ຈີນ ເປັນປະເທດທີ່ມີໂຄງຂ່າຍລົດໄຟຄວາມໄວສູງທີ່ໃຫຍ່ທີ່ສຸດໃນໂລກ


ປັດຈຸບັນຈີນມີໂຄງຂ່າຍລົດໄຟຄວາມໄວສູງທີ່ໃຫຍ່ທີ່ສຸດໃນໂລກ ໂດຍຈີນມີໂຄງຂ່າຍລົດໄຟໄລຍະທາງກວ່າ 155,500 ກິໂລແມັດ ເປັນລົດໄຟຄວາມໄວສູງໄລຍະທາງ 43,700 ກິໂລແມັດ.

ໃນປີ 2008 ເປັນປີທີ່ຈີນເປັນເຈົ້າພາບການແຂ່ງຂັນກິລາໂອລິມປິກລະດູຮ້ອນ ລົດໄຟຄວາມໄວສູງລະຫວ່າງເມືອງປັກກິ່ງ-ທຽນຈິນ ແລ່ນໄດ້ດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ ເລີ່ມເປີດໃຊ້ງານ ແລະ ຈາກນັ້ນ ຈີນໄດ້ຂະຫຍາຍໂຄງຂ່າຍລົດໄຟຄວາມໄວສູງຢ່າງຕໍ່ເນື່ອງ.      ໂດຍໃນປີ 2023 ຈີນເປີດຕົວເສັ້ນທາງລົດໄຟຄວາມໄວສູງທີ່ຊ່ວຍຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມທັງພາຍໃນ ແລະ ຕ່າງປະເທດ.

ໜຶ່ງໃນສ່ວນຂະຫຍາຍທີ່ໂດດເດັ່ນທີ່ສຸດຂອງໂຄງຂ່ທຍລົດໄຟຄວາມໄວສູງຂອງຈີນໃນປີນີ້ ຄືລົດໄຟຟູໂຈ-ເຊຍເໝິນ-ຈາງໂຈ. ເຊິ່ງເປັນລົດໄຟຄວາມໄວສູງຂ້າມທະເລທີ່ໄວທີ່ສຸດຂອງປະເທດ ໂດຍລົດໄຟແລ່ນໄດ້ດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງໄປຕາມແນວຕາເວັນຕົກທາງຝັ່ງຊ່ອງແຄບໄຕ້ຫວັນ ເສັ້ນທາງລົດໄຟນີ້ມີຄວາມຍາວ 277 ກິໂລແມັດ ເລີ່ມໃຫ້ບໍລິການໃນວັນທີ 28 ກັນຍາ, ຊ່ວຍໄລຍະເດີນທາງລະຫວ່າງເມືອງຝູໂຈ ແລະ ເຊັຍເໝິນ ລົງບໍ່ຮອດ 1 ຊົ່ວໂມງ. ມີທິວທັດຂອງທະເລທີ່ສວຍງາມ ມີຮາງລົດໄຟຍາວ 19.9 ກິໂລແມັດ ທີ່ຜ່ານທະເລ ເຊື່ອມຫາຫຼາຍເມືອງອີກດ້ວຍ. ນອກຈາກນີ້ ກໍຍັງມີອີກຫຼາຍທາງລົດໄຟທີ່ໂດດເດັ່ນ ແລະ ສະດວກສະບາຍ.

ນອກຈາກນີ້ ຈີນຍັງໄດ້ພັດທະນາເຕັກໂນໂລຊີຂັ້ນສູງໃນການສ້າງລະບົບຮາງ, ຂົວຍາວ ແລະ ອຸໂມງ ທີ່ຊັບຊ້ອນໃນສະພາບທາງທໍລະນີສາດ ແລະ ພູມີພາກທີ່ທ້າທາຍ ເພື່ອຂະຫຍາຍລົດໄຟຄວາມໄວສູງໄປຍັງພື້ນທີ່ຫ່າງໄກ ທີ່ສົ່ງເສີມການທ່ອງທ່ຽວໄດ້ເປັນຢ່າງດີ.

China Railway ລະບຸວ່າ ຕັ້ງແຕ່ປີ 2023 ມີຜູ້ໂດຍສານເດີນທາງດ້ວຍລົດໄຟທົ່ວປະເທດກວ່າ 3,500 ລ້ານຄັ້ງ, ໂດຍເພີ່ມຂຶ້ນກວ່າສອງເທົ່າຈາກໄລຍະດຽວກັນຂອງປີຜ່ານມາ ເພື່ອຕອບສະໜອງຄວາມຕ້ອງການເດີນທາງທີ່ເພີ່ມຂຶ້ນ ກໍໄດ້ມີການປັບປຸງແຜນປະຕິບັດການເດີນທາງລົດໄຟ ແລະ ເພີ່ມຂີດຈຳກັດຄວາມສາມາດໃນການຂົນສົ່ງ ໂດຍມີຈຳນວນລົດໄຟໂດຍສານ 9,638 ຂະບວນຕໍ່ມື້.

ຂໍ້ມູນຈາກ: Chaina Face

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/