ສີຕາຫຼາຍເກີນໄປອາດຈະຕາບອດໄດ້!


ໜຸ່ມມາເລເຊຍມັກສີຕາ ຈົນເຮັດໃຫ້ຕ້ອງໄປຜ່າຕັດປູກຖ່າຍແກ້ວຕາໃໝ່ ໂດຍໜຸ່ມຄົນນີ້ປ່ວຍເປັນໂຣກພູມແພ້ Hypersensitivity ທີ່ຈະເຮັດໃຫ້ຮ່າງກາຍມີປະຕິກິລິຍາຕອບສະໜອງຕໍ່ສານທີ່ພົບໄດ້ທົ່ວໄປໃນຊີວິດປະຈຳວັນ ຢ່າງເຊັ່ນ ອາຫານ, ຝຸ່ນລະອງ, ເກສອນດອກໄມ້ ເຊິ່ງຄົນທົ່ວໄປຈະບໍ່ມີປະຕິກິລິຍາເຫຼົ່ານີ້.

ໂດຍໜຸ່ມ ມູຮາມັດ ຊາບີດີ ຊາຍໜຸ່ມມາເລເຊຍອາຍຸ 21 ປີ ທີ່ເປັນໂຣກພູມແພ້ຕາມາເປັນເວລາດົນນານຕັ້ງແຕ່ຕອນຍັງນ້ອຍ ພຶດຕິກຳທີ່ລາວມັກເຮັດຄືສີຕາແຮງ ເຮັດໃຫ້ຫຼາຍເທື່ອສົ່ງຜົນໃຫ້ຕາແດງຕະຫຼອດ ຈົນຮອດອາຍຸ 15 ປີ ເກີດອາການເບິ່ງບໍ່ເຫັນໃນຕາຂວາ ແລະ ເປັນຍາວມາຮອດປັດຈຸບັນ.

ໃນທີ່ສຸດໄດ້ຕັດສິນໃຈໄປພົບແພດໂດຍລາວໄດ້ຖືກວິນິດໄສວ່າມີຮອຍຢູ່ແກ້ວຕາຢ່າງຮຸນແຮງເນື່ອງຈາກການສີຕາຢູ່ຕະຫຼອດເວລາ ແລະ ຕອນນີ້ຈຳເປັນຕ້ອງໄດ້ປ່ຽນແກ້ວຕາໃໝ່ເພື່ອໃຫ້ເຫັນໄດ້ອີກຄັ້ງ ເຊິ່ງເລື່ອງຂອງລາວກາຍເປັນກະແສໄປທົ່ວໂລກອອນລາຍມາເລເຊຍ ເນື່ອງຈາກຫຼາຍຄົນຕົກໃຈທີ່ການສີຕາ ສາມາດນຳໄປສູ່ການຜ່າຕັດປ່ຽນແກ້ວຕາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/