178 ບໍລິສັດລົງທຶນຢູ່ເຂດເສດຖະກິດພິເສດ ມອບພັນທະໃຫ້ລັດຖະບານລາວ 174 ຕື້ກວ່າກີບ


ປັດຈຸບັນ ມີບໍລິສັດ ຈາກທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນໃນ ເຂດເສດຖະກິດພິເສດ ຂອງ ສປປ ລາວ ທັງໝົດ 178 ບໍລິສັດ ມີມູນຄ່າການລົງທຶນທັງໝົດ 520 ລ້ານກວ່າໂດລາ ແລະ ສາມາດມອບພັນທະລັດຖະບານລາວ 174 ຕື້ກວ່າກີບ.

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງ ແຜນການ ແລະ ການລົງທຶນໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ຜ່ານມາ ທົ່ວປະເທດມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ (ຂສພ) ທັງໝົດ 178 ບໍລິສັດ, ກວມເອົາຂະແໜງອຸດສາຫະກໍາ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກໍາ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາ ແລະ ທຶນຈົດທະບຽນ 178 ລ້ານກວ່າໂດລາ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈໍານວນໜຶ່ງທີ່ເຂົ້າມາລົງທຶນພາຍໃນເຂດເສດຖະກິດພິເສດ ທັງໝົດ 2.645 ຫົວໜ່ວຍ; ປີ 2023 ບໍລິສັດລົງທຶນໄດ້ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 174 ຕື້ກວ່າກີບ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 3.644 ຄົນ (ລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ) ການສ້າງວຽກເຮັດງານທໍາໃນໄລຍະນີ້ຫຼຸດລົງ ຍ້ອນອັດຕາເງິນເຟີ້ ຈຶ່ງເຮັດໃຫ້ແຮງງານລາວຫຼັ່ງໄຫຼ ອອກໄປເຮັດວຽກຢູ່ປະເທດເພື່ອບ້ານເປັນຈໍານວນຫຼາຍ; ໄດ້ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 1,7 ຕື້ກວ່າໂດລາ. ໃນຂະນະທີ່ການສົ່ງອອກສິນຄ້າ ມູນຄ່າທັງໝົດ 302 ລ້ານກວ່າໂດລາ.

ໃນໜຶ່ງປີຜ່ານມາ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຍັງໄດ້ຄົ້ນຄວ້າ ຮ່າງດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ປັບປຸງ ຂໍ້ຕົກລົງ 60/ ນຍ ຊຶ່ງປັດຈຸບັນ ທັງສອງນິຕິກໍາ ແມ່ນໄດ້ຖືກຮັບຮອງ ແລະ ໄດ້ປະກາດໃຊ້ ໃນຄັ້ງວັນທີ 05 ທັນວາ 2023; ໄດ້ ສ້າງຮ່າງກົດໝາຍວ່າດ້ວຍ ຂສພ ເຊິ່ງສະພາແຫ່ງຊາດ ໄດ້ມີມະຕິໃຫ້ສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ແລະ ສືບຕໍ່ແກ້ໄຂວຽກງານ 6 ກຸ່ມວຽກ ຢູ່ ຂສພ ສາມຫຼ່ຽມຄໍາ ແລະ ຂສພ ບໍ່ ເຕ່ນແດນງາມ; ໄດ້ສືບຕໍ່ເຈລະຈາຂາຍຮຸ້ນ 20% ຂອງລັດຖະບານ ໃນເນື້ອທີ່ 827 ເຮັກຕາ ຂອງເຂດເສດຖະກິດ ພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະຜ່ານມາ ຄະນະວິຊາການລົງເກັບກໍາຂໍ້ມູນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ການເງິນ ສະບັບເລກທີ 3092/ກງ ລົງວັນທີ 04 ຕຸລາ 2023 ກໍໄດ້ລາຍງານຜົນຂອງການລົງເຄື່ອນໄຫວວຽກງານຕົວຈິງ ໃນຄັ້ງວັນທີ 24 ພະຈິກ 2023 ທີ່ຜ່ານມາ, ໄດ້ຊຸກຍູ້ ແລະ ຕິດຕາມການຄົ້ນຄວ້າຫົວໜ່ວຍລາຄາຊົດເຊີຍ, ວຽກງານການຊົດເຊີຍ ແລະ ວຽກງານການຄຸ້ມຄອງສິ່ງແວດລ້ອມຢູ່ບັນດາ ເຂດເສດຖະກິດສະເພາະ ໂດຍສະເພາະ ບຶງ ທາດຫຼວງ, ເຂດເສດຖະກິດສະເພາະລ່ອງແທ່ງ; ມະຫານາທີສີທັນດອນ, ອໍາມະຕະ ຈຸດນາເຕີຍ ແຂວງຫຼວງນໍ້າທາ ແລະ ນາໝໍ້ ແຂວງອຸດົມໄຊ; ສໍາເລັດການປະເມີນສັນຍາການພັດທະນາ ບັນດາເຂດເສດຖະກິດພິເສດປະຈໍາປີ 2003; ໄດ້ຄົ້ນຄວ້າຮ່າງແຜນຍຸດທະສາດການພັດທະນາ ຂສພ ແຕ່ປີ 2021-2030.

https://www.facebook.com/PasaxonNewspaper/posts/pfbid0236isVxdqbrwey5AnVMMmbSdDWF8Ns24aSia9ZY9e9iCQwGcAHioZMzXp4MUtW28Yl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/