ສື່ເຜີຍອັງກິດເລັ່ງປະກາດ Lock down ໃນກຸງລອນດອນເພື່ອສະກັດໂລກໂຄວິດ-19 ລະບາດ


ໜັງສືພິມ The Times ລາຍງານໂດຍອ້າງແຫຼ່ງຂ່າວວ່າ ລັດຖະບານອັງກິດກຳລັງວາງແຜນທີ່ຈະປະກາດມາດຕະການ Lock down ໃນກຸງລອນດອນ ແລະ ພື້ນທີ່ສ່ວນໃຫຍ່ທາງພາກເໜືອຂອງປະເທດ ເພື່ອສະກັດໂລກໂຄວິດ-19 ລະບາດຮອບ 2 ໂດຍເບື້ອງຕົ້ນຈະມີການສັ່ງປິດສະຖານບັນເທີງ ແລະ ຮ້ານອາຫານເປັນເວລາ 2 ອາທິດ.

ລາຍງານລະບຸວ່າ ມາດຕະການ Lock down ຮອບລ່າສຸດນີ້ເບື້ອງຕົ້ນຄາດວ່າຈະມີການສັ່ງປິດສະຖານບັນເທີງ ແລະ ຮ້ານອາຫານເປັນເວລາ 2 ອາທິດ ແລະ ສັ່ງຫ້າມບໍ່ໃຫ້ປະຊາຊົນພົບປະກັນໃນສະຖານະທີ່ເປັນພື້ນທີ່ປິດໃນຮົ່ມ, ສ່ວນໂຮງຮຽນ ແລະ ຮ້ານຄ້າ ລວມເຖິງບໍລິສັດຕ່າງໆທີ່ບໍ່ສາມາດໃຫ້ພະນັກງານເຮັດວຽກຢູ່ບ້ານໄດ້ນັ້ນ ຍົງຄົງໄດ້ຮັບອານຸຍາດໃຫ້ເປີດເຮັດການປົກກະຕິ.

ຄວາມເຄື່ອນໄຫວດັ່ງກ່າວມີຂື້ນ ຫຼັງຈາກເມື່ອອາທິດທີ່ຜ່ານມາ Boris Johnson ນາຍຍົກລັດຖະມົນຕີອັງກິດໄດ້ອອກມາດຕະການແນະນຳໃຫ້ປະຊາຊົນປະຕິບັດເພື່ອສະກັດການແຜ່ລະບາດຂອງໂລກໂຄວິດ-19 ເຊິ່ງໄດ້ແກ່ ການໃຫ້ປະຊາຊົນເຮັດວຽກຢູ່ບ້ານຫາກສາມາດເຮັດໄດ້ ຜັບ ແລະ ຮ້ານອາຫານຈະຕ້ອງປິດຮ້ານຕັ້ງແຕ່ເວລາ 22:00, ປະຊາຊົນຫ້າມລວມກຸ່ມຫຼາຍກວ່າ 6 ຄົນ, ມີການກຳນົດສະຖານທີ່ຫຼາຍຂື້ນທີ່ບັງຄັບໃຫ້ປະຊາຊົນຈະຕ້ອງໃສ່ໜ້າກາກອານາໄມ ແລະ ມີການກຳນົດບົດລົງໂທດສຳຫຼັບພາກທຸລະກິດ ແລະ ປະຊາຊົນທີ່ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານ.

Boris Johnson ຍັງເຕືອນວ່າລັດຖະບານຈະບັງຄັບໃຊ້ມາດຕະການດັ່ງກ່າວເປັນເວລາ 6 ເດືອນ ຫາກຍັງບໍ່ມີຄວາມຄືບໜ້າໃຫມ່ໆໃນດ້ານການພັດທະນາວັກຊີນຕ້ານໂຄວິດ-19 ແລະ ລັດຖະບານທີ່ເຂັ້ມງວດຂື້ນອີກ ຫາກສະຖານະການຍັງບໍ່ດີຂື້ນ.

ແຕ່ເຖິງຢ່າງໃດກໍ່ດີ Boris Johnson ປະຕິເສດທີ່ຈະປະກາດມາດຕະການ Lock down ທົ່ວປະເທດຢ່າງເຕັມຮູບແບບເປັນເທື່ອທີ 2  ຄືທີ່ເຄີຍດຳເນີນການໃນເດືອນມີນາຄົມ. ທັ້ງນີ້ຂໍ້ມູນລ້າສຸດເທິງ Worldometers website ໄດ້ລະບຸວ່າອັງກິດມີຍອດຜູ້ປ່າວໂລກໂຄວິດ-19 ສະສົມໃນຂະນະນີ້ເຖິງ 434,969 ຄົນ ແລະ ເສຍຊີວິດ 41,988 ຄົນ.

 ຮຽບຮຽງໂດຍ:ກະຕຸກ IQ2

ກວດສອບໂດຍ:Tabee vorlasin

ທີ່ມາ: https://www.ryt9.com/s/iq38/3162355