ສານສະຫະລັດອາເມຣິກາຕັດສິນໃຈລະງັບຄຳສັ່ງ ທຣັມ ກໍລະນີຫ້າມດາວໂຫລດ TikTok


ສານຂອງລັດຖະບານກາງຂອງສະຫະລັດອາເມຣິກາໄດ້ລະງັບຄຳສັ່ງຂອງຄະນະເຮັດວຽກຂອງປະທານນາທິບໍດີ ທຣັມ ໃນການຫ້າມດາວໂຫລດ Applications TikTok ຈາກ App Store ຂອງບໍລິສັດ Apple  ແລະ Google.

ກ່ອນໜ້ານີ້ ກະຊວງພານິດຂອງສະຫະລັດອາເມຣິກາໄດ້ອອກຄຳສັ່ງຫ້າມດາວໂຫລດ App Video ສັ້ນຢ່າງ TikTok ຈາກ App Store ຂອງ Apple  ແລະ Google ໂດຍຄຳສັ່ງຫ້າມດັ່ງກ່າວຈະມີຜົນບັງຄົບໃຊ້ໃນເວລາ 23:59 ນາທີ. ຂອງວັນອາທິດຕາມເວລາສະຫະລັດອາເມຣິກາ ຫຼື 10:59 ນາທີ ຂອງວັນຈັນຕາມເວລາບ້ານເຮົາ.

ຜູ້ພິພາກສາ Carl Nichols ແຫ່ງສານແຂວງສະຫະລັດອາເມຣິກາໃນກຸງວໍຊິງຕັນ ໄດ້ເຮັດການໄຕ່ສວນຄຳຮ້ອງຂອງ TikTok ເພື່ອຄັດຄ້ານຄຳສັ່ງຫ້າມດັ່ງກ່າວຂອງປະທານນາທິບໍດີ ທຣັມ ແລະ ມີຄໍາວິນິໄສໃຫ້ລະງັບຄຳສັ່ງດັ່ງກ່າວຂອງປະທານນາທິບໍດີ ທຣັມ ເປັນການຊົ່ວຄາວ.

ທັ້ງນີ້ Byte dance ໄດ້ຮັບການອະນຸມັດໃນເບື້ອງຕົ້ນແລ້ວສໍາຫຼັບການເຮັດຂໍ້ຕົກລົງກັບລັດຖະບານສະຫະລັດອາເມຣິກາເພື່ອທຸລະກິດໃຫ້ກັບນັກລົງທຶນອາເມຣິກາ ໂດຍຂໍ້ຕົກລົງດັ່ງກ່າວມີບໍລິສັດ Aracle ແລະ ບໍລິສັດ Wal-Mart ເຂົ້າຮ່ວມລົງທຶນເພື່ອຖືຫຸ້ນສ່ວນ 20% ໃນທຸລະກິດ TikTok ( TikTok  Global ) ທີ່ກໍ່ຕັ້ງຂື້ນໃຫມ່ ຂະນະທີ່ Byte dance ຈະຖືຫຸ້ນໃຫຍ່ 80%.

ທີ່ມາ: https://www.ryt9.com/s/iq36/3162276