ລາຄານໍ້າມັນຫຼຸດລົງເລັກນ້ອຍຫຼັງຈາກປິດການຊື້ຂາຍໃນໄລຍະທໍາອິດຂອງປີ 2024 ເນື່ອງຈາກຄວາມກັງວົນໃນການປັບອັດຕາດອກເບ້ຍ ແລະ ສະຖານະການທີ່ເຄັ່ງຕຶງໃນທະເລແດງ


ໃນວັນອັງຄານທີ່ຜ່ານມາ, ລາຄາຂອງນ້ຳມັນໄດ້ປີດການຊື້ຂາຍໃນໄລຍະຕົ້ນຂອງປີ 2024 ໄດ້ບໍ່ຄ່ອຍດີເທົ່າໃດ, ເນື່ອງຈາກຄວາມຄາດຫວັງໃນການປັບຫຼຸດອັດຕາດອກເບ້ຍລົງ ແລະ ​ ​ຄວາມ​ກັງ​ວົນ​ທີ່​ທະວີຄວາມຮຸນແຮງຂຶ້ນ​​ຢູ່​ທະ​ເລ​ແດງ​​ທີ່ອາດຈະສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ສະ​ໜອງ.

ລາຄານ້ຳມັນດິບ West Texas Intermediate (WTI) ສໍາລັບການຈັດສົ່ງມອບໃນເດືອນກຸມພາຫຼຸດລົງ 1.27 ໂດລາ, ໂດຍປິດທີ່ 70.38 ໂດລາ/ບາເຣວ. ໃນສ່ວນຂອງນ້ຳມັນດິບ Brent ງວດສຳລັບການຈັດສົ່ງມອບໃນເດືອນມີນາຫຼຸດລົງ 1.15 ໂດລາ, ໂດຍປິດຢູ່ທີ່ 75.89 ໂດລາ/ບາເຣວ.

ສາເຫດທີ່ລາຄາຂອງນ້ຳມັນຫຼຸດລົງແມ່ນເກີດຈາກຄວາມຄາດຫວັງທີ່ຫຼຸດລົງຂອງນັກລົງທຶນກ່ຽວກັບການປັບຫຼຸດອັດຕາດອກເບ້ຍໃນປີ 2024, ໂດຍອັດຕາດອກເບ້ຍທີ່ຫຼຸດລົງຈະຊ່ວຍຫຼຸດຜ່ອນຕົ້ນທຶນໃນການກູ້ຍືມຂອງຜູ້ບໍລິໂພກ ເຊິ່ງນີ້ສາມາດກະຕຸ້ນການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມຕ້ອງການຂອງນ້ຳມັນໄດ້.

ສະກຸນເງິນໂດລາໄດ້ມີການແຂງຄ່າຂຶ້ນໃນວັນອັງຄານທີ່ຜ່ານມາ, ໃນຂະນະທີ່ລາຄາຂອງຮຸ້ນກັບຫຼຸດລົງ ສົ່ງຜົນໃຫ້ລາຄາຂອງນ້ຳມັນປັບຕົວລົງຕາມ. ເງິນໂດລາທີ່ແຂງຄ່າຂຶ້ນນັ້ນເຮັດໃຫ້ລາຄານ້ຳມັນແພງຂຶ້ນສຳລັບນັກລົງທຶນທີ່ຖືຄອງສະກຸນເງິນອື່ນໆ

ໃນໄລຍະທຳອິດລາຄາຂອງນ້ຳມັນ WTI ໄດ້ເພີ່ມຂຶ້ນຫຼາຍກວ່າ 2% ຫຼື ເໜືອລະດັບ 73 ໂດລາ, ຫຼັງຈາກທີ່ສື່ສຳນັກຂ່າວລາຍງານວ່າ ອີຣານໄດ້ສົ່ງເຮືອຮົບ Alborz ເຂົ້າສູ່ທະເລແດງ ເຊິ່ງນີ້ຈະເພີ່ມຄວາມເຄັ່ງຕຶງໃນພູມີພາກ.

ທັງນີ້, ອີຣານໄດ້ສົ່ງເຮືອຮົບ Alborz ເຂົ້າໄປໃນທະເລແດງ, ຫຼັງ​ຈາກ​ກອງທັບ​ເຮືອ​ອາ​ເມ​ຣິ​ກາ​ໄດ້​ທຳລາຍ​ເຮືອ 3 ລຳ​ຂອງ​ພວກ​ກະບົດ Houthi ເຊິ່ງ​ແມ່ນ​ກຸ່ມ​ປະກອບ​ອາວຸດ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອີຣານ, ໂດຍການ​ເຄື່ອນ​ໄຫວ​ຂອງ​ອີ​ຣານແມ່ນມີທ່າອ່ຽງທີ່ຈະເຮັດໃຫ້ສະຖານະການ​​ຢູ່​ທະ​ເລ​ແດງເພີ່ມທະວີຮຸນແຮງຂຶ້ນ ແລະ​ ​ອາດ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ທະ​ເລ​ແດງ​ຂອງ​ກອງທັບ​ເຮືອ​ອາ​ເມ​ລຣິກາມີຄວາມຫຍຸ້ງຍາກຂຶ້ນຕື່ມ.

ບໍລິສັດ Maersk (MAERSKb.CO) ຂອງເດນມາກ ແລະ Hapag-Lloyd (HLAG.DE) ຂອງເຢຍລະມັນກ່າວວ່າ “ເຮືອຂົນສົ່ງນ້ຳມັນຂອງພວກເຂົາຈະຫຼີກເວັ້ນການໃຊ້ເສັ້ນທາງທະເລແດງທີ່ໃຫ້ການເຂົ້າເຖິງຄອງ Suez”

ຄວາມຂັດແຍ້ງໃນຄັ້ງນີ້ອາດສົ່ງຜົນເປັນວົງກວ້າງ ແລະ ອາດຈະປິດເສັ້ນທາງນ້ຳທີ່ສຳຄັນໃນການຂົນສົ່ງນ້ຳມັນ. ອີງຈາກການສຳຫຼວດຂອງນັກວິເຄາະ ແລະ ຜູ້ຊ່ຽວຊານໄດ້ຄາດການວ່າ: ລາຄານ້ໍາມັນດິບ Brent ຈະຢູ່ທີ່ 82.56 ໂດລາ/ບາເຣວໃນປີນີ້, ເຊິ່ງເພີ່ມຂຶ້ນເລັກນ້ອຍຈາກຄ່າສະເລ່ຍໃນປີ 2023 ທີ່ 82.17 ໂດລາ. ການເຕີບໂຕໃນທົ່ວໂລກທີ່ອ່ອນແອອາດຈະເຮັດໃຫ້ຄວາມຕ້ອງການໃນນ້ຳມັນຈຳກັດ, ແນວໃດກໍຕາມຄວາມເຄັ່ງຕຶງທາງດ້ານພູມສາດສາມາດສະໜັບສະໜູນລາຄາຂອງນ້ຳມັນເພີ່ມຂຶ້ນຕື່ມໄດ້.

ທີ່ມາ:

reuters

bangkokbiznews.

reuters2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/