Mickey’s Mouse Trap! ປ່ຽນມິກກີ້ເມົ້າທຳມະດາໃຫ້ກາຍເປັນຄາຕະກອນໂຣກຈິດ


ກຽມໃຈໄວ້ດີໆ! ເພາະ Mickey Mouse ຕົວລະຄອນສຸດແສນໜ້າຮັກຂອງໃຜຫຼາຍໆຄົນກຳລັງຈະບໍ່ໜ້າຮັກອີກຕໍ່ໄປ ເມື່ອຮູບເງົາເລື່ອງ  Mickey’s Mouse Trap ທີ່ຈະພິກໂສມມິກກີ້ເມົ້າສຸດໜ້າຮັກໃຫ້ກາຍເປັນເປັນຄາຕະກອນໂຣກຈິດ ສຸດໂຫດ ພ້ອມໄລ່ລ່າແບບເລືອດສາດສະຫຍອງຂວັນ.

ຫຼ້າສຸດ ຫຼັງຈາກທີ່ປ່ອຍຕົວຢ່າງອອກມາກໍສ້າງສຽງຮືຮາໃຫ້ກັບຜູ້ຊົມຢ່າງຫຼວງຫຼາຍ ແນ່ນອນວ່າບໍ່ແມ່ນຜົນງານໂດຍກົງຈາກທາງ Disney ແຕ່ເປັນການເອົາຕົວລະຄອນມາໃຊ້ພຽງເທົ່ານັ້ນ ເນື່ອງຈາກຕົວລະຄອນໄດ້ຖືກປະກາດໃຫ້ເປັນສົມບັດຂອງສາທາລະນະເປັນທີ່ຮຽບຮ້ອຍນັ້ນເອງ.

ໂດຍເນື້ອເລື່ອງຂອງ  Mickey’s Mouse Trap ຈະບອກເລົ່າເລື່ອງລາວວັນເກີດຂອງອະເລັກ ຍິງສາວທີ່ຕິດຢູ່ໃນຮ້ານເກມໃນຕອນເດິກກັບໝູ່ໆ ໃນເວລາດຽວກັນກໍມີຄາຕະກອນເລິກລັບໄດ້ໃສ່ຊຸດ  Mickey’s Mouse ອອກມາໄລ່ລ່າພວກເຂົາຢ່າງເອົາເປັນເອົາຕາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/