກວ່າ: ຖ້າ​ລາວ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ເຊື່ອມ​ຕໍ່​ອາ​ຊີ ​ແລະ ​ຢູໂຣບ​ຢ່າງ​ເຕັມ​ທີ່, ໃນ​ໄລ​ຍະ​ຍາວ​ລາວ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ຄື​ສິງ​ກະ​ໂປ. ຄືກັນກັບສິງກະໂປເປັນສູນກາງທາງທະເລລະຫວ່າງອາຊີ ແລະ ຢູໂຣບ, ລາວອາດຈະເປັນສູນກາງທາງລົດໄຟລະຫວ່າງອາຊີ ແລະ ຢູໂຣບ.”

ສິນຄ້າທີ່ສົ່ງຜ່ານທາງລົດໄຟຈາກລາວ ປະກອບມີ ຢາງພາລາ, ມັນຕົ້ນ, ກາເຟ, ແຮ່ທາດ ເປັນຕົ້ນ, ໃນຂະນະທີ່ສິນຄ້າອຸປະໂພກທົ່ວໄປ, ຊິ້ນສ່ວນເຄື່ອງຈັກ, ຊິ້ນສ່ວນລົດໃຫຍ່ ແລະ ສິນຄ້າເອເລັກໂຕຣນິກ ແມ່ນສົ່ງມາຈາກປະເທດຈີນ.

ຜູ້ຊ່ຽວຊານລາວເວົ້າວ່າ ດຽວນີ້ປະເທດຄວນສຸມໃສ່ການປຸງແຕ່ງຜະລິດຕະພັນກະເສດ ແລະ ແຮ່ທາດເພື່ອສົ່ງອອກຜ່ານທາງລົດໄຟລາວ-ຈີນ ແລະ ຫຼຸດຜ່ອນປະລິມານສິນຄ້າທີ່ບໍ່ໄດ້ປຸງແຕ່ງທີ່ສົ່ງອອກໃນປັດຈຸບັນ ເຊິ່ງມັນຈະເປັນການເພີ່ມມູນຄ່າໃຫ້ແກ່ສິນຄ້າສົ່ງອອກ ແລະ ສ້າງລາຍຮັບເປັນເງິນຕາຕ່າງປະເທດທີ່ຈຳເປັນຫຼາຍໃຫ້ແກ່ລາວ.

https://www.bangkokpost.com/thailand/general/2705848

https://www.vientianetimes.org.la/freefreenews/freecontent_247Construction_23.php?fbclid=IwAR3NNlhNmiNInk4Ji27RnSFa56KxuwxnuMnb49o2Ot32yKTjBrAQZGxODNs

ຮູບພາບຈາກ The B1M

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/