ບໍລິສັດ Toyota ໄດ້ປະກາດຍຸຕິການຜະລິດລົດທັງໝົດໃນຍີ່ປຸ່ນ ຫຼັງຈາກທີ່ຍອມຮັບວ່າໄດ້ປອມແປງຜົນການທົດສອບ “ຄວາມປອດໄພຂອງລົດ” ມາດົນກວ່າ 30 ປີ


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: ເມື່ອບໍ່ດົນມານີ້ Daihatsu ເຊິ່ງເປັນບໍລິສັດຍ່ອຍຂອງ Toyota ໄດ້ລະງັບການຜະລິດລົດທົ່ວປະເທດແລ້ວ, ຫຼັງຈາກທີ່ໄດ້ອອກມາຍອມຮັບວ່າຕົນເອງໄດ້ປອມແປງຜົນການທົດສອບ “ຄວາມປອດໄພຂອງລົດ” ມາດົນກ່ວາ 30 ປີ.

ໂດຍບໍລິສັດ Daihatsu ເຊິ່ງເປັນບໍລິສັດທີ່ຮູ້ຈັກກັນດີທີ່ສຸດໃນການຜະລິດລົດຂະໜາດນ້ອຍ ໄດ້ສັ່ງຢຸດການຜະລິດລົດທີ່ໂຮງງານໃນຍີ່ປຸ່ນທັງ 4 ແຫ່ງ, ລວມເຖິງໂຮງງານໃຫຍ່ທີ່ຢູ່ໃນເມືອງ Osaka ແລ້ວໃນວັນອັງຄານທີ່ຜ່ານມາ.

ສຳລັບການເຄື່ອນໄຫວດັ່ງກ່າວຈະຄົງຢູ່ໄປຈົນເຖິງເດືອນມັງກອນປີໜ້າ, ເຊິ່ງເຫດການດັ່ງກ່າວສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ພະນັກງານກວ່າ 9,000 ຄົນທີ່ເຮັດວຽກໃນບໍລິສັດ ແລະ ຍັງສົ່ງຜົນໄປເຖິງຮາກຖານຂອງບໍລິສັດແມ່ຄື Toyota ອີກດ້ວຍ. ຫຼັງຈາກຂ່າວດັ່ງກ່າວໄດ້ມີການເຜີຍແຜ່ອອກໄປກໍໄດ້ເຮັດໃຫ້ຮຸ້ນຂອງ Toyota ຫຼຸດລົງ 4% ແລະ ມີການຂາດທຶນໃນບາງສ່ວນເມື່ອວັນພະຫັດທີ່ຜ່ານມາ.

ໃນອາທິດທີ່ຜ່ານມາ, ບໍລິສັດ Daihatsu ໄດ້ປະກາດວ່າຄະນະກຳມະການໄດ້ກວດພົບຫຼັກຖານໃນການປອມແປງການທົດສອບຄວາມປອດໄພຂອງລົດຫຼາຍເຖິງ 64 ຮຸ່ນ, ເຊິ່ງລວມເຖິງຮຸ່ນທີ່ຈຳໜ່າຍພາຍໃຕ້ຍີ່ຫໍ້ຂອງ Toyota ນຳ.

ດ້ວຍເຫດນີ້, ບໍລິສັດ Daihatsu ຈຶ່ງໄດ້ປະກາດທີ່ຈະໂຈະການຈັດສົ່ງຍານພາຫະນະທັງໝົດທັງພາຍໃນປະເທດ ແລະ ຕ່າງປະເທດຊົ່ວຄາວ ແລະ ກຽມທີ່ຈະປຶກສາຫາລືກັບເຈົ້າໜ້າທີ່ເພື່ອແກ້ໄຂບັນຫາ ແລະ ເຮັດໃຫ້ບໍລິສັດສາມາດກ້າວຕໍ່ໄປໄດ້.

ການເຄື່ອນໄຫວໃນຄັ້ງນີ້ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ບໍລິສັດ ແລະ ພວກເຂົາເອງກໍໄດ້ອອກມາຍອມຮັບໃນເດືອນເມສາທີ່ຜ່ານມາວ່າ ໄດ້ລະເມີດມາດຕະຖານໃນການທົດສອບຄວາມປອດໄພຂອງລົດຫຼາຍກວ່າ 88,000 ຄັນ, ເຊິ່ງສ່ວນໃຫຍ່ແມ່ນໄດ້ຈຳໜ່າຍພາຍໃຕ້ຍີ່ຫໍ້ຂອງ Toyota ໃນປະເທດຕ່າງໆເຊັ່ນ ມາເລເຊຍ ແລະ ໄທເປັນຕົ້ນ.

ສຳລັບໃນກໍລະນີການລະເມີດມາດຕະຖານດັ່ງກ່າວແມ່ນ “ຝາດ້ານໃນຂອງປະຕູບ່ອນນັ່ງທາງໜ້າໄດ້ຖືກດັດແປງໃນແບບທີ່ບໍ່ຖືກຕ້ອງ” ອີງຕາມຂໍ້ມູນບາງສ່ວນທີ່ໄດ້ຮັບການກວດສອບແລ້ວ. ແລະໃນເດືອນພຶດສະພາທີ່ຜ່ານມາ ພວກເຂົາຍັງປອມແປງຂໍ້ມູນສຳລັບການທົດສອບຂອງລົດຍົນໄຟຟ້າ, ໂດຍຫຼັງຈາກນັ້ນທາງບໍລິສັດກໍໄດ້ຍຸຕິການຈັດສົ່ງ ແລະ ຈຳໜ່າຍລົດໄຟຟ້າຮຸ່ນນັ້ນເປັນທີ່ຮຽບຮ້ອຍແລ້ວ.

ນອກຈາກນີ້, ຄະນະກຳມະການສອບສວນຍັງໄດ້ກວດພົບວ່າມີອີກ 174 ຄະດີທີ່ Daihatsu ບິດເບືອນຂໍ້ມູນ, ໂດຍບໍລິສັດດັ່ງກ່າວໄດ້ຖະແຫຼງການສຳລັບຂໍ້ມູນທີ່ບໍ່ແມ່ນຄວາມຈິງ ເພື່ອໃຫ້ສາມາດຜ່ານການທົດສອບການຮັບຮອງຄວາມປອດໄພຂອງລົດ.

ທີ່ມາ:

cnn

daihatsu

daihatsu2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/