ໂຄວິດ-19 ພາກຊີວິດ ປະຊາຊົນມຽນມາ ໄປແລ້ວ 300 ຄົນ


ຈຳນວນຜູ້ເສຍຊີວິດສະສົມດ້ວຍໂລກ ໂຄວິດ-19 ໃນມຽນມາຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໄວວາ ເຖິງ 300 ຄົນແລ້ວ ໂດຍອັດຕາການເສຍຊີວິດເພີ່ມຂຶ້ນເປັນ 2% ໃນເມືອງຢາງກຸ້ງ, ຢໍ້າຂໍໃຫ້ປະຊາຊົນໃຫ້ຄວາມຮ່ວມມືຢູ່ບ້ານຢຸດການແຜ່ເຊື້ອ ແບບດຽວກັນກັບລັດຍະໄຂ່ ທີ່ຄວບຄຸມການລະບາດໃຫ້ບັນເທົາລົງໄດ້ແລ້ວ.
ກະຊວງສາທາລະນະສຸກ ແລະ ກິລາ ລາຍງານວ່າ ມີຜູ້ເສຍຊີວິດດ້ວຍ ໂຄວິດ-19 ລາຍໃໝ່ໃນວັນພຸດ 26 ລາຍ ເຮັດໃຫ້ຍອດສະສົມເພີ່ມຂຶ້ນເປັນ 310 ລາຍ ແລະ ຜູ້ຕິດເຊື້ອລາຍໃໝ່ອີກ 946 ຄົນ ເຮັດໃຫ້ຍອດສະສົມເພີ່ມເປັນ 13,373 ຄົນ.

ໃນຂະນະທີ່ນະຄອນຢາງກຸ້ງກໍຍັງເປັນສູນກາງການລະບາດ ໃນຂະນະນີ້ມີຜູ້ຕິດເຊື້ອສະສົມຫຼາຍທີ່ສຸດ ເຮັດໃຫ້ກະຊວງສາທາລະນະສຸກ ແລະ ກິລາ ຕ້ອງຢ້ຳເຕືອນໃຫ້ປະຊາຊົນປະຕິບັດຕາມມາດຕະການຢູ່ບ້ານທົ່ວທຸກພູມມີພາກຢາງກຸ້ງ ເພື່ອໃຫ້ການລະບາດບັນເທົາລົງ ພ້ອມກັບປຽບທຽບກັບສະຖານະການລັດຍະໄຂ່ ທີ່ເປັນຈຸດເລີ່ມຕົ້ນຂອງການລະບາດຮອບ 2 ຕັ້ງແຕ່ວັນທີ 16 ສິງຫາ. ແຕ່ຂະນະນີ້ມີຕົວເລກຜູ້ຕິດເຊື້ອລາຍໃໝ່ໃນແຕ່ລະມື້ພຽງໜ້ອຍດຽວເທົ່ານັ້ນ ເພາະປະຊາຊົນໃຫ້ຄວາມຮ່ວມມືກັບມາດຕະການຢູ່ບ້ານ ເຮັດໃຫ້ຕັດວົງຈອນການແຜ່ລະບາດໄດ້.

ສ່ວນນະຄອນຫຼວງເນປິດໍ ອອກມາດຕະການລົງໂທດປັບໄໝປະຊາຊົນທີ່ອອກມານອກບ້ານ ຈະມີເຈົ້າໜ້າທີ່ກວດກາ ແລະ ບັງຄັບໃຫ້ປະຊາຊົນໃສ່ຜ້າປິດປາກ ໂດຍສະເພາະເມື່ອຢູ່ໃນຕະຫຼາດ ແລະ ຮ້ານຄ້າທີ່ມີຜູ້ຄົນແອອັດ.

ແຫຼ່ງທີ່ມາ: https://www.nationtv.tv/main/content/378798441/?aig=