ປີ 2024 ທະນາຄານແຫ່ງ ສປປ ລາວ ຈະຄວບຄຸມ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາ ຢ່າງມີປະສິດທິພາບ


ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ໃນປີ 2023 ທະນາຄານແຫ່ງ ສປປ ລາວ ໄດ້ນໍາໃຊ້ເຄື່ອງມືນະໂຍບາຍໃນທິດທາງທີ່ຮັດກຸມຫຼາຍກວ່າປີຜ່ານມາ ເປັນຕົ້ນ ໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ, ໄດ້ປັບອັດຕາສ່ວນເງິນແຮຝາກບັງຄັບ, ອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ. ພ້ອມດຽວກັນນັ້ນ, ກໍໄດ້ຂະຫຍາຍຂອບອັດຕາແລກປ່ຽນສະກຸນເງິນກີບທຽບເງິນໂດລາ ຈາກ 4,5% ເປັນ 7,5% ທຽບໃສ່ອັດຕາອ້າງອີງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກໍານົດໃນແຕ່ລະໄວ ສໍາລັບທະນາຄານທຸລະກິດ. ຈາກການດຳເນີນເຄື່ອງມືນະໂຍບາຍດັ່ງກ່າວ ໄດ້ບັນເທົາຄວາມຜັນຜວນຂອງອັດຕາແລກປ່ຽນເບົາບາງລົງໃນລະດັບໜຶ່ງ ຈາກທີ່ຜັນຜວນແຮງໃນກາງປີ 2022, ອັດຕາເງິນເຟີ້ຫຼຸດຈາກ 40,3% ໃນເດືອນມັງກອນ ມາເປັນ 25,24% ໃນເດືອນພະຈິກ 2023.

ສຳລັບປີ 2024 ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຈາກ 4,4% ໃນປີ 2023 ມາເປັນ 4,5% ແຕ່ເສດຖະກິດຍັງພົບກັບສິ່ງທ້າທາຍ ທີ່ບໍ່ແຕກຕ່າງຈາກປີຜ່ານມາ ແລະ ອາດທ້າທາຍກວ່າປີ 2023 ເປັນຕົ້ນແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງ ຢູ່ຂົງເຂດຕາເວັນອອກກາງ ຍັງສືບຕໍ່ແກ່ຍາວ ເຊິ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດ ໂດຍສະເພາະໝວດພະລັງງານສືບຕໍ່ເພີ່ມຂຶ້ນ ເປັນແຮງກົດດັນອັດຕາເງິນເຟີ້ ໃນຫຼາຍປະເທດທົ່ວໂລກ ແລະ ພາກພື້ນ ເຊິ່ງຈະເຮັດໃຫ້ຫຼາຍທະນາຄານກາງຂອງແຕ່ລະປະເທດໃນທົ່ວໂລກ ຈະດຳເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍສະເພາະທ່າອ່ຽງການຮັກສາຂອງອັດຕາດອກເບ້ຍນະໂຍບາຍໃນລະດັບສູງໄວ້ ເພື່ອຮັບມືກັບການເພີ່ມຂຶ້ນຂອງເງິນເຟີ້ ເຊິ່ງການດຳເນີນນະໂຍບາຍຈະສ້າງຄວາມຜັນຜວນໃຫ້ແກ່ຕະຫຼາດເງິນ ແລະ ຕະຫຼາດທຶນໃນສາກົນ.

ຂໍ້ມູນຈາກ: ເສດຖະກິດການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/