Work from Home ຊ່ວຍໂລກໄດ້


Work from Home ຊ່ວຍໂລກ ຊານຟຣານຊິສໂກ ອອກກົດໃຫ້ພະນັກງານເຮັດວຽກຢູ່ເຮືອນ 3 ມື້ຕໍ່ອາທິດ ເພື່ອຫຼຸດມົນລະພິດ, ຫຼຸດໂລກຮ້ອນ ແລະ ລົດຕິດ ຫຼາຍບໍລິສັດໃຫຍ່ກໍໄດ້ເລີ່ມເຮັດແລ້ວ.

ຊ່ວງການລະບາດຂອງໂຄວິດ-19 ຫຼາຍບໍລິສັດຕ້ອງປິດໃຫ້ຄົນເຮັດວຽກຈາກເຮືອນ ຫຼື Work from Home ຕາມມາດຕະການປ້ອງກັນກາຍແຜ່ເຊື້ອ ເຊິ່ງຕອນນີ້ຄະນະກົມຂົນສົ່ງຂອງຊານຟຣານຊິສໂກ ອອກແຜນໃຫ້ບໍລິສັດອະນຸມັດໃຫ້ພະນັກງານ Work from Home ເພື່ອຫຼຸດການປ່ອຍອາຍກາສເຮືອນແກ້ວຈາກການເດີນທາງ.

ແຜນນີ້ຈະຖືກບັງຄັບໃຊ້ ໃນເຂດ Bay Area ຊານຟຣານຊິສໂກ ລັດຄາລິຟໍເນຍ ແລະ ຈະອະນຸມັດໃຫ້ປະຊາກອນເຮັດວຽກຈາກເຮືອນ 3 ມື້ຕໍ່ອາທິດ ແລະຈະປະຕິບັດຕໍ່ໄປເຖິງວ່າການແຜ່ລະບາດຂອງເຊື້ອໄວຣັສຈະສິ້ນສຸດລົງແລ້ວ.

ມາດຕະການດັ່ງກ່າວຈະຖືກນຳມາໃຊ້ຢ່າງເໝາະສົມ ເຊັ່ນ ຈະໃຫ້ບໍລິສັດອະນຸຍາດໃຫ້ພະນັກງານ 60% ຈາກທັງໝົດຢູ່ເຮືອນໃນມື້ໃດກໍໄດ້ ເພື່ອຈຸດປະສົງຫຼັກກໍຄື ບັນເທົາຜົນກະທົບທີ່ອາດຈະສົ່ງຜົນກະທົບຕໍ່ວິກິດການສະພາບພູມອາກາດ.

ໃນຄຳຂໍທີ່ສະເໜີໄປ ແລະ ໄດ້ຮັບການອະນຸມັດແລ້ວມີຂໍ້ຄວາມວ່າ “ຈາກການປ່ຽນແປງທາງເລື່ອງຂອງວິທີການເດີນທາງທີ່ເກີດຂຶ້ນໃນຊ່ວງການແຜ່ລະບາດຂອງໂຄວິດ-19 ມີການສະເໜີໃຫ້ມີນະໂຍບາຍສຳຫຼັບການເດີນທາງທີ່ເຄັ່ງຄັດ ເຊິ່ງໜຶ່ງໃນນັ້ນກໍຄືນະໂຍບາຍຈາກບໍລິສັດທີ່ຕ້ອງໄປເຮັດວຽກທີ່ຫ້ອງການ”.

ຫຼັງຈາກອາທິດທີ່ຜ່ານມາ ທາງຄະນະກົມຂົນສົ່ງ ອະນຸມັດແຜນນີ້ ຊາວເມືອງໃນ Bay Area ທີ່ເປັນພະນັກງານຈາກບໍລິສັດນ້ອຍໃຫຍ່ ຕ່າງກໍອອກມາສະແດງຄວາມວິຕົກກັງວົນ. ແຕ່ໃນຄຳຂໍກໍມີການຂຽນວ່າ “ເພື່ອແນ່ໃຈວ່າກົນລະຍຸດນີ້ຈະເຮັດໄດ້ຢ່າງເທົ່າທຽມ ຕ້ອງມີການຂະຫຍາຍເຄືອຂ່າຍອິນເຕີເນັດໃນຊຸມຊົນທີ່ຫ່າງໄກຫຼາຍຂຶ້ນ ເຊິ່ງມັນຈະຢູ່ໃນນະໂຍບາຍພາຍໃຕ້ການປ່ຽນແປງທາງເສດຖະກິດ”

ໂດຍແຜນນີ້ທີ່ສະມາຊິກໂຫວດໃຫ້ 11 ຕໍ່ 1 ສຽງ ຈະຖືກຈັດເຂົ້າໄປຢູ່ພາຍໃຕ້ນະໂຍບາຍໃຫຍ່ຂອງພື້ນທີ່ Bay Area ເຊັ່ນ “Bay Area 2050 Final Blueprint” ທີ່ວ່າດ້ວຍເລື່ອງການເຮັດໃຫ້ Bay Area ໃນອີກ 30 ປີ ສາມາດລົດການປ່ອຍກາສເຮືອນແກ້ວໄດ້

ເມື່ອເດືອນມີນາ ທີ່ມີການປະກາດລັອກດາວ ແລະ ໃຫ້ຫັນມາ Work from Home ສໍານັກງານຫ້ອງການ ແລະ ໂຮງງານໃນຄາລິຟໍເນຍຫຼາຍແຫ່ງຮ້າງໄປ ເພາະຫຼາຍຄົນກໍເອົາວຽກມາເຮັດຢູ່ເຮືອນໝົດ.

