Goldman Sachs ຄາດການວ່າຕະຫຼາດ Crypto ຈະເຕີບໂຕຂຶ້ນໄປອີກ ຫຼັງຈາກສະຖາບັນການເງິນທີ່ສຳຄັນຕ່າງໆເຂົ້າຮ່ວມຕະຫຼາດ


Goldman Sachs ສະຖາບັນການເງິນ ແລະ ການລົງທຶນຍັກໃຫຍ່ນັ້ນເຊື່ອວ່າການທີ່ສະຖາບັນດັ້ງເດີມຕ່າງໆໃຫ້ການຍອມຮັບ ແລະ ນຳໃຊ້ Blockchain ຈະເຮັດໃຫ້ຕະຫຼາດ Crypto ໃນປີ 2024 ນັ້ນເຕີບໂຕຍິ່ງຂຶ້ນ.

Matthew McDermott ຫົວໜ້າຝ່າຍສິນຊັບດິຈິຕອນຂອງ Goldman Sachs ກ່າວວ່າ: ບັນດາທຸລະກິດຕ່າງໆທີ່ຄຸ້ນເຄີຍກັບການໃຊ້ງານ Blockchain ມາແລ້ວກຳລັງທີ່ຈະນຳເອົາ Blockchain ເຂົ້າມາໃຊ້ງານໃຫ້ຫຼາຍຍິ່ງຂຶ້ນເພື່ອເພີ່ມຊ່ອງທາງໂອກາດໃນທຸລະກິດຂອງຕົນ ທ່າມກາງການລໍຖ້າການອະນຸມັດ Bitcoin Spot ETF ຈາກ SEC.

“ຖ້າຫາກພວກເຮົາລອງພິຈາລະນາເຖິງຄວາມຍືດຫຍຸ່ນຂອງຫຼັກຊັບຄໍ້າປະກັນແບບດັ້ງເດີມ. ເຮົາຈະສາ​ມາດ​ເຫັນ​ໄດ້​ວ່າລະບົບແບບດັ້ງເດີມທີ່ມີມາແຕ່ດົນນານນັ້ນ​ຍັງ​ໄຮ້​ປະ​ສິດ​ທິ​ພາບ​

ແລະ ເມື່ອເຮົາເຫັນວ່າຜູ້ຄົນກຳລັງເລີ່ມນຳໃຊ້ເຕັກໂນໂລຊີໃໝ່ໆ, ພວກເຂົາຈະຮັບຮູ້ໄດ້ວ່າໂອກາດໃໝ່ໆທາງທຸລະກິດນັ້ນແມ່ນຈະເກີດຂຶ້ນໃນປັດຈຸບັນ, ບໍ່ແມ່ນໃນອະນາຄົດ”

ນອກຈາກນີ້, Matthew McDermott ຍັງກ່າວຕື່ມວ່າ: ສິນຊັບແບບດັ້ງເດີມຈະຖືກປ່ຽນໃຫ້ກາຍເປັນໂທເຄັນກ່ອນສິນຊັບທີ່ມີຄວາມຊັບຊ້ອນ. ໃນສ່ວນສິນຊັບອື່ນໆທີ່ບໍ່ຄ່ອຍໄດ້ພົບເຫັນຈະກາຍເປັນສິນຊັບທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດໃນດ້ານສະພາບຄ່ອງ, ລາຄາ ແລະ ຄວາມໂປ່ງໃສ.

William Quigley ຜູ້ກໍ່ຕັ້ງ WAX ກໍໄດ້ເຫັນດີນຳກັບການຄາດການຂອງ Matthew McDermottk, ໂດຍເຂົາເຊື່ອວ່າອຸດສາຫະກຳການປ່ຽນແປງສິນຊັບແບບດັ້ງເດີມໃຫ້ກາຍເປັນໂທເຄັນນັ້ນຈະເລີ່ນຕົ້ນຂຶ້ນໃນປີນີ້ ແລະ ຈະຂະຫຍາຍຕົວໃນປີ 2030.

ໃນຂະນະດຽວກັນ, Matthew McDermott ກໍໄດ້ສະແດງຄວາມຄິດເຫັນເພີ່ມເຕີມກ່ຽວກັບການອະນຸມັດ Bitcoin Spot ETF ວ່າ: ອາດຈະມີການລົງທຶນຈາກກອງທຶນບໍານານ ແລະ ບໍລິສັດປະກັນໄພທີ່ຈະຊ່ວຍປັບປຸງສະພາບຄ່ອງໂດຍລວມຂອງ Bitcoin ໃຫ້ດີຂຶ້ນ. ໂດຍລາວສັງເກດເຫັນວ່າ Bitcoin Spot ETF ອາດຈະບໍ່ເຕີບໂຕຢ່າງໄວວາໄດ້ໃນທັນທີ, ແຕ່ຈະຄ່ອຍໆເຕີມໂຕໄປເລື້ອຍໆຫຼາຍກວ່າ. ແລະການອະນຸມັດກອງທຶນ Bitcoin Spot ETF ຈະເກີດຂຶ້ນແນ່ນອນຫຼັງຈາກທີ່ SEC ໄດ້ຂີດເສັ້ນຕາຍໃນວັນທີ 10 ມັງກອນນີ້.

ທີ່ມາ:

beincrypto

siamblockchain

EricBalchunas

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/