ແມ່ນແທ້ ຫຼືບໍ່ ? ເປັນປະດົງ ຈຳເປັນຕ້ອງງົດກິນໄກ່..!!


ຫລາຍຄົນຄົງເຄີຍໄດ້ຍິນຄຳວ່າ “ ປະດົງ ” ກັນມາແດ່ແລ້ວເຖິງແມ່ນວ່າຈະບໍ່ຮູ້ວ່າມັນເປັນແບບໃດ ແລະ ເຮົາກໍໜ້າຈະເຄີຍໄດ້ຍິນຄືກັນວ່າເປັນ “ ປະດົງ” ນັ້ນຄວນ “ ງົດກິນໄກ່ ”  ແລະ ໄປຫາຂໍ້ມູນໃນ Web site ໃນຫຼາຍ Web ດ້ານສຸຂະພາບກໍຈະໄດ້ຮັບຄຳແນະນຳແບບດຽວກັນ.

ແຕ່ຮູ້ບໍ່ວ່າຖ້າເປັນໃນຕ່າງປະເທດ ບໍ່ມີໃຜແນະນຳວ່າຄົນເປັນ ປະດົງ ຄວນຈະງົດກິນໄກ່ໄປລອງຄົ້ນຫາໄດ້ເລີຍໃນ Web ດ້ານສຸຂະພາບ ຂອງຕ່າງປະເທດ. ບໍ່ໜ້າຈະມີ Web ໃດເລີຍທີ່ຈະແນະນໍາວ່າຄົນທີ່ເປັນ ປະດົງ ຄວນຈະງົດກິນໄກ່ຢ່າງສະເພາະເຈາະຈົງ.

ເປັນຫຍັງຄືເປັນແບບນັ້ນ ? ຫຼືແທ້ໆແລ້ວນີ້ຄືຄວາມເຂົ້າໃຈຜິດອັນຍິ່ງໃຫຍ່ໃນວົງກວ້າງ ?

ຕ້ອງຫັນກັບໄປເບິ່ງຄືນກ່ອນວ່າ ປະດົງ ມັນແມ່ນອີຫຍັງ?

ປະດົງ ຄືໂຣກໄຂຂໍ້ອັກເສບທີ່ເກີດຈາກການຕົກຕະກອນຂອງກົດຍູຣິກ (Uric Acid) ໃນກະແສເລືອດເຊິ່ງສາເຫດທີ່ພາໃຫ້ເກີດພາວະແບບນີ້ຫຼັກໆແມ່ນ ການມີກົດ ຍູຣິກ (Uric Acid) ໃນກະແສເລືອດຫຼາຍເກີນໄປຈົນພາໃຫ້ເກີດການຕົກຕະກອນ.

ຮ່າງກາຍເຮົາສາມາດລົດກົດ ຍູຣິກ (Uric Acid) ອອກຈາກຮ່າງກາຍໄດ້ທາງລະບົບຂັບຖ່າຍຢູ່ແລ້ວ ແຕ່ປະເດັນກໍຄືຄວາມສາມາດໃນການລົດກົດ ຍູຣິກ (Uric Acid) ຂອງແຕ່ລະຄົນບໍ່ເທົ່າກັນ ແລະ ເກີດຈາກຫຼາຍປັດໄຈຫຼາຍໆອັນ ຕັ້ງແຕ່ກຳມະພັນ, ໂຣກປະຈຳຕົວ ແລະ ອື່ນໆ. ດັ່ງນັ້ນຄຳແນະນຳທົ່ວໄປສຳຫຼັບຄົນທີ່ຈະຫຼີກຫຼ່ຽງ ໂຣກປະດົງ ຫຼື ຄົນທີ່ເປັນໂຣກປະດົງຢູ່ແລ້ວ ຈຶ່ງເປັນການຄວບຄຸມການຮັບກົດ ຍູຣິກ (Uric Acid) ເຂົ້າໄປຂອງຮ່າງກາຍ ຫຼື ເວົ້າງ່າຍໆວ່າ ການລົດກິນອາຫານທີ່ມີກົດ ຍູຣິກ (Uric Acid) ສູງ.

ແລ້ວມີອາຫານຫຍັງແດ່ທີ່ມີກົດ ຍູຣິກ (Uric Acid) ສູງ ? ແຕ່ຖ້າລອງໄປຄົ້ນຄວ້າແລ້ວເຮົາຈະພົບວ່າ ບໍ່ມີອາຫານໃດເລີຍທີ່ມີກົດ ຍູຣິກ (Uric Acid) ເປັນສ່ວນປະກອບ.

ອ້າວ…!!!! ແລ້ວກົດ ຍູຣິກ (Uric Acid) ມາຈາກໃສ​ ?

ຄຳຕອບງ່າຍໆຄື ມັນເກີດຈາກສານ ພິວຣີນ (Purine) ທີ່ຢູ່ໃນອາຫານເກືອບທູກໆຢ່າງເມື່ອຮ່າງກາຍຮັບ ພິວຣີນ(Purine) ເຂົ້າໄປ ຮ່າງກາຍກໍຈະເອົາໄປຍ່ອຍສະຫຼາຍ ແລະ ຜົນລັບທີ່ເກີດຂື້ນຢ່າງໜື່ງກໍ່ຄື ກົດຍູຣິກ.

ດັ່ງນັ້ນ ໃນທາງປະຕິບັດຖ້າຢາກເບິ່ງວ່າອາຫານຫຍັງທີ່ມີ ກົດຍູຣິກສູງ ໃຫ້ເບິ່ງວ່າອາຫານຫຍັງທີ່ມີ ພິວຣີນ ສູງ ແລະ ນີ້ຄືສິ່ງທີ່ເຮົາຄົ້ນພົບໃນອິນເຕີເນັດໄດ້ງ່າຍພໍໆກັບວ່າຄົ້ນຫາອາຫານອີຫຍັງໃຫ້ມີພະລັງງານກັບເຮົາເທົ່າໃດ ເອີ້ນໄດ້ວ່າທົ່ວອິນເຕີເນັດເລີຍ. ” ຄົ້ນໃນ Google ວ່າ Purine comparison chart ” ກໍພົບແລ້ວ.

ເມື່ອຮູ້ແບບນີ້ແລ້ວ ເຮົາລອງມາເບິ່ງນຳກັນວ່າຄ່າ ພິວຣີນ ໃນຊີ້ນໄກ່ມີຫລາຍປານໃດ? ຜົນປາກົດວ່າ ພິວຣີນ ໃນຊີ້ນໄກ່ນັ້ນຢູ່ໃນລະດັບປານກາງເທົ່ານັ້ນພໍໆກັນກັບຊີ້ນແດງອື່ນໆ ບໍ່ວ່າຈະເປັນ ຊີ້ນຫມູ, ຊີ້ນງົວ, ຊີ້ນເປັດ, ກຸ້ງ ແລະ ອື່ນໆ. ເວົ້າອີກແບບໜື່ງກໍຄືການກິນຊີ້ນສັດເຫຼົ່ານີ້ບໍ່ວ່າຈະມາໃນຮູບແບບໃດໃນ 1 ຂີດ ຮ່າງກາຍຮັບເຂົ້າໄປມັນຈະເກີດ ກົດຍູຣິກ ໃນກະແສເລືອດປະມານ 100-500 ມລ.

ເວົ້າງ່າຍໆຄື ບໍ່ວ່າຈະກິນຊີ້ນໄກ່, ຊີ້ນໝູ. ຊີ້ນງົວ, ຊີ້ນເປັດ, ກຸ້ງ ແລະ ອື່ນໆ. ເຮົາກໍ່ຮັບ ພິວຣີນ ໄປພໍໆກັນຫັ້ນແຫລະ. ນີ້ຄືວິທະຍາສາດພື້ນຖານ ແລະ ເປັນເຫດຜົນໃຫ້ໂດຍທົ່ວໄປໃນຕ່າງປະເທດຖ້າເຂົາຈະລະບຸອາຫານທີ່ຄົນເປັນ ປະດົງ ບໍ່ຄວນກິນເຂົາຈະບອກວ່າໃຫ້ງົດ “ ຊີ້ນແດງ ” ໂດຍລວມໆເລີຍບໍ່ແມ່ນພຽງແຕ່ໄກ່ເພາະບໍ່ວ່າຈະເປັນຊີ້ນຫຍັງກິນເຂົ້າໄປມັນກໍໄປເພີ່ມ ກົດຍູຣິກ ເທົ່າໆກັນ.

ແຕ່ວ່າ ໃນຕ່າງປະເທດເອງຫມໍສ່ວນໃຫຍ່ກໍບໍ່ໄດ້ແນະນຳວ່າໃຫ້ງົດຊີ້ນແດງ ໄປເລີຍແຕ່ໃຫ້ກິນໃນປະລິມານທີ່ເໝາະສົມ ເພາະອາຫານພວກນີ້ມີສານ ພິວຣີນ ຢູ່ໄດ້ພຽງແຕ່ລະດັບປານກາງເທົ່ານັ້ນເອງ ມັນສາມາດຄວບຄຸມປະລິມານໄດ້ຖ້າກິນຢ່າງເຫມາະສົມ.

ມາຮອດນີ້ຫລາຍຄົນອາດສົງໄສວ່າຖ້າ ເປັດ, ໄກ່, ຫມູ, ຊີ້ນຕ່າງໆ ນັ້ນບໍ່ໄດ້ຖືວ່າເປັນອາຫານທີ່ມີ ກົດຍູຣິກ ສູງແລ້ວອາຫານຫຍັງທີ່ເຮັດໃຫ້ມີ ກົດຍູຣິກ ສູງ.

ຖ້າເວົ້າສັ້ນໆ ແລະ ງ່າຍທີ່ສຸດຄື ບັນດາອາຫານທີ່ມີ ກົດຍູຣິກສູງທີ່ສຸດກໍໜ້າຈະເປັນເຄື່ອງໃນຂອງສັດເກືອບທຸກຊະນິດເພາະເຄື່ອງໃນສັດແຕ່ລະຊະນິດມີຄ່າ ພິວຣີນ ຫຼາຍກວ່າຊີ້ນສັດຊະນິດດຽວກັນປະມານ 3-4 ເທົ່າ. ຕົວຢ່າງເຊັ່ນ: ຊີ້ນຫມູ 1 ຂີດ ຈະສ້າງກົດຍູຣິກໃນກະແສເລືອດບໍ່ເກີນ 150 ມລ. ແຕ່ຫາກເປັນຫົວໃຈຫມູ ແລະ ຕັບຫມູ 1 ຂີດ ຈະສ້າງກົດຍູຣິກໃນກະແສເລືອດເກີນ 500 ມລ ເລີຍທັນທີ.

ດັ່ງນັ້ນການທີ່ບອກວ່າ ຄົນເປັນປະດົງຄວນຈະຫຼີກຫຼ່ຽງເຄື່ອງໃນສັດ ອັນນີ້ຖືກຕ້ອງໃນພາບລວມແນ່ນອນ ແຕ່ບໍ່ແມ່ນພຽງແຕ່ເຄື່ອງໃນໄກ່ເທົ່ານັ້ນ ເຄື່ອງໃນຫມູ, ງົວ,​ເປັດ ກໍ່ຄວນຈະຫຼີກຫຼ່ຽງຫມົດ.

ນອກຈາກເຄື່ອງໃນສັດແລ້ວ ປາບາງຊະນິດເຊັ່ນ: ປາຊາດີນ ແລະ ປາທູນ່າ ກໍ່ມີຄ່າ ພິວຣີນ ສູງກວ່າບັນດາ ຊີ້ນຂອງສັດບົກທີ່ກ່າວມາເປັນເກືອບສອງເທົ່າ ແລະ ນີ່ເປັນສາເຫດໃຫ້ໃນຕ່າງປະເທດອາຫານທີ່ເຂົາແນະນຳໃຫ້ຄົນເປັນ ປະດົງ ຄວນຫຼີກຫຼ່ຽງກໍ່ຄື: ປາກະປ໋ອງ ເພາະວ່າປາຊາດີນໃນນ້ຳມັນ 1 ຂີດ ເຮັດໃຫ້ເກິດກົດຍູຣິກໃນກະແສເລືອດພໍໆກັບຕັບໝູ 1 ຂີດ ເຊິ່ງຖືວ່າເກືອບຈະຫຼາຍທີ່ສຸດໃນບັນດາອາຫານທີ່ມະນຸດກິນຢູ່ແລ້ວ.

ສຸດທ້າຍສິ່ງທີ່ຄົນເປັນ ປະດົງ ຄວນຫຼີກຫຼ່ຽງແທ້ໆແບບທຸກສຳນັກບອກຄືກັນໝົດກໍຄື ພວກເຄື່ອງດື່ມແອວກໍຮໍ ເຊິ່ງບ່ອນນີ້ຈະຊັບຊ້ອນ ເພາະທີ່ຄວາມຈິງການກິນເບຍ 1 ລິດ ມັນເຮັດໃຫ້ຮ່າງກາຍສ້າງກົດຍູຣິກປະມານກິນຊື້ນແດງ 1 ຂີດເທົ່ານັ້ນ ເຊິ່ງປະເດັນມັນຢູ່ບ່ອນນີ້ ແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານເປັນຫລັກເພື່ອປະໂຫຍດຕໍ່ຮ່າງກາຍ ແຕ່ເຄື່ອງດື່ມແອລກໍຮໍມັນບໍ່ແມ່ນອາຫານຫຼັກ, ການກິນເຂົ້າໄປເທົ່າກັບເພິ່ມກົດຍູຣິກ ທີ່ບໍ່ຈຳເປັນເຂົ້າໄປຕື່ມ ນອກຈາກນັ້ນ ແອວກໍຮໍ ຍັງເຮັດໃຫ້ຮ່າງກາຍຂັບຖ່າຍກົດຍູຣິກອອກທາງປັດສະວະໄດ້ນ້ອຍລົງອີກ ດັ່ງນັ້ນມັນເລີຍເປັນສິ່ງທີ່ແນະນຳວ່າຄວນຫຼີກລ່ຽງຖ້າບໍ່ຕ້ອງການໃຫ້ກົດຍູຣິກມາຢູ່ໃນເລືອດສູງເກີນໄປ.

ອ່ານມາຮອດນີ້ອາດສົງໄສແລ້ວວ່າຄວາມເຊື່ອຂອງຄົນທີ່ເປັນ ປະດົງ ຄວນຈະ ງົດກິນໄກ່ ນັ້ນເກີດຂື້ນມາໄດ້ແບບໃດ? ອາດຫາຄຳຕອບຊັດເຈນບໍ່ໄດ້ແຕ່ຖ້າໃຫ້ເດົາກໍອາດເປັນປັດໄຈກ່ຽວກັບພຶດຕິກຳທີ່ວ່າ ໃນອາດີດຊີ້ນໄກ່ເປັນຊີ້ນສັດລາຄາຖືກທີ່ສຸດຄົນເລີຍມີແນວໂນ້ມຈະກິນໃນປະລິມານທີ່ຫຼາຍ ຊີ້ນໄກ່ເລີຍຕົກເປັນຈຳເລີຍສຳຄັນໃນເລື່ອງນີ້ ທັງໆ ທີ່ໃນທາງວິທະຍາສາດຄົນກິນໄກ່ໃນປະລິມານທີ່ພໍເໝາະທີ່ຈະສ່ຽງການເປັນ ປະດົງ ນ້ອຍທີ່ສຸດກວ່າຄົນທີ່ບໍ່ກິນໄກ່ເລີຍແຕ່ມັກກິນຊີ້ນດາດ, ບຸບເຟ່ ຫຼື ມັກກິນພວກຕົ້ມເຄື່ອງໃນອີກດ້ວຍ.

ທັງນີ້ ເຮົາບໍ່ໄດ້ພະຍາຍາມຈະບອກວ່າການທີ່ບໍ່ກິນໄກ່ແລ້ວຈະບໍ່ສາມາດເປັນ ປະດົງໄດ້ ແຕ່ໄກ່ເປັນອາຫານທີ່ສ້າງກົດຍູຣິກນ້ອຍປານກາງກໍແມ່ນ ແຕ່ຖ້າກິນຫຼາຍເກີນໄປມັນກໍເຮັດໃຫ້ກົດຍູຣິກເເພິ່ມສູງໄດ້ເຊັ່ນກັນ. ປະເດັນຄືພວກເຮົາຕ້ອງການສື່ໃຫ້ເຫັນວ່າ ຄວາມເຊື່ອຜິດໆທີ່ຫ້າມກິນໄກ່ນີ້ ຫນ້າຈະໄດ້ຮັບການແກ້ໄຂ ເພາະຄົນທີ່ເປັນປະດົງ ຖ້າເຊື່ອແຕ່ວ່າງົດໄກ່ແລ້ວ ແຕ່ຜັດບໍ່ລົດປະລິມານການກິນຊີ້ນຊະນິດອື່ນລົງ ຫລືຍັງກິນເຄື່ອງໃນສັດ ອັນນີ້ກໍບໍ່ຊ່ອຍໃຫ້ດີຂຶ້ນ ຊ້ຳຮ້າຍອາດເຮັດໃຫ້ອາການຫນັກກວ່າເກົ່ານຳອີກ.

ຮຽບຮຽງໂດຍ:ກະຕຸກIQ2

ທີ່ມາ:

https://www.facebook.com/brandthink.me/photos/a.1767934240198787/2451672455158292/