Marvel ໄດ້ເປິດໂຕ super hero ສາວຄົນໃຫມ່ ເປັນຊາວມຸດສະລິມມາຮັບບົດເປັນ Ms. Marvel


ໃນທີ່ສຸດ Marvel ກໍໄດ້ນັກສະແດງໜ້າໃຫມ່ຊາວແຄນນາດາຫຼັງຈາກຄົ້ນຫານັກສະແດງມາດົນພໍສົມຄວນ Iman Vellani  ມາຮັບບົດ Ms. Marvel Super hero ສາວຄົນຫລ້າສຸດທີ່ຈະໄດ້ເຂົ້າຮ່ວມໃນ Marvel Cinematic Universe

Ms. Marvel ເປັນເລື່ອງລາວຂອງ  Kamala Khan  ເດັກສາວໄວຫນຸ່ມຊາວມຸດສະລິມອາຍຸ 16 ປີ ເຊື້ອສາຍຊາວອາເມຣິກາ – ປາກີສະຖານ ທີ່ອາໄສຢູ່ໃນ NJ ໜື່ງໃນເມືອງທີ່ມີຄວາມຫຼາກຫຼາຍທາງວັດທະນະທຳທີ່ສຸດແຫ່ງໜື່ງໃນໂລກ.

ລາວມີພະລັງວິເສດທີ່ສາມາດປ່ຽນແປງຮ່າງກາຍໃຫ້ ຍຶດ – ຫົດ – ຂະຫຍາຍ ໄດ້ດັ່ງໃຈ ແລະ ມີພະລັງຮັກສາຕົນເອງໄດ້ອີກດ້ວຍ ທີ່ສຳຄັນໄປກວ່ານັ້ນລາວຈະເປັນ Super hero ຊາວມຸດສະລິມຄົນທຳອິດຂອງ Marvel ທີ່ຈະໄດ້ປາກົດຕົວເທິງໜ້າຈໍ.

Kevin Feige ປະທານຂອງ Marvel Studios ເວົ້າວ່ານອກຈາກລາວຈະໄດ້ປາກົດຕົວໃນ Series ເທິງ Disney+ ແລ້ວ Kamala khan ຍັງຈະໄດ້ເຂົ້າຮ່ວມໃນຮູບເງົາ Marvel ໃນອານາຄົດອີກດ້ວຍ.
Ms. Marvel ຈະເປັນ series ໃນ MCU Phase 5 ຄືກັນກັບ She-Hulk ທີ່ຫາກໍປະກາດນັກສະແດງ Tatiana Maslany ໄປກ່ອນໜ້ານີ້.

ທີ່ມາ: https://www.facebook.com/nangfangmook/photos/a.1447152705591634/2398348967138665/?type=3