ເຖິງວ່າຕອນນີ້ ເຫດການຈະເລີ່ມກັບມາເປັນປົກກະຕິ ເຈົ້າໜ້າທີ່ງານວິໄຈ ແລະ ພະນັກງານຫຼາຍຄົນກໍເຫັນວ່າການ Work from Home ນັ້ນກໍມີຂໍ້ດີ.

ຕົວຢ່າງເຊັ່ນງານວິໄຈທີ່ອອກມາເມື່ອເດືອນພຶດສະພາ 2020 ຂອງ Nature Climate Journal ໃນງານວິໄຈນີ້ມີການບັນທຶກວ່າການປ່ອຍກາສກາກໂບນິກໃນແຕ່ລະມື້ຫຼຸດໜ້ອຍເຖິງ 17% ໃນຊ່ວງເດືອນເມສາ ຢູ່ອາເມຣິກາ.

San Francisco Bay Area ເປັນພື້ນທີ່ທາງຕອນເໜືອຂອງລັດຄາລິຟໍເນຍ ສາເຫດທີ່ເມື່ອມີການ Work from Home ບໍລິເວນນີ້ຈະຊ່ວຍຫຼຸດການປ່ອຍກາສໄດ້ຫຼາຍນັ້ນກໍເປັນເພາະ Silicon Valley ຫຼືສູນກາງຂອງເຕັກໂນໂລຊີ ແລະ ນະວັດຕະກຳຢູ່ໃນພື້ນທີ່ນີ້, ບໍລິສັດຫຼາຍໆແຫ່ງໃນ Silicon Valley ກໍມີການໃຫ້ຄົນເຮັດວຽກຈາກເຮືອນເປັນສ່ວນຫຼາຍ.

ໜຶ່ງໃນບໍລິສັດທີ່ຢູ່ໃນ Silicon Valley ແລະ ໃຫ້ພະນັກງານຫຼາຍກວ່າ 50,000 ຄົນເຮັດວຽກຈາກເຮືອນໃນຊ່ວງລັອກດາວກໍຄືບໍລິສັດ Facebook ເຊິ່ງຫລ້າສຸດ CEO ຢ່າງ Mark Zuckerberg ປະກາດໃຫ້ຂະຫຍາຍການ Work from Home ໄປຈົນເຖິງປີ 2021.

ສ່ວນ Twitter ເປັນອີກໜຶ່ງບໍລິສັດທີ່ໃຫ້ພະນັກງານ 5,100 ຄົນເຮັດວຽກຈາກເຮືອນ ໃນຊ່ວງຂອງການລັອກດາວກໍໄດ້ອອກມາປະກາດວ່າຈະໃຫ້ພະນັກງານສ່ວນໃຫຍ່ເຮັດວຽກຈາກເຮືອນຢ່າງຖາວອນແລ້ວ.

ໃນຂະນະດຽວກັນ Tim Cook ຈາກ Apple ເຜີຍວ່າພະນັກງານຂອງພວກເຂົາຈະກັບມາເຮັດວຽກພາຍໃນປີໜ້າ ແລະ ຊີ້ວ່າການເຮັດວຽກຈາກບ່ອນທີ່ໄກກັນນັ້ນ ເຮັດໃຫ້ພະນັກງານບໍ່ມີປະຕິສຳພັນກັນເທົ່າໃດ.

ເຊິ່ງ Steven Buss ວິສະວະກອນຊອຟແວຈາກ Google ກໍຄຶດເຫັນຄືກັນກັບ Cook ກ່າວວ່າ “ພວກເຮົາບໍ່ຕ້ອງການຊີວິດອີກແລ້ວ ພວກເຮົາອຸທິດເພື່ອຫຼຸດການແຜ່ກະຈາຍຂອງໄວຣັສ ແຕ່ບໍ່ມີໃຜມີຄວາມສຸກຈາກເຮັດວຽກຈາກເຮືອນເລີຍ”, “ມັນອາດຈະດີສຳຫຼັບຄົນທີ່ມີເຮືອນຫຼັງໃຫຍ່ໃນຊານເມືອງ ແລະ ໃກ້ຈະບຳນານ ແຕ່ສຳຫຼັບພະນັກງານໄວໜຸ່ມສາວທີ່ອາໄສຢູ່ພື້ນທີ່ຈຳກັດ ການເຮັດວຽກຈາກເຮືອນນັ້ນມັນບໍ່ດີເລີຍ”

ເຖິງຢ່າງໃດກໍຕາມ Nick Josefowitz ໜຶ່ງໃນຄະນະກຳມະການກໍຕ້ອງການຈະຜ່ອນຜັນນະໂຍບາຍນີ້ດ້ວຍ ໂດຍການໃຫ້ມີຂົນສົ່ງສາທາລະນະ ຫຼື ການເດີນທາງໄປເຮັດວຽກເປັນທາງເລືອກເສີມດ້ວຍ ເຊິ່ງຂະນະກຳມະການຈະມາປະຊຸມກັນອີກຄັ້ງກ່ອນສິ້ນປີນີ້ເພື່ອວິເຄາະນະໂຍບາຍ ແລະ ຫາທາງເລືອກເສີມທີ່ເຫມາະສົມ.

ແຫຼ່ງທີ່ມາ https://m.facebook.com/story.php?story_fbid=3078202795641480&id=1523107561151019