ເສຍຊີວິດ 62 ຄົນ ຈາກເຫດການແຜ່ນດິນໄຫວໃນປະເທດຍີ່ປຸ່ນ


ທາງການຂອງແຂວງ ອິຊິຄາວະ ປະເທດຍີ່ປຸ່ນ ໄດ້ອອກມາລາຍງານໃນເຊົ້າວັນທີ 3 ມັງກອນ 2024 ວ່າຕົວເລກຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວເຂດແຫຼມໂນໂຕະ ໃນຕອນນີ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 32 ຄົນ ແລະ ຜູ້ບາດເຈັບອີກນັບຮ້ອຍ.

ມີຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວນີ້ ມາຈາກເມືອງ ຈິມະ ຫຼາຍຮອດ 29 ຄົນ, ເມືອງ ຊູສຸ 22 ຄົນ, ເມືອງນານາໂອະອີກ 5 ຄົນ, ເມືອງ ອານາມິສຶ ແລະ ເມືອງໂນໂຕະ ອີກເມືອງລະ 2 ຄົນ ໂດຍມີເມືອງຮາຄຸອິ ກັບ ເມືອງຊິກະ ອີກ 1 ຄົນ ນອກຈາກນີ້ຍັງມີຜູ້ບາດເຈັບສາຫັດລວມກັນທັງໝົດ 304 ຄົນ.

ຕາມລາຍງານຍັງມີຄວາມເສຍຫາຍຂອງອາຄານ, ບ້ານເຮືອນຂອງປະຊາຊົນອີກນັບພັນ ຖືກທຳລາຍ ຫຼື ໄດ້ຮັບຄວາມເສຍຫາຍບາງສ່ວນ ພ້ອມກັບລັດຖະບານແຕ່ລະແຫ່ງກຳລັງເລັ່ງປະເມີນຂອບເຂດຂອງຄວາມເສຍຫາຍ ຕາມແຕ່ລະສະຖານທີ່ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/