ມອບຫຼຽນກ້າຫານໃຫ້ໜູຍັກ “ມາກາວາ” ທີ່ຊ່ວຍຄົ້ນຫາລະເບີດເກືອບ 40 ລູກ ທີ່ກໍາປູເຈຍ


ອົງກອນການກຸສົນຂອງອັງກິດ ມອບຫຼຽນຄຳກ້າຫານເຊີດຊູກຽດແກ່ “ມາກາວາ” ໜູຍັກອາຟຣິກາ ທີ່ກວດພົບກັບດັກລະເບີດໃນກຳປູເຈຍໄດ້ເກືອບ 40 ລູກ ລົດຄວາມສ່ຽງການເສຍຊີວິດຂອງປະຊາຊົນ.

ມາກາວາ (magawa) ໜູຍັກອາຟຣິກາ ໄດ້ຮັບລາງວັນຫຼຽນຄຳກຽດຕິຍົດ ຈາກຜົນງານການຄົ້ນຫາລະເບີດທີ່ກຳປູເຈຍ ໂດຍຕະຫຼອດຊີວິດການເຮັດວຽກທີ່ຜ່ານມາ ມາກາວາ ສາມາດກວດພົບກັບລະເບີດ 39 ລູກ ພົບອາວຸດທີ່ຍັງບໍ່ທັນລະເບີດ 28 ອັນ.

ອົງກອນການກຸສົນດ້ານສັດຕະວະແພດ PDSA ຂອງອັງກິດ ໄດ້ມອບຫຼຽນຄຳໃຫ້ ມາກາວາ ສຳລັບ “ການອຸທິດຊີວິດເພື່ອປະຕິບັດໜ້າທີ່ໃນສະຖານທີ່ ແລະ ການກວາດລ້າງກັບລະເບີດຮ້າຍແຮງໃນກຳປູເຈຍ”

ມາກາວາ ເປັນໜູຍັກອາຟຣິກາ ອາຍຸ 7 ປີ ເຊິ່ງໄດ້ຮັບການເຝິກຝົນໂດຍ APOPO ອົງກອນການກຸສົນທີ່ຈົດທະບຽນໃນເບວຢຽມ ເຊິ່ງຕັ້ງຢູ່ ທານຊາເນຍ ມີການເຝິກສັດກຸ່ມທີ່ເອີ້ນວ່າ “HeroRATs” ເຊິ່ງເນັ້ນການຄົ້ນຫາກັບລະເບີດ ແລະ ວັນນະໂຣກ ຕັ້ງແຕ່ປີ 1990 ໂດຍສັດເຫຼົ່ານີ້ໄດ້ຜ່ານການຮັບຮອງ ຈາກການເຝິກເປັນເວລາ 1 ປີ.

Christophe Cox ຜູ້ບໍລິຫານລະດັບສູງ APOPO ໄດ້ກ່າວວ່າ “ການໄດ້ຮັບຫຼຽນນີ້ ຖືເປັນກຽດສຳລັບເຮົາແທ້ໆ ແຕ່ກໍເປັນເລື່ອງໃຫຍ່ສຳຫຼັບຄົນໃນກຳປູເຈຍ ແລະ ທຸກຄົນທົ່ວໂລກທີ່ຕ້ອງທຸກທົນທໍລະມານຈາກກັບລະເບີດ”.

ມີການຄາດການວ່າ ຍັງຄົງມີກັບລະເບີດຫຼົງເຫຼືອຫຼາຍເຖິງ 6 ລ້ານລູກຢູ່ໃນພື້ນທີ່ປະເທດກຳປູເຈຍ.

ຂໍ້ມູນຈາກ APOPO ລະບຸວ່າ ມາກາວາເກີດ ແລະ ເຕີບໃຫຍ່ໃນທານຊາເນຍ ປັດຈຸບັນນີ້ມີນ້ຳໜັກ 1.2 ກິໂລ ຍາວ 70 ຊັງຕີແມັດ ເປັນໜູທີ່ມີຂະໜາດໃຫຍ່ກວ່າສາຍພັນອື່ນໆ ແຕ່ກໍຖືວ່າຍັງເບົາພໍທີ່ຈະບໍ່ເຮັດໃຫ້ກັບລະເບີດເຮັດວຽກຖ້າພວກມັນຍ່າງຜ່ານ.

ໜູໃນໂຄງການ “HeroRATs” ຈະໄດ້ເຝິກຝົນໃຫ້ກວດຈັບສານປະກອບທາງເຄມີພາຍໃນວັດຖຸລະເບີດໄດ້  ເຊິ່ງໝາຍຄວາມວ່າ ພວກມັນບໍ່ສົນໃຈເສດໂລຫະ ແລະສາມາດຄົ້ນຫາກັບລະເບີດໄດ້ໄວຂຶ້ນ ເມື່ອພົບວັດຖຸລະເບີດ ພວກມັນຈະເກົາສາຍເຊືອກທີ່ຫຼັງ ເພື່ອແຈ້ງເຕືອນຄູ່ຫູທີ່ເປັນມະນຸດ.

ມາກາວາຄົ້ນຫາກັບລະເບີດໃນສະໜາມຂະໜາດເທົ່າກັບເດີ່ນເທນນິສໄດ້ ພຽງໃຊ້ເວລາແຕ່ 20 ນາທີ ເຊິ່ງ APOPO ບອກວ່າ ຖ້າໃຊ້ເຄື່ອງກວດຈັບໂລຫະຕາມປົກກະຕິຈະໃຊ້ເວລາ 1-4 ມື້.

Jan Mcloughlin ຜູ້ອຳນວຍການ PDSA ກ່າວວ່າ ເຖິງວ່າການເຮັດວຽກຈະດົນພຽງ 30 ນາທີຕໍ່ມື້ ໃນຕອນເຊົ້າ ແລະ ໃກ້ຈະບຳນານແລ້ວ ແຕ່ວຽກຂອງມັນນັ້ນ “ມີເອກະລັກ ແລະ ໂດດເດັ່ນຢ່າງແທ້ຈິງ”.

ລາວບອກວ່າ “ວຽກຂອງມາກາວາ ຊ່ວຍຮັກສາ ແລະ ປ່ຽນແປງຊີວິດຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກກັບລະເບີດເຫຼົ່ານີ້ ທຸກການຄົ້ນພົບຂອງມັນໄດ້ຊ່ວຍລົດຄວາມສ່ຽງຕໍ່ການບາດເຈັບ ຫຼື ເສຍຊີວິດຂອງປະຊາຊົນໃນທ້ອງຖິ່ນຈາກກັບລະເບີດ”.

ຕາມການລາຍງານຂອງ HALO Trust ອົງກອນດ້ານການກຳຈັດລະເບີດ ລະບຸວ່າ ກຳປູເຈຍມີຜູ້ເສຍຊີວິດຫຼາຍກວ່າ 64,000 ຄົນ ແລະ ມີຜູ້ທີ່ເສຍອົງຄະ 25,000 ຄົນຈາກກັບລະເບີດຕັ້ງແຕ່ປີ 1979 ເປັນຕົ້ນມາ ໂດຍກັບລະເບີດເຫຼົ່ານີ້ຖືກວາງໄວ້ໃນໄລຍະສົງຄາມກາງເມືອງຂອງປະເທດ ໃນປີ 1967-1975.

ແຫຼ່ງທີ່ມາ: https://bit.ly/3xcYUWw