Taylor Swift ທຸບສະຖິຕິກາຍເປັນສິລະປິນດ່ຽວທີ່ມີອາລະບ້ຳຂຶ້ນ Billboard 200 ທີ່ມີຈຳນວນອາທິດຫຼາຍທີ່ສຸດ


Taylor Swift ທຸບສະຖິຕິໃໝ່ອີກຄັ້ງກັບອາລະບ້ຳ 1989 (Taylor’s Version) ເປັນຜົນງານອັດສຽງໃໝ່ ທີ່ຫຼ້າສຸດຄອງອັນດັບເທິງ Charts Billboard Hot 200 ເປັນອາທິດທີ 5 ສົ່ງຜົນໃຫ້ Taylor ມີຜົນງານອາລະບ້ຳຂຶ້ນ TOP Chart ດັ່ງກ່າວຮອດ 68 ອາທິດ.

ດ້ວຍຄວາມສຳເລັດຄັ້ງຫຼ້າສຸດຂອງອາລະບ້ຳ 1989 (Taylor’s Version) ສົ່ງຜົນໃຫ້ Taylor Swift ກາຍເປັນສິລະປິນດ່ຽວທີ່ມີຜົນງານຄອງອັນດັບ 1 ຂອງ Billboard 200 ໄດ້ຫຼາຍທີ່ສຸດໃນປະຫວັດສາດ ດ້ວຍຜົນງານອາລະບ້ຳ 13 ຊຸດ.

ໂດຍຄວາມສຳເລັດໃນຄັ້ງນີ້ຈະບໍ່ໄດ້ນັບລວມສຳເລັດຄັ້ງຍິ່ງໃຫຍ່ໃນໜ້າປະຫວັດສາດຂອງວົງ  The Beatles ທີີ່ສາມາດຄອງອັນດັບ 1 ຂອງ Billboard 200 ໄດ້ຫຼາຍທີ່ສຸດລວມທັງໝົດ 132 ອາທິດ ທີ່ຢູ່ໃນລະຫວ່າງປີ 1984-2001 ດ້ວຍຜົນງານທັງໝົດ 19 ອາລະບ້ຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/