ສະຫຼອງຕ້ອນຮັບປີໃໝ່! ລາຄາ Bitcoin ເພີ່ມຂຶ້ນທະລຸລະດັບ 45,000 ໂດລາ ເປັນຄັ້ງທຳອິດໃນຮອບ 2 ປີ


ໃນຕອນເຊົ້າຂອງມື້ນີ້, ລາຄາຂອງ Bitcoin ໄດ້ມີການເພີ່ມຂຶ້ນເໜືອລະດັບ 45,000 ໂດລາເປັນຄັ້ງທຳອິດໃນຮອບ 2 ປີ ເພື່ອຕອບຮັບຄວາມຄາດຫວັງຂອງນັກເທຣດທີ່ລໍຖ້າການອະນຸມັດກອງທຶນ Bitcoin sport ETF ຫຼາຍລາຍການຈາກ SEC ໃນເດືອນມັງກອນນີ້.

ໂດຍລາຄາ Bitcoin ໄດ້ເພີ່ມຂຶ້ນເຖິງ 6.43% ຫຼື  45,317 ໂດລາໃນ 24 ຊົ່ວໂມງທີ່ຜ່ານມາ ສົ່ງຜົນໃຫ້ໂດລາຄ່າຕະຫຼາດ Crypto ເພີ່ມຂຶ້ນ 3.94% ຫຼື ຫຼາຍກວ່າ 1.73 ພັນຕື້ໂດລາອີກຄັ້ງ, ພ້ອມກັບຫຼຽນ crypto ຕ່າງໆເຊັ່ນ: Ethereum (ETH) ເພີ່ມຂຶ້ນ 3.8% , Solona (SOL) ເພີ່ມຂຶ້ນ 7% ແລະ Cardano (ADA) ຫຼາຍກວ່າ 5% ເປັນຕົ້ນ.

ການເພີ່ມຂຶ້ນຂອງລາຄາຫຼຽນ Bitcoin ໃນຄັ້ງນີ້ເກີດຂຶ້ນຈາກຫຼາຍປັດໄຈ, ແຕ່ປັດໄຈຫຼັກໆແມ່ນອາດຈະເກີດຈາກຄວາມຄາດຫວັງຂອງບັນດານັກລົງທຶນທັງນ້ອຍ ແລະ ໃຫຍ່ໃນການລໍຖ້າການອະນຸມັດກອງທຶນ ETF ຫຼາຍລາຍການທັງຂອງ Bitcoin ແລະ Etheruem. ນອກຈາກນີ້ ຍັງມີປັດໄຈດ້ານກົດລະບຽບ crypto ທີ່ຍັງບໍ່ທັນຊັດເຈນໃນສະຫະພາບຢູໂຣບ, ລວມທັງລໍຖ້າການພິພາກສາໂທດຈຳຄຸກຂອງຜູ້ກໍ່ຕັ້ງ FTX ແລະອະດີດ CEO Sam Bankman-Fried (SBF) ແລະອື່ນໆ ເຊິ່ງປັດໄຈຕ່າງໆເຫຼົ່ານີ້ອາດສົ່ງຜົນຕໍ່ລະບົບນິເວດຂອງສະກຸນເງິນດິຈິຕອນທັງໃນດ້ານດີ ແລະ ດ້ານລົບ, ດັ່ງນັ້ນຊຸມຊົນຊາວ crypto ຈຳເປັນຈະຕ້ອງຈັບຕາເບິ່ງວ່າທ່າອ່ຽງລາຄາຂອງຫຼຽນຈະມີການເຄື່ອນໄຫວໄປຕາມທິດທາງໃດ.

ໃນຂະນະທີ່ຂຽນ, ລາຄາຂອງຫຼຽນ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 45,326 ໂດລາ, ອ້າງອີກຂໍ້ມູນຈາກ Coinmarketcap.

ທີ່ມາ:

livemint

bangkokbiznews

Coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/