ລາຄາຄຳດີດຕົວຂຶ້ນສູງກວ່າລະດັບ 2,070 ໂດລາ ຫຼັງຈາກທີ່ໄດ້ຮັບແຮງໜຸນຈາກການຄາດການວ່າ Fed ຈະຫຼຸດອັດຕາດອກເບ້ຍໃນປີນີ້


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ສັນຍານຄຳຕະຫຼາດ COMEX (Commodity Exchange) ທີ່ຈະສົ່ງມອບໃນເດືອນກຸມພາເພີ່ມຂຶ້ນ 2.90 ໂດລາ ຫຼື 0.14% ເປັນ 2,074.70 ໂດລາ/ອອນ, ໂດຍໄດ້ຮັບແຮງໜຸນຈາກການຄາດການວ່າທະນາຄານກາງສະຫະລັດ ຫຼື FED ຈະເລີ່ມປັບຫຼຸດອັດຕາດອກເບ້ຍໃນປີນີ້.

ລາຄາຄໍາໄດ້ຫຼຸດລົງແຕະລະດັບ 2,070 ໂດລາໃນໄລຍະທຳອິດຈາກແຮງກົດດັນຂອງສະກຸນເງິນໂດລາທີ່ແຂງຄ່າຂຶ້ນ ແລະ ອັດຕາການເພີ່ມຂຶ້ນຂອງອັດຕາຜົນຕອບແທນຂອງລັດຖະບານສະຫະລັດ.

ເຖິງແມ່ນວ່າສະກຸນເງິນໂດລາທີ່ແຂງຄ່າຂຶ້ນຈະຫຼຸດຄວາມດຶງດູດຂອງຄຳລົງ, ໂດຍເຮັດໃຫ້ສັນຍານຄຳມີລາຄາແພງຂຶ້ນສຳລັບສະກຸນເງິນອື່ນໆ. ໃນຂະນະດຽວກັນການດີດຕົວຂຶ້ນຂອງອັດຕາຜົນຕອບແທນຂອງພັນທະບັດລັດຖະບານສະຫະລັດກໍໄດ້ເພີ່ມຄ່າໃຊ້ຈ່າຍຕົ້ນທຶນໃນການຖືຄອງຄຳ ເນື່ອງຈາກຄຳເປັນສິນຊັບທີ່ບໍ່ມີຜົນຕອບແທນໃນຮູບແບບຂອງດອກເບ້ຍ.

ຕະຫຼາດ ແລະ ນັກລົງທຶນຄາດການວ່າ FED ຈະເລີ່ມປັບຫຼຸດອັດຕາດອກເບ້ຍໃນເດືອນມີນານີ້, ດັ່ງນັ້ນທ່າອ່ຽງຂອງຄຳໃນວົງກວ້າງຈຶ່ງຍັງຄົງຢູ່ໃນທິດທາງທີ່ດີ. ນອກຈາກນີ້ພວກເຮົາຍັງຕ້ອງໄດ້ຈັບຕາເບິ່ງລາຍງານການປະຊຸມນະໂຍບາຍການເງິນຂອງທະນາຄານກາງສະຫະລັດປະຈຳວັນທີ 12 – 13 ທັນວາທີ່ຈະມີການເປີດເຜີຍໃນມື້ນີ້, ລວມທັງຂໍ້ມູນຕະຫຼາດແຮງງານຂອງສະຫະລັດໃນອາທິດນີ້.

ທັງນີ້, ສະຫະລັດຈະເປີດເຜີຍຕົວເລກການເປີດຮັບສະໝັກວຽກງານ ແລະ ອັດຕາການໝຸນວຽນຂອງແຮງງານ (JOLTS) ໃນມື້ນີ້. ສ່ວນໃນວັນພະຫັດ, ຈະມີການເປີດເຜີຍຕົວເລກການຈ້າງງານຂອງພາກເອກະຊົນຈາກ ADP ແລະ ຈໍານວນຜູ້ຮ້ອງຂໍຮັບເງິນຊ່ວຍເຫຼືອຈາກການຫວ່າງງານປະຈໍາອາທິດ ແລະ ໃນວັນສຸກຈະມີການເປີດເຜີຍຕົວເລກການຈ້າງງານທີ່ບໍ່ແມ່ນຂະແໜງກະສິກໍາ.

ທີ່ມາ:

ryt9

coinnews

NewYorkMercantileExchange

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/