ພາຍຸ Remal ພັດເຂົ້າບັງກະລາເທດ ປະຊາຊົນນັບ 800,000 ຄົນຕ້ອງອົບພະຍົບ


ສຳນັກຂ່າງວຕ່າງປະເທດໄດ້ລາຍງານວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດບັງກະລາເທດ ລາຍງານວ່າພາຍຸໄຊໂຄຣນ Remal ພັດຂຶ້ນຝັ່ງບໍລິເວນພື້ນທີ່ລຸ່ມຕ່ຳ ທາງຕາເວັນອອກສຽງໃຕ້ຂອງປະເທດ ເມື່ອວັນອາທິດທີ່ຜ່ານມາ ສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ລົມແຮງເປັນວົງກວ້າງ.

ໂດຍທາງການບັງກະລາເທດໄດ້ອອກເຕືອນໄພອັນຕະລາຍຈາກພາຍຸລູກດັ່ງກ່າວໃນລະດັບສູງສຸດ ແລະ ອົບພະຍົບປະຊາຊົນໃນພື້ນທີ່ສ່ຽງຢ່າງໜ້ອຍ 800,000 ຄົນ ພ້ອມໜ່ວຍງານທີ່ກ່ຽວຂ້ອງໄດ້ຈັດຕຽງໃນສູນພັກພິງຊົ່ວຄາວປະມານ 4,000 ແຫ່ງ ກະຈາຍໄປຕະຫຼອດແນວຊາຍຝັ່ງອ່າວເບັງກອນ. ທັງນີ້ຍັງບໍ່ມີລາຍງານກ່ຽວກັບຄວາມເສຍຫາຍ ແລະ ການເສຍຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